Homeຂ່າວການພັດທະນາໂຄງ­ການ​ກໍ່­ສ້າງ​ທາງ​ຫີນ​ເຫີບ-ຊະ­ນະ​ຄາມ ຄືບ​ໜ້າ 30%

ໂຄງ­ການ​ກໍ່­ສ້າງ​ທາງ​ຫີນ​ເຫີບ-ຊະ­ນະ​ຄາມ ຄືບ​ໜ້າ 30%

Published on

 

ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ແຕ່​ເມືອງ​ຫີນເຫີບ-ເມືອງ​ຊະ­ນະ​ຄາມ ຊຶ່ງ​ເປັນ​ທາງ​ສາຍ​ຍຸດທະ​ສາດ​ສາຍ​ສຳ­ຄັນຂອງ​ແຂວງ​ວຽງ​ຈັນ ມີຄວາມ​ຄືບ​ໜ້າ​ແລ້ວ 30%, ໜ້າ​ວຽກ​ຕົ້ນ­ຕໍ ແມ່ນ ສຳ­ເລັດ​ການ​ບຸກ­ເບີກ​ໜ້າ​ທາງ ເພື່ອ​ເຮັດ​ໃຫ້ການ​ສັນ­ຈອນ​ຕາມ​ຊ່ວງ​ທາງ​ນີ້​ບໍ່​ຕິດ​ຂັດ​ແຕ່ ທຽບ­ໃສ່​ແຜນ­ການ​ຫຼ້າ​ຊ້າ​ເຖິງ 20%.

ທ່ານ ສົມ​ສຸກ ຄຳ​ມຸງ­ຄຸນ ຮອງ​ຂະ­ແໜງ​ຄຸ້ມຄອງ​ທາງ­ບົກ-ທາງ­ນ້ຳ​ທັງ​ເປັນ​ຜູ້​ປະ­ສານ​ງານໂຄງ­ການ​ກໍ່­ສ້າງ​ທາງ​ຫີນ​ເຫີບ-ຊະ­ນະ​ຄາມ​ໃຫ້ສຳ­ພາດ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ໂຄງ­ການ​ກໍ່­ສ້າງທາງ​ເມືອງ​ຫີນ​ເຫີບ-ເມືອງ​ເຟືອງ-ເມືອງ​ໝື່ນ-                    ເມືອງ​ຊະ­ນະ​ຄາມ ມີ​ຄວາມ​ຍາວ 132 ກິ​ໂລແມັດ, ມີ​ຂົວ​ເບ​ຕົງ​ອັດ​ແຮງ​ຕາມ​ມາດ­ຕະ­ຖານທາງ​ຫຼວງ​ແຫ່ງ​ຊາດ 15 ແຫ່ງ​ຍາວ 660 ແມັດ, ມີ​ທໍ່​ດາ ໂລ່ 10 ຈຸດ ໂດຍ​ແມ່ນ​ບໍ­ລິ­ສັດ​ເຮືອງ​ສີ​ກໍ່ສ້າງ​ຂົວ-ທາງ ຈຳ­ກັດ ຜູ້​ດຽວ​ເປັນ​ຜູ້​ລົງ­ທຶນ​ກ່ອນ 100% ໃນ​ມູນ​ຄ່າ 1.336 ຕື້​ກວ່າ​ກີບ ຊຶ່ງ​ໄດ້ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ວັນ​ທີ 1 ມີ­ນາ 2013 ມີ ໄລ­ຍະ​ກໍ່­ສ້າງ​ຕາມ​ສັນ­ຍາ 5 ປີ​ໃຫ້​ສຳ­ເລັດ.

ໂຄງ​ສ້າງ​ຂອງ​ທາງ​ເສັ້ນ​ນີ້​ເປັນ​ທາງ​ປູ­ຢາງສອງ​ຊັ້ນ​ມີ​ລວງ​ກວ້າງ​ແຕກ​ຕ່າງ​ກັນ​ຄື: ທາງປົກ­ກະ­ຕິ​ກວ້າງ 10 ແມັດ ປູ­ຢາງ​ຊັ້ນ​ໜຶ່ງ 9 ແມັດ, ຊັ້ນ​ສອງ 8 ແມັດ, ທາງ​ເທ­ສະ​ບານ​ຜ່ານ​ເມືອງຫີນ​ເຫີບ, ເມືອງ​ເຟືອງ, ເມືອງ​ໝື່ນ​ກວ້າງ 18 ແມັດ, ຜ່ານ​ເທ­ສະ​ບານ​ເມືອງ​ຊະ­ນະ​ຄາມ 22 ແມັດ, ມີ​ໄຟ­ຟ້າ​ເຢືອງ​ທາງ​ຄົບ​ຊຸດ, ມີ​ທາງ​ຄົນຍ່າງ, ລະ­ບົບ​ລະ­ບາຍ​ນ້ຳ​ຂ້າງ​ທາງ​ສອງ​ເບື້ອງ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາ​ຮອດ​ປະ­ຈຸ​ບັນນີ້​ວຽກ​ທັງ​ໝົດ​ໄດ້​ຄືບ​ໜ້າ​ໄປ​ແລ້ວ 30% ໃນ​ນີ້ ໄດ້ສຳ­ເລັດ​ການ​ບຸກ­ເບີກ​ຂະ­ຫຍາຍ​ໜ້າ​ທາງ ແຕ່ເມືອງ​ເຟືອງ-ບ້ານ​ວັງ-ປາກ​ຊາວ​ສຳ­ເລັດ​ປະມານ 100 ກິ­ໂລ­ແມັດ ຕາມ​ການ​ອອກ​ແບບ​ເຮັດໃຫ້­ການ​ສັນ­ຈອນ​ມີ​ຄວາມ​ສະ­ດວກ​ສະ­ບາຍ​ຂຶ້ນ, ທ່ານ​ຜູ້​ປະ­ສານ​ງານ​ໂຄງ­ການ​ກ່າວ​ອີ​ກວ່າ ເພື່ອເຮັດ​ໃຫ້­ການ​ກໍ່­ສ້າງ​ໃນ​ໂຄງ­ການ​ນີ້​ໄວ​ຂຶ້ນ​ພະແນກ ຍທຂ ແຂວງ​ວຽງ​ຈັນ​ໄດ້​ຊຸກ­ຍູ້​ໃຫ້​ບໍ­ລິ­ສັດປັບ​ແຜນ ແລະ​ວິ­ທີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ ການ​ຄືນ­ໃໝ່​ຄື: ສຳ­ລັບ​ປີ 2016 ນີ້​ໃຫ້​ບໍ­ລິ­ສັດຖອນ​ກຳ­ລັງ​ກົນ​ຈັກ​ທີ່​ຈະ​ແຈກ​ກະ­ຈາຍ​ຢູ່​ແຕ່​ລະຈຸດ​ນັ້ນ​ໃຫ້​ເຂົ້າ​ຕະ­ລຸມ­ບອນ​ປູ­ຢາງ​ຢູ່​ເທ­ສະ​ບານ ເມືອງ​ເຟືອງຈຸດ​ດຽວ​ໃຫ້​ສຳ­ເລັດພາຍ​ໃນ​ປີ 2016 ນີ້​ສາ­ກ່ອນ, ຫຼັງ​ຈາກ​ນັ້ນ​ຈະ​ສືບ­ຕໍ່​ປູ­ຢາງເປັນ​ຊ່ວງ​ໄປ​ໃສ່​ເຂດ​ຜາ​ສັງ, ເມືອງ​ໝື່ນ, ບ້ານ​ວັງ-ປາກ​ຊາວ ແລະ​ຕໍ່ໆໄປ​ຈົນ.

ສຳ­ລັບ​ປະ­ຈຸ​ບັນ​ໄດ້​ມີ​ການ​ນຳ​ທີມງານ​ເຂົ້າ​ໄປ​ວາງ​ທໍ່​ຂ້າມ​ທາງ​ແຕ່​ເມືອງເຟືອງ​ຈົນ​ຮອດ​ບ້ານ​ວັງ​ໃຫ້​ສຳ­ເລັດ ແລະ ໃນ​ວັນ​ທີ 19 ກຸມ­ພາ​ນີ້​ກໍ​ມີ​ການ​ມ້າງ​ຂົວ ບ້ານ​ດອນ​ທີ່​ເມືອງ​ເຟືອງ ເພື່ອ​ປ່ຽນ​ເປັນທໍ່​ດາ​ໂລ​ໃຫຍ່​ໃສ່​ແທນ, ສ່ວນ​ວຽກ​ຂົວ​ຈະເລີ່ມ​ລົງ­ມື​ໃນ​ປີ 2017 ເປັນ­ຕົ້ນ​ໄປ, ຄຽງຄູ່​ກັນ​ນີ້​ຜູ້​ຮັບ​ເໝົາ​ຍັງ​ໄດ້​ກະ­ກຽມ​ວັດ​ສະດຸເພື່ອ​ກຽມ​ປູ­ຢາງ​ໃນ​ເທ­ສະ​ບານ​ເມືອງ ເຟືອງ​ເຊັ່ນ: ໄດ້​ມີ​ການ​ຊື້​ໂຮງ​ຂົບ​ຫີນ​ຂະໜາດ​ໃຫຍ່​ມາ​ຕິດ​ຕັ້ງ​ເປັນ​ທີ່​ຮຽບ​ຮ້ອຍແລ້ວ ຊຶ່ງ​ສາ­ມາດ​ຜະ­ລິດ​ໄດ້ 500-600 ແມັດ​ກ້ອນ​ຕໍ່​ມື້ ແລະ​ຈະ​ສ້າງ​ທໍ່​ດາ​ໂລ​ໃຫ້ສຳ­ເລັດ 6 ຈຸດ ໃນ​ຈຳ­ນວນ​ທໍ່​ດາ​ໂລ​ທັງໝົດ 10 ຈຸດ​ຍາວ100 ແມັດ, ກຽມ​ຫີນ- ຊາຍ ແລະ​ວັດ​ສະ​ດຸ​ອື່ນໆ​ໄວ້​ອີກ​ຈຳ­ນວນໜຶ່ງ.

ນອກ​ນີ້​ຍັງ​ໄດ້​ມີ​ການ​ຕິດ​ຕັ້ງ​ໂຮງງານ​ເບ​ຕົງ​ຢູ່​ເມືອງ​ໝື່ນ​ສຳ­ເລັດ ຊຶ່ງ​ສາມາດ​ຜະ­ລິດ​ທໍ່​ໄດ້​ມື້​ລະ 90 ໜ່ວຍ ແລະ​ອີກໜຶ່ງ​ແຫ່ງ​ຢູ່​ເມືອງ​ເຟືອງຜະ­ລິດ​ໄດ້​ມື້​ລະ 40 ໜ່ວຍ, ໄດ້​ຕິດ​ຕັ້ງ​ແທ່ງ​ປູນ​ຈຳ­ນວນ 3 ຈຸດ ເພື່ອ​ຮັບ­ປະ­ກັນ​ການ​ສະ​ນອງ​ປູນ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ຂະ­ນະ​ທີ່ທາງ​ປູ­ຢາງ​ເກົ່າ​ທີ່​ມີ​ແລ້ວ​ໃນ​ເມືອງ​ຫີນເຫີບ, ໝື່ນ ແລະ​ເມືອງ​ຊະ­ນະ​ຄາມ​ໃຫ້​ຮັກສາ​ໄວ​ກ່ອນ.

ທີ່ມາ: ນສພ ເສດຖະິກດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...