Homeຂ່າວການພັດທະນາອພບ ກຽມປັບປຸງ ຂອດເກັບມ້ຽນຂີ້ເຫຍື້ອໃນຕົວເມືອງ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ

ອພບ ກຽມປັບປຸງ ຂອດເກັບມ້ຽນຂີ້ເຫຍື້ອໃນຕົວເມືອງ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ

Published on

ຮອງປະທານອົງການບໍລິຫານ ແລະ ພັດທະນາຕົວເມືອງ ນະຄອນຫຼວງວຽງຈັນ (ອພບ) ໄດ້ໃຫ້ສຳພາດຕໍ່ນັກພວກເຮົາ ເມື່ອມໍ່ໆມານີ້ວ່າ: ປັດຈຸບັນອົງການຂອງຕົນ ມີແຜນຈະປັບປຸງຂອດການເກັບ ມ້ຽນຂີ້ເຫຍື້ອໃນຕົວເມືອງ ໃຫ້ມີປະສິທິຜົນສູງຂຶ້ນ ແລະ ຖືກຕ້ອງຕາມກຳນົດນັດໝາຍ, ຍ້ອນວ່າຜ່ານມາ ນີ້ ການເກັບມ້ຽນຂີ້ເຫຍື້ອຢູ່ບາງຈຸດຍັງຊັກຊ້າ ບໍ່ຖືກຕ້ອງຕາມເວລານັດໝາຍ, ຍ້ອນລຳພັງພຽງ ອພບ ໜ່ວຍງານດຽວ, ດັ່ງນັ້ນ ມັນຈຳເປັນຕ້ອງມອບໃຫ້ບໍລິສັດເອກະຊົນ ເຂົ້າມາມີສ່ວນຮ່ວມໃນການເກັບ ມ້ຽນຂີ້ເຫຍື້ອເຖິງ 8 ບໍລິສັດ, ແຕ່ກໍຍັງບໍ່ສາມາດເກັບມ້ຽນໄດ້ທັນເວລາ, ຍ້ອນຄວາມພ້ອມດ້ານບຸກຄະລາກອນ ແລະ ພາຫະນະຮັບໃຊ້ທີ່ມີບໍ່ພຽງພໍ, ບວກກັບເປັນວຽກທີ່ເປິະເປື້ອນ ແລະ ເມື່ອບໍ່ດົນມານີ້ລັດຖະບານລາວກໍຄື  ອພບ ຫາກໍໄດ້ຮັບການຊ່ວຍເຫຼືອລົດເກັບມ້ຽນຂີ້ເຫຍື້ອ ຈາກລັດຖະບານຍີ່ປຸ່ນຈຳນວນໜຶ່ງ, ຊຶ່ງຈະເປັນເງື່ອນໄຂໃຫ້ ວຽກງານເກັບມ້ຽນຂີ້ເຫຍື້ອຂອງ  ອພບ ມີປະສິດທິພາບສູງຂື້ນ ແລະ ປັດຈຸບັນ ອພບ ເອງ ກໍມີແຜນທີ່ຈະ ປັບປຸງຂອດການເກັບມ້ຽນຂີ້ເຫຍື້ອ ດ້ວຍການເພີ່ມຄ່າຕອບແທນ ກໍຄືຈຳນວນບຸກຄະລະກອນ ແລະ  ພາຫະ ນະ ເພີ່ມບໍລິສັດເອກະຊົນ ໃຫ້ເຂົ້າມາມີສ່ວນຮ່ວມໃນວຽກງານນີ້ຫຼາຍຂຶ້ນ, ພ້ອມຈະໄດ້ແບ່ງເຂດຮັບຜິດຊອບ ໃນການເກັບມ້ຽນຂີ້ເຫຍື້ອ ຂອງແຕ່ລະໜ່ວຍງານຮັບຜິດຊອບໃຫ້ສອດຄ່ອງ ຊຶ່ງໃນເມື່ອກ່ອນ ລົດເກັບຂີ້ເຫຍື້ອຄັນໜຶ່ງ ຕ້ອງເກັບຂີ້ເຫຍື້ອເຖິງ 3 – 4 ບ້ານ ຫຼື ຫຼາຍກວ່ານັ້ນ, ບວກກັບບາງຄັ້ງລົດ ເກັບມ້ຽນຂີ້ເຫຍື້ອເປ່ເພ, ແຕ່ບໍ່ມີລົດສຳຮອງ ຈຶ່ງເຮັດໃຫ້ການເກັບມ້ຽນຂີ້ເຫຍື້ອຊັກຊ້າ ບໍ່ຖືກຕາມເວລານັດໝາຍ, ດັ່ງນັ້ນ ຈຶ່ງເຊື່ອວ່າ ເມື່ອໃດການປັບປຸງຂອດບໍລິການດັ່ງກ່າວສຳເລັດ ເຊື່ອວ່າຈະເຮັດໃຫ້ການ ເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງນະຄອນຫຼວງວຽງຈັນ ມີປະສິດທິພາບດີຂຶ້ນ.

ຮອງປະທານ ອພບ ໃຫ້ຮູ້ອີກວ່າ: ປັດຈຸບັນມື້ໜຶ່ງ ໜ່ວຍງານກ່ຽວຂ້ອງຂອງຕົນ ສາມາດເກັບມ້ຽນຂີ້ເຫຍື້ອ ໃນຕົວເມືອງໄປບໍ່ຂີ້ເຫຍື້ອຫຼັກ 32 ໄດ້ພຽງ 60% ຂອງຂີ້ເຫຍື້ອທີ່ມີການຜະລິດອອກມາ, ຊຶ່ງໂດຍສະເລ່ຍແລ້ວ ພົນລະເມືອງໃນແຕ່ລະມື້ ຜູ້ໜຶ່ງຈະຜະລິດຂີ້ເຫຍື້ອອອກ 0,6 ກິໂລກຼາມ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...