HomeມູມໄອທີລາວZTE ປະກາດເປີດໂຕ Blade V7 ແລະ Blade V7 Lite ໃນງານ MWC16

ZTE ປະກາດເປີດໂຕ Blade V7 ແລະ Blade V7 Lite ໃນງານ MWC16

Published on

ໃນງານ MWC ປີ 2016 ນີ້ຕ່າງກໍມີສະມາດໂຟນຈາກຫຼາຍໆບໍລິສັດທີ່ເປີດໂຕໄປບໍ່ວ່າຈະເປັນ LG, HP, Alcatel, Lenovo. ຫຼ້າສຸດນີ້ເອງບໍລິສັດ ZTE ກໍອອກມາເປີດໂຕສະມາດໂຟນໃໝ່ນັ້ນກໍຄື Blade V7 ແລະ Blade V7 Lite

ອັບເດດ ທັງສອງລຸ້ນນັ້ນຮອງຮັບການຄວບຄຸມດ້ວຍທ່າທາງ ແລະມາພ້ອມກັບ Android 6.0 Marshmallow

image

ZTE Blade V7

ZTE Blade V7 ມີໜ້າຈໍຂະໜາດ 5.2 ນິ້ວ ຄວາມລະອຽດ 1080p (FHD) ເຊິ່ງເປັນຈໍແບບ 2.5D. ໃຊ້ງານຊິບປະມວນຜົນ MediaTek MT 6753 octa-core (ຄວາມໄວທີ່ 1.5GHz Cortex-A53) ແລະ ໃຊ້ຊິບປະມວນຜົນກຣາບຟິກ Mali-T720. RAM 2GB, ພື້ນທີ່ຈັດເກັບ 16GB. ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມກັບແຟລັດຄູ່ LED ແລະກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ (ສາມາດໃຊ້ໜ້າຈໍເປັນແຟລັດ). ຮອງຮັບສັນຍານ LTE, ແບັດເຕີຣີ 2,500 mAh. ໂຕເຄື່ອງແມ່ນເຮັດດ້ວຍໂລຫະ ແລະມີຄວາມໜາພຽງແຕ່ 3.5 ມມ

image

Blade V7 ຈະວາງຂາຍທີ່ປະເທດເຢຍລະມັັນ, ສະເປນ, ແອັບຟຣິກາໃຕ້, ເອທີໂອເປຍ ແລະ ແມັກຊີໂກ ໃນຊ່ວງກາງປີ 2016 ນີ້. ສຳລັບລາຄາຍັງບໍ່ມີປະກາດອອກມາຢ່າງເປັນທາງການໃດໆ

image

ZTE Blade V7 Lite

ZTE Blade V7 Lite ມີໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720p (HD) ເຊິ່ງເປັນຈໍແບບ 2.5D,. ໃຊ້ງານຊິບປະມວນຜົນຄອດຄໍ MediaTek MT6735P (ຄວາມໄວທີ່ 1.3GHz Cortex-A53) ແລະໃຊ້ງານຊິບປະມວນຜົນກຣາບຟິກ Mali-T720 GPU, RAM 2GB, ພື້ນທີ່ຈັດເກັບ 16GB. ກ້ອງຫຼັງຄວາມລະອຽດ 8 ລ້ານພິກເຊວ, ພ້ອມກັບແຟລັດ LED ແລະ ລະບົບໂຟກັດອັດຕະໂນມັດ. ສ່ວນກ້ອງໜ້າ 8 ລ້ານພິກເຊວ ພ້ອມກັບແຟລັດ LED ແລະ ໂຟກັດຄົງທີ່, ຮອງຮັບສັນຍານ LTE, ແບັດເຕີຣີໃຫ້ມາ 2,500 mAh, ແລະມີລະບົບສະແກນລາຍນິ້ວມືທີ່ດ້ານຫຼັງ. ສຳລັບໂຕເຄື່ອງແມ່ນເຮັດດ້ວຍອະລູມິນ້ຽມໝົດໂຕ

Blade V7 Lite ມີແຜນທີ່ຈະເປີດໂຕໃນຊ່ວງລະດູໃບໄມ້ປົ່ງທີ່ປະເທດຣັດເຊຍ, ແມັກຊີໂກ, ສະເປນ, ເຢຍລະມັັນ ແລະປະເທດໄທ. ສ່ວນລາຄານັ້ນແມ່ນຈະປະກາດອອກມາພາຍຫຼັງ

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...