spot_img
Homeຂ່າວການພັດທະນາປະທານປະເທດ ເຂົ້າຮ່ວມສະຫລຸບຜົນສຳເລັດ ການບູລະນະປະຕິສັງຂອນ ຫໍພະແກ້ວ ຄັ້ງທີ III ໄລຍະທີ 1

ປະທານປະເທດ ເຂົ້າຮ່ວມສະຫລຸບຜົນສຳເລັດ ການບູລະນະປະຕິສັງຂອນ ຫໍພະແກ້ວ ຄັ້ງທີ III ໄລຍະທີ 1

Published on

ພິທີ​ສະຫຼຸບ​ລາຍ​ງານ​ຜົນ​ສຳເລັດ​ ໂຄງການ​ບູລະນະ​ປະຕິ​ສັງຂອນ ​ພິ​ພິ​ທະ​ພັນ​ຫໍພະແກ້ວ ​ຄັ້ງ​ທີ III ໄລຍະ​ທີ 1 ໄດ້​ຈັດ​ຂຶ້ນ​ຕອນ​ບ່າຍວັນ​ທີ 21 ກຸມພາ 2016 ມີ​ພະເຖລານຸເຖລະ ທ່ານ ຈູມ​ມາລີ ໄຊຍະ​ສອນ ປະທານ​ປະເທດ ທ່ານ ພັນ​ຄຳ ວິພາ​ວັນ ກຳມະການ​ກົມການເມືອງ​ສູນ​ກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງພັກ ຮອງ​ນາຍົກລັດຖະມົນຕີ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ໂຄງການ​ດັ່ງກ່າວ ທ່ານ ​ດຣ. ສິນ​ລະວົງ ຄຸດ​ໄພທູນ ກຳມະການ​ກົມການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ພັນ​ລະ​ຍາ​ບັນດາ​ການ​ນຳ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ຫົວໜ້າ​ຄະນະ​ຮັບຜິດຊອບໂຄງການ​ບູລະນະ​ປະຕິສັງຂອນ ພິ​ພິ​ທະ​ພັນ​ຫໍພະແກ້ວ ໄດ້​ກ່າວວ່າ: ໂຄງການ​ບູລະນະ​ປະຕິ​ສັງຂອນ​ພິ​ພິ​ທະ​ພັນ​ຫໍພະແກ້ວ ​ຄັ້ງ​ທີ III ໄລຍະ​ທີ 1 ໄດ້​ເລີ່ມ​ດຳເນີນ​ແຕ່​ວັນທີ 5 ມັງກອນ 2015 ໂດຍ​ແມ່ນບໍລິສັດ ມີ​ພູນ​ຊັບ​ກໍ່ສ້າງ ຈຳກັດ​ຜູ້ດຽວ ​ເປັນ​ຜູ້​ຮັບ​ເໝົາ ປັດຈຸບັນ ບັນດາ​ໜ້າ​ວຽກ​ສຳເລັດ​ແລ້ວ 73,8% ຄິດ​ເປັນ​ມູນ​ຄ່າ 3,95 ຕື້​ກວ່າ​ກີບ ໃນ​ນີ້​ວຽກ​ຮື້​ຖອນ ແລະ ສ້ອມແປງ​ຄືນ​ໂຄງ​ຫຼັງຄາ ສຳເລັດ 98,91% ຮື້​ຖອນ​ເພດານດ້ານ​ໃນ​ສ້ອມແປງ​ຄືນ ແລະ ຕີ​ເພດານ​ດ້ານ​ນອກ ສຳເລັດ 100% ສ້ອມແປງ​ຊຸ້ມ​ປະຕູປ່ອງຢ້ຽມ ແລະ ບານ ສຳເລັດ 57,32% ວຽກ​ພື້ນ​ສຳເລັດ 25,24% ຮື້​ຝາລະບຽງ ສຳເລັດ 100% ຂັ້ນໄດ ທາງ​ຂຶ້ນ ສຳເລັດ 15% ວຽກ​ສີ ສຳເລັດ 33,94% ສະຫຼຸບ​ລາຍຮັບ-ລາຍ​ຈ່າຍ​ເງິນ​ບໍລິຈາກ​ສົມທົບ​ທຶນ​ໂຄງການ​ດັ່ງກ່າວ (ສັງ​ລວມ​ຄັ້ງ​ທີ 6 ແຕ່​ວັນ​ທີ 1 ຕຸລາ-30 ທັນວາ 2015) ມີ​ເງິນຍົກ​ຍອດ​ມາ​ຂອງ​ບົດ​ສະຫຼຸບ ຄັ້ງ​ທີ 5 ຈຳນວນ 1,49 ຕື້​ກວ່າ​ກີບ 209.410 ບາດ ແລະ 15.793 ໂດ​ລາ​ສະຫະລັດ ລາຍ​ຮັບ​ຈາກການ​ບໍລິຈາກ​ສົມທົບ​ທຶນ 4,5 ລ້ານ​ກີບ ລວມ​ລາຍ​ຮັບ​ທັງ​ໝົດ 1,5 ຕື້​ກວ່າ​ກີບ ລາຍ​ຈ່າຍ 1,2 ຕື້​ກວ່າ​ກີບ ຈຳນວນ​ເງິນ​ທີ່​ຍັງ​ເຫຼືອ 299,48 ລ້ານ​ກວ່າ​ກີບ 209.410 ບາດ ແລະ 15.793 ໂດ​ລາ ແລະ ວັດ​ສະ​ດຸ​ມູນ​ຄ່າ 1,5 ລ້ານ​ກວ່າ​ກີບ ໂດຍ​ເງິນ​ຈຳນວນດັ່ງກ່າວ ​ໄດ້​ຝາກ​ໄວ້​ທະນາຄານພັດທະນາ​ລາວ.

ປັດຈຸບັນ​ໜ້າ​ວຽກ​ທີ່​ຍັງ​ຄ້າງ ໄລຍະ​ທີ 1 ທີ 2 ແລະ ທີ 3 ແມ່ນ 26,2% ຄິດ​ເປັນ​ມູນ​ຄ່າ 1,4 ຕື້ ກວ່າ​ກີບ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...