Homeຂ່າວຕ່າງປະເທດອິນໂດເນເຊຍ ສັ່ງທຳລາຍເຮືອປະມົງຕ່າງດ້າວ ລະເມີດນ່ານນ້ຳ ຄັ້ງທຳອິດຂອງປີ ຈຳນວນ 30 ລຳ!

ອິນໂດເນເຊຍ ສັ່ງທຳລາຍເຮືອປະມົງຕ່າງດ້າວ ລະເມີດນ່ານນ້ຳ ຄັ້ງທຳອິດຂອງປີ ຈຳນວນ 30 ລຳ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ກຸມພານີ້ວ່າ ມື້ວານນີ້ (22 ກຸມພາ) ລັດຖະບານອິນ​ໂດ​ເນ​​ເຊຍ ​ໄດ​້ອອກ​ຄຳ​ສັ່ງ​ໃຫ້​ກຳລັງທະຫານເຮືອ ຈົມ​ເຮືອ​ຫາ​ປາ​ຜິດ​ກົດໝາຍ​ ຈຳນວນ 30 ລຳ​ ທີ່ລະເມີດນ່ານນ້ຳຂອງຕົນ ໂດຍ ທ່ານ Tyas Budiman ຜູ້ອຳນວຍການ​ໃຫຍ່ ​ອົງການ​ຕິດຕາມ​ກວດກາ​ຊັບພະຍາກອນ​ທະ​ເລ ​ແລະ ການປະມົງ ໄດ້ໃຫ້​ຮູ້​ວ່າ ນີ້​ແມ່ນ​ການທຳລາຍເຮືອຫາ​ປາ​ທີ່ຜິດ​ກົດໝາຍ​ ດ້ວຍການຈົມລົງທະເລ ​ຄັ້ງ​ທຳ​ອິດຂອງປີ 2016 ຊຶ່ງໃນ​ຈຳນວນບັນດາເຮືອທີ່ຖືກ​ຈົມ​​ນັ້ນ ປະກອບມີເຮືອ​ຂອງ​ ຊາວປະມົງຟີ​ລິບ​ປິນ, ຫວຽດນາມ, ມາ​ເລ​ເຊຍ ​ແລະ ມຽນມາ. ນອກ​ຈາກ​ນັ້ນ, ຍັງມີ​ເຮືອຫາປາຜິດກົດໝາຍ​ຂອງອິນ​ໂດ​ເນ​​ເຊຍ ອີກ 4 ລຳ ກໍຖືກ​ຈົມເຊັ່ນດຽວກັນ.

ທັງນີ້ ນັບ​ແຕ່​ເດືອນຕຸລາປີ 2014 ຈົນ​ຮອດ​ປະຈຸ​ບັນ, ກອງທັບເຮືອອິນ​ໂດ​ເນ​ເຊຍ ​ໄດ້ຈົມເຮືອຫາປາ​ຜິດກົດໝາຍ ຂອງຕ່າງປະ​ເທດ ທີ່​ມາ​ຫາ​ປາ​ຢູ່​ເຂດນ່ານນ້ຳຂອງອິນໂດເນເຊຍເກື​ອບ 150 ລຳ ຊຶ່ງສ່ວນໃຫຍ່ແມ່ນເຮືອ​ຂອງຫວຽດນາມ, ຟີ​ລິບ​ປິນ, ​ໄທ, ມາ​ເລ​ເຊຍ, ປາ​ປົວ​ນິວກີ​ເນ ​ແລະ ຈີນ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...