Homeຂ່າວເຫດການປະທານກວດກາສູນກາງເນັ້ນ ຂະແໜງກະສິກຳ-ປ່າໄມ້ ເອົາໃຈໃສ່ຕ້ານການສໍ້ລາດບັງຫລວງ!

ປະທານກວດກາສູນກາງເນັ້ນ ຂະແໜງກະສິກຳ-ປ່າໄມ້ ເອົາໃຈໃສ່ຕ້ານການສໍ້ລາດບັງຫລວງ!

Published on

ກ່າວມີຄຳເຫັນຕໍ່ກອງ ປະຊຸມວຽກງານກວດກາຂອງ ຂະແໜງກະສິກຳ ແລະ ປ່າໄມ້ ທົ່ວປະເທດປະຈຳປີ 2015 ເມື່ອວັນທີ 19 ກຸມພາຜ່ານມາ ສະຫາຍ ດຣ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເນັ້ນໃຫ້ຄະນະພັກ ຕ້ອງເພີ່ມທະວີການນຳພາຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານຕິດຕາມ – ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ໃນນັ້ນຕ້ອງຖືສຳຄັນ ແລະ ເອົາ ໃຈໃສ່ຕໍ່ວຽກງານຕິດຕາມ – ກວດກາ, ມີການຊີ້ນຳໃຫ້ແທດເຖິງກວ່າເກົ່າ, ຖືເອົາວຽກງານນີ້ ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ; ມີການສຶກ ສາອົບຮົມ ແລະ ສ້າງເງື່ອນໄຂ ໃຫ້ພະນັກງານ, ສະມາຊິກພັກ ເປັນເຈົ້າການເຂົ້າຮ່ວມວຽກ ງານຕິດຕາມ – ກວດກາ ໂດຍສະເພາະແມ່ນວຽກງານ ຕ້ານການສໍ້ລາດບັງຫຼວງໃຫ້ກວ້າງຂວາງ.

ຄະນະກວດກາພັກ, ກົມກວດກາ ຕ້ອງມີການວາງແຜນການລວມ, ມີແຜນງານ ແລະ ໂຄງການລະອຽດ, ກຳນົດເປົ້າໝາຍການຕິດຕາມ – ກວດກາປົກກະຕິ ເພື່ອສະເໜີຄະນະພັກ ແລະ ການນຳຂອງກະຊວງຮັບ ຮອງ ແລ້ວຈັດຕັ້ງປະຕິບັດ ພາຍຫຼັງດຳເນີນການກວດກາສຳເລັດ ຕ້ອງມີການສະຫຼຸບຖອດຖອນບົດຮຽນເປັນປະຈຳ.

2-1-2ກອງປະຊຸມນີ້ໄດ້ຈັດຂຶ້ນທີ່ສະໂມສອນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ດຣ. ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້. ໃນໄລຍະດຳເນີນກອງປະຊຸມຕະຫຼອດ 2 ວັນຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ປະກອບຄຳເຫັນໃສ່ ບົດສະຫຼຸຸບລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານກວດກາໄລຍະ 5 ປີ ຜ່ານມາ ແລະ ການສະຫຼຸຸບປະຈຳປີ 2015, ຜ່ານແຜນການ 2016 – 2020 ແລະ ແຜນການປີ 2016 ແລະ ຜ່ານນິຕິກຳຈຳນວນໜຶ່ງ ກ່ຽວກັບວຽກ ງານກວດກາ, ກອງປະຊຸມໄດ້ອັດລົງໃນວັນດຽວກັນນີ້ ດ້ວຍຜົນສຳເລັດ.

 

ແຫລ່ງຂ່າວ:

ປຊຊ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...