Home​ຂ່າວບັນເທິງແຟນໆ ສຸດເສົ້າ ເຈ້ຍປາຊິຟິກ ປະກາດເຊົາສ້າງຮູບເງົາ (ມີຄລິບ)

ແຟນໆ ສຸດເສົ້າ ເຈ້ຍປາຊິຟິກ ປະກາດເຊົາສ້າງຮູບເງົາ (ມີຄລິບ)

Published on

ບ່າຍ 2 ໂມງຂອງວັນທີ 18 ກຸມພາ 2016 ທີ່ຜ່ານມາ ເຈ້ຍປາຊິຟິກດາລານັກຮ້ອງ ນັກສະແດງຊື່ດັງຂອງລາວ ໄດ້ໂພສຂໍ້ຄວາມໃນໜ້າເຟສບຸກຂອງຕົນເອງ ໃນລັກສະນະທີ່ຕ່ຳຕ້ອຍນ້ອຍໃຈວ່າ “ຂ້ອຍ ພູມຊະນະ  ສິລິວົງສາ (phoumsana.sirivongsa) ຫຼື ເຈ້ຍ ປາຊີຟິກ ຈະບໍ່ສ້າງ ຮູບເງົາອີກແລ້ວ. ເຫັນແບບນີ້ແລ້ວມັນກະເຮັດໃຫ້ຄົນຜູ້ສ້າງ ຮູບເງົາ ຄືເຮົາ ( ບໍ່ ຢາກເຮັດຮູບເົງາອີກແລ້ວ ) ກ່ອນເຮົາຈະສ້າງ ຮູບເງົາເລື່ອງໜຶ່ງອອກມາ ເຮົາອຸທິດທັງກາຍ ແລະ ໃຈ ທຸ້ມແຮງ ທຸ້ມເງີນລົງໄປ ໃຊ້ເວລາກັບມັນເປັນປີກວ່າຈະອອກມາໄດ້ໜຶ່ງເລື່ອງ. ວົງການຮູບເງົາລາວເຮົາກໍາລັງຈະກ້າວ ຂໍຮ້ອງຢ່າເຮັດໃຫ້ມັນດັບລົງເລີຍ ຂ້ອຍບໍ່ໄດ້ເວົ້າເພື່ອໂຕຂ້ອຍເອງ ແຕ່ຂ້ອຍຂໍເວົ້າແທນ ທຸກຄົນທີ່ກໍາລັງສ້າງຮູບເງົາ ຖ້າເຮົາຄົນລາວບໍ່ຊ່ວຍກັນ ສະໜັບສະໜູນກັນ ອີກ 2 ປີຕໍ່ໜ້າໄປ ເຮົາຈະບໍ່ມີຮູບເງົາລາວໃຫ້ເບິ່ງ ເພາະຜູ້ສ້າງໄປບໍ່ລອດ ແລະ ຕ້ອງໄປເຮັດວຽກອື່ນ. ຄືກັນກັບຂ້ອຍຕອນນີ້ ຂ້ອຍຍອມພວກເຈົ້າແລ້ວ. ລາກ່ອນ ຮູບເງົາ ທີ່ຂ້ອຍຮັກ.”

ໃນຂະນະດຽວກັນກໍໄດ້ອອກຄລິບຢືນຢັນວ່າຈະຢຸດເຊົາການສ້າງຮູບເງົາຢ່າງແນ່ນອນ ແຕ່ບໍ່ຍອມເປີດເຜີຍເຫດຜົນທີ່ແທ້ຈິງຂອງການຢຸດສ້າງຮູບເຮົາ. ຈາກຄລິບຜູ້ກ່ຽວໄດ້ເວົ້າໃນລັກສະນະທີ່ມີບັນຫາບາງຢ່າງມາກະທົບໃສ່ຢ່າງໜັກໜ່ວງ ຄ້າຍຄືວ່າຜົນງານທີ່ສ້າງຂຶ້ນມານອກຈາກຈະບໍ່ໄດ້ຮັບການສະໜັບສະໜຸນ ຊ້ຳບໍ່ພໍຍັງຖືກຢຽບຍ່ຳ.

ເຈ້ຍປາຊິຟິກໄດ້ເລົ່າເຖິງການສ້າງຮູບເງົາໃນໄລຍະທີ່ຜ່ານມານັ້ນລົງທຶນຫຼາຍແຕ່ບໍ່ມີກຳໄລ ແຕ່ວ່າເຮັດດ້ວຍຈິດໃຈທີ່ມັກຮັກໃນວິຊານີ້. ຕອນໜຶ່ງທີ່ສຳຄັນເຈ້ຍໄດ້ເວົ້າເຖິງຜົນປະໂຫຍດທີ່ໄດ້ຈາກໜັງຕໍ່ສັງຄົມລາວຢ່າງລະອຽດ ວ່າການສ້າງໜັງມັນສ້າງລາຍໄດ້ໃຫ້ຫຼາຍໆຄົນ ນັບຕັ້ງແຕ່ຄົນຂາຍໝາກຝຣັ່ງໜ້າໂຮງໜັງ, ຄົນລ້າງຫ້ອງນ້ຳ, ເຖິງສະຖານທີ່ທ່ອງທ່ອງທ່ຽວທີ່ໄດ້ໄປຖ່າຍທຳ. ໃນຂະນະດຽວກັນກໍໄດ້ປຽບທຽບລາຄາເຂົ້າຊົມຮູບເງົາລະຫວ່າງຮູບເງົາລາວກັບຮູບເງົາຕ່າງປະເທດມາໃຫ້ຢ່າງລະອຽດຈະແຈ້ງ. ແລະຕອນທ້າວ ເຈ້ຍ ຝາກໃຫ້ກຳລັງໃຈຜູ້ທີ່ຈະສ້າງຮູບເງົາຈົ່ງສູ້ຕໍ່ໄປ ພ້ອມທັງຝາກເຖິງແຟນໆ ຂໍໃຫ້ໄປສະໜັບສະໜຸນຜົນງານຂອງຄົນລາວໃຫ້ຫຼາຍຂຶ້ນ.

ໃນໄລຍະທີ່ຜ່ານມາ ເຈ້ຍປາຊິຟິກເປັນດາລາລາວຜູ້ໜຶ່ງທີ່ມີຊື່ສຽງໂດ່ງດັງ ເພງແຕ່ລະເພງທີ່ອອກມາລ້ວນແຕ່ໄດ້ຮັບຄວາມນິຍົມຊົມຊອບ, ໜັງແຕ່ລະເລື່ອງທີ່ອອກມາກໍໄດ້ຮັບຄວາມນິຍົມຊົມຊອບຈາກແຟນໆ ເກີນຄາດໝາຍເຊັ່ນດຽວກັນ ໂດຍສະເພາະແມ່ນໜັງ ຮັກອ່ຳລ່ຳ ແລະຮັກອິຫຼີ (ທັງພາກໜຶ່ງແລະສອງ) ລວມທັງບຸກຄະລິກສ່ວນຕົວຂອງເຈ້ຍກໍເປັນຄົນບໍ່ຖືເນື້ອຖືຕົວ ເຈ້ຍຈຶ່ງເປັນທີ່ຮັກແລະນິຍົມຊົມຊອບຂອງແຟນໆ ດ້ວຍດີຕະຫຼອດມາ.

 
 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...