HomeມູມໄອທີລາວOppo ເປີດໂຕ Super VOOC ສຳລັບສາກແບັດໃຫ້ເຕັມໃນເວລາ 15 ນາທີ

Oppo ເປີດໂຕ Super VOOC ສຳລັບສາກແບັດໃຫ້ເຕັມໃນເວລາ 15 ນາທີ

Published on

ໃນງານ MWC 2016 ທີ່ເມືອງບາເຊໂລນາ (Barcelona) ປະເທດສະເປນ ເຊິ່ງທາງບໍລິສັດ Oppo ກໍໄດ້ມີການຈັດງານຖະແຫຼງຂ່າວພິເສດເພື່ອເປີດໂຕຄຸນສົມບັດໃໝ່ນັ້ນກໍຄື Super VOOC ເຊິ່ງເປັນຄຸນສົມບັດໃໝ່ທີ່ມີການອັບເກຣດມາຈາກ VOOC ໂຕເກົ່າ. ແຕ່ສິ່ງທີ່ໜ້າເສຍດາຍກໍຄື ທາງບໍລິສັດ Oppo ຍັງບໍ່ມີອຸປະກອນທີ່ໃຊ້ທົດສອບໃຫ້ເບິ່ງ (ມີພຽງລຸ້ນຕົ້ນແບບເທົ່ານັ້ນ). ທາງບໍລິສັດ Oppo ຍັງບອກວ່າຈະເພີ່ມຄຸນສົມບັດ Super VOOC ນີ້ໃຫ້ຮອງຮັບກັບສະມາດໂຟນໃນອະນາຄົດ ຖ້າຫາກວ່າເທັກໂນໂລຢີມີຄວາມພ້ອມຫຼາຍກວ່ານີ້ອີກນຳ.

ສຳລັບຄຸນສົມບັດ Super VOOC  ແມ່ນຮອງຮັບໄດ້ທັງພອຣດ microUSB ແລະ USB Type-C ມີຄວາມສາມາດໃນການສາກແບັດເຕີຣີຄວາມບັນຈຸຂະໜາດ 2,500 mAh ໃຫ້ເຕັມໄດ້ໃນເວລາພຽງແຕ່ 15 ນາທີ ແລະ ສາມາດສາກໄດ້ 45% ພາຍໃນ 5 ນາທີ. ແຕ່ວ່າສິ່ງທີ່ຈຳເປັນສຳລັບການໃຊ້ງານຄືຕ້ອງໃຊ້ຮ່ວມກັນກັບປລັກ Super VOOC Flash Charger ເຊິ່ງເຮັດມາດ້ວຍສາຍເຄເບີ້ນທີ່ມີຄວາມພິເສດ ແລະ ວັດສະດຸ military-grade ທີ່ມີຄຸນນະພາບສູງ.

image

ຄຸນສົມບັດ Super VOOC ນັ້ນມີການຈ່າຍໄຟທີ່ 5V ແຕ່ວ່າມັນມີຄວາມສາມາດທີ່ຈະສົ່ງກະແສໄຟເຂົ້າໄປທີ່ແບັດເຕີຣີໂດຍກົງເລີຍໂດຍທີ່ບໍ່ຕ້ອງແປງກະແສໄຟຟ້າໃດໆ. ເຊິ່ງວິທີນີ້ເອງສາມາດສາກແບັດເຕີຣີໃຫ້ຮອດ 97% ໄດ້ຢ່າງມີປະສິດທິພາບ.

ຢ່າງໃດກໍຕາມເທັກໂນໂລຢີດັ່ງກ່າວຍັງຢູ່ໃນຊ່ວງທົດລອງຢູ່ ແຕ່ວ່າບໍລິສັດ Oppo ນັ້ນຫວັງຢ່າງຍິ່ງວ່າຈະໄດ້ເຫັນເທັກໂນໂລຢີດັ່ງກ່າວອອກມາສູ່ໂລກພາຍນອນໃນໄວໆນີ້

ໝາຍເຫດ: ສຳລັັບຂະບວນການເຮັດວຽກຕ່າງໆແນະນຳໃຫ້ເຂົ້າອ່ານທີ່ເວັບຕົ້ນຂ່າວຈາກທ້າຍຂ່າວໄດ້ເລີຍ ^^

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...