Homeຂ່າວຕ່າງປະເທດລັດຖະບານອັງກິດແລະ ອົດສະຕຣາລີ ອອກເຕືອນພົນລະເມືອງ ລະວັງໄພກໍ່ການຮ້າຍຢູ່ມາເລເຊຍ!

ລັດຖະບານອັງກິດແລະ ອົດສະຕຣາລີ ອອກເຕືອນພົນລະເມືອງ ລະວັງໄພກໍ່ການຮ້າຍຢູ່ມາເລເຊຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກຸມພານີ້ວ່າ ໃນມື້ວານນີ້ (21 ກຸມພາ) ລັດຖະບານອັງກິດ ​ແລະ ອົດ​ສະ​ຕຣາ​ລີ ​ໄດ້​ອອກກ່າວ​ເຕືອນ​ພົນລະ​ເມືອງ​ຂອງ​ຕົນ ໃຫ້ລະມັດລະວັງ​ໄພ​ກໍ່​ການ​ຮ້າຍ​ຢູ່​ເຂດຕ່າງ​ໆ ໃນປະເທດມາ​ເລ​ເຊຍ ຊຶ່ງໃນ​ນັ້ນແມ່ນລວມ​ທັງ​ນະຄອນຫລວງກົວ​ລາ​ລຳ​ເປີ ອີກດ້ວຍ. ໂດຍລັດຖະບານອັງກິດ ​ແລະ ອົດ​ສະ​ຕຣາ​ລີ ໄດ້ພ້ອມ​ກັນ​ອອກກ່າວ​ເຕືອນ​ປະຊາຊົນ ​ຄວນ​ຫລີກລ່ຽງການໄປ​ທ່ອງ​ທ່ຽວ​ຢູ່ມາ​ເລ​ເຊຍ, ພິ​ເສດ​ແມ່ນ​ບັນດາ​ເຂດ​ທາງ​ພາກຕາ​ເວັນ​ອອກ ຊຶ່ງໃນ​ວັນ​ດຽວ​ກັນນັ້ນ ທ່ານ​ ອາມັດ ຊາຮິດ ຮາມິດີ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນມາ​ເລ​ເຊຍ ກໍໄດ້ອອກມາຖະ​ແຫລ​ງວ່າ ມີ​ພົນລະ​ເມືອງມາ​ເລ​ເຊຍ 130 ກວ່າ​ຄົນ ພວມ​ເຄື່ອນໄຫວຢູ່​ຊີຣີ ​ແລະ ອີຣັກ ​ເພື່ອ​ເຂົ້າ​ຮ່ວມ​ສູ້ຮົບກັບກຸ່ມລັດ​ອິດສະ​ລາມ ຫລື ໄອເອັສ (IS) ໄດ້ຖືກ​ລັດຖະບານມາເລເຊຍ ອອກຄຳສັ່ງຫ້າມ​ບໍ່​ໄດ້​ກັບ​ຄືນ​ປະ​ເທດ ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ສັນຕິພາບ ແລະ ສະຖຽນ​ລະ​ພາບ​ຂອງ​ມາ​ເລ​ເຊຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...