Homeຂ່າວຕ່າງປະເທດສົມເດັດພຣະເທບຯຂອງໄທ ຢ້ຽມຢາມຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ

ສົມເດັດພຣະເທບຯຂອງໄທ ຢ້ຽມຢາມຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກຸມພາຜ່ານມານີ້ວ່າ ສົມເດັດພຣະເທບພະຣັດຣາຊສຸດາຯ ສະຫຍາມບໍຣົມຣາຊະກຸມາຣີ ເຈົ້າຍິງແຫ່ງຣາຊະອານາຈັກໄທ ໄດ້ສະເດັດຢ້ຽມຢາມຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຕັ້ງແຕ່ວັນທີ 22 ກຸມພາ ໄປຈົນຮອດວັນທີ 24 ກຸມພານີ້ ເພື່ອຮັດແໜ້ນສາຍພົວພັນ ດ້ານການສຶກສາ ແລະ ສາທາລະນະສຸກ ລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຊຶ່ງໄດ້ຮັບການຕ້ອນຮັບຢ່າງສົມກຽດ ຈາກສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ທີ່ອາຄານສັນຕິພາບ ນະຄອນຫລວງພະນົມເປັນ.

ສຳລັບກຳນົດການໃນການຢ້ຽມຢາມ ຣາຊະອານາຈັກກຳປູເຈຍເທື່ອນີ້ ສົມເດັດພຣະເທບຯ ຈະໄດ້ເຂົ້າຢ້ຽມຄຳນັບ ພຣະບາດສົມເດັດພຣະບໍຣົມມະນຽດ ນະໂຣດົມ ສີຫະມຸນີ ພຣະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນວັນອັງຄານທີ 23 ກຸມພານີ້ອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...