spot_img
Homeຂ່າວຕ່າງປະເທດຖ່າຍຮູບເງົາ King Kong 2 “ແຊມມິວ ແຈັດສັນ” ນໍາທີມຮໍລີວູມຸດນໍ້າທີ່ຖໍ້າມໍລະດົກໂລກຫວຽດນາມ

ຖ່າຍຮູບເງົາ King Kong 2 “ແຊມມິວ ແຈັດສັນ” ນໍາທີມຮໍລີວູມຸດນໍ້າທີ່ຖໍ້າມໍລະດົກໂລກຫວຽດນາມ

Published on

ອາທິດນີ້ນັກສະແດງຊັ້ນນໍາຂອງຮໍລິວູດກໍາລັງຕະເວນຢູ່ໃນຫວຽດນາມ ພ້ອມກອງຖ່າຍທີ່ກໍາລັງຖ່າຍທໍາພາບເລື່ອງ “ຄິງຄອງ” ຕອນທີ 2 ຊຶ່ງເລືອກໃຊ້ສະຖານທີ່ສໍາຄັນຫຼາຍແຫ່ງທີ່ມີທັດສະນີຍະພາບທີ່ສວຍງາມ ລວມທັງແຫຼ່ງມໍລະດົກໂລກ ເພື່ອໃຊ້ເປັນ “ເຮືອນ” ຂອງກຣໍລີລາຍັກ.

ນັກສະແດງທີ່ມີຊື່ສຽງຮູ້ຈັກກັນໄປທົ່ວໂລກຫຼາຍຄົນ ກໍາລັງເຮັດວຽກກັນຢ່າງໜັກໃນຫວຽດນາມ ລວມທັງແຊມມິວ ແຈັດສັນ (Samuel Jackson) ບຣີ ລາຣສັນ (Brei Larson) ຈອນ ກູດແມນ (John Goodman) ໂທບີ ເຄເບລ  (Toby Kebell) ແລະມາດ ເອແວນ ແຈັດສັນ  (Marc Even Jackson) ເພື່ອເຮັດໃຫ້ຄິງຄອງໃນຕອນ Skull Island ​ເຄື່ອນ​ໄຫວຄືມີຊີວິດແທ້ຈິງ.

ຕາມລາຍງານຂອງສື່ທາງການ ທີມງານຈາກຮໍລິວູດໄດ້ຖ່າຍທໍາໃນຫຼາຍສະຖານ​ທີ່ ໂດຍເປີດສາກທີ່ຖໍ້າເຊິນດູ່ງ ໃນເຂດປ່າສະຫງວນຟົງຢາ-ແກ໋ບ່າງ ທີ່ຂຶ້ນທະບຽນເປັນມໍລະດົກໂລກໃນແຂວງກວ໋າງບິ່ງ ທາງພາກກາງຕອນເທິງຂອງປະເທດຫວຽດນາມ ກ່ອນເຄື່ອນຍ້າຍຂຶ້ນໄປຫາອ່າວຮາລອງ ຊຶ່ງເປັນອ່າວມໍລະດົກໂລກໃນ ແຂວງກວ໋າງນິງ ທາງພາກຕາເວັນອອກສຽງເໜືອ ແລະກັບລົງໄປຫາ ແຂວງນິງບິ່ງ ທາງຕອນໃຕ້ນະຄອນຮ່າໂນ້ຍ ໃນລະດູທີ່ມີນໍ້າສາຍຍາວໄຫຼ ຈາກ​ເຈີ້ຍພູສະຫລັບຊັບຊ້ອນ ແລະສວຍງາມ ທີ່ຮຽກກັນວ່າ “ຮາລອງ​ເບ”.

king kong (1)

     ນັກສະແດງທີ່ຮ່ວມທີມເຂົ້າຫວຽດນາມຄັ້ງນີ້ ລ້ວນມີ​ຊື່​ສຽງ​​ໂດ່​ງດັງໃນວົງການ ແຊມມິວ ແຈັດສັນ ກັບ ຈອນ ກູດແມນ ໄດ້ຫັນຕົວເອງສູ່ການກໍາກັບຮູບເງົາດ້ວຍ ຫຼາຍຄົນເປັນນັກສະແດງດາວຮຸ່ງ ສໍາລັບແຈັດສັນ ສະແດງຮູບເງົາມາຫຼາຍກວ່າ 100 ຮູບເງົາ ກິນ​ເນສບຸ໊ກອອຟເຣດຄອດ ບັນທຶກເອົາໄວ້ປີ 2012 ວ່າ ຮູບເງົາທີ່ດາລາອາວຸໂສນໍາສະແດງມີລາຍໄດ້ລວມກັນໄດ້ຫຼາຍກວ່າ 7.400 ລ້ານໂດລາ.

ບຣີ ລາຣສັນ ອາຍຸ 26 ປີ ເປັນໜຶ່ງໃນບັນດາຕົວເກັ່ງນັກສະແດງນໍາຝ່າຍຍິງສຸດຍອດ ລາງວັນອອສກາປະຈໍາປີ 2015 ທີ່ຈະປະກາດຜົນປາຍເດືອນນີ້ ລາວເປັນສາວງາມຄົນໃໝ່ຂອງຄິງຄອງ ສໍານັກຂ່າວຫວຽດນາມເອັກຊເພຣສລາຍງານໃນເວັບໄຊ.

king kong (3)

     ຍັງບໍ່ທັນຮູ້ລາຍລະອຽດທັງໝົດຂອງຄິງຄອງຕອນໃໝ່ໃນຂະນະນີ້ ແຕ່ທອມ ຮິດເດິນຕັນ (Tom Hiddleston) ຜູ້ສະແດງນໍາຝ່າຍຊາຍຄົນໃໝ່ ໃຫ້ສໍາພາດປາຍປີທີ່ແລ້ວວ່າ ຮູບເງົາບໍ່ໄດ້ປູພື້ນ ຍ້ອນຍຸກໃນຊ່ວງປີ ຄສ 1930 ເຊັ່ນຕອນທໍາອິດອີກຕໍ່ໄປ.

ຕາມລາຍງານຂອງກະຊວງວັດທະນະທໍາ ກີລາ ແລະທ່ອງທ່ຽວຫວຽດນາມ ທີມພຣີໂປຣດັກ​ເຊິນຈາກຮໍລິວູດເດີນທາງເຂົ້າສໍາລວດ ແລະເກັບຂໍ້ມູນຈາກແຫຼ່ງຖ່າຍທໍາຕ່າງໆໃນຫວຽດນາມຕັ້ງແຕ່ເດືອນມັງກອນ.

ຮູບເງົາເລື່ອງນີ້ ເລີ່ມຖ່າຍທໍາໃນລັດຮາວາຍຕັ້ງແຕ່ເດືອນຕຸລາປີກາຍນີ້ແລ້ວ ກ່ອນເຄື່ອນຍ້າຍໄປຫາເມືອງດີທລອຍ ລັດມິຊິແກນ ແລະຖ່າຍທໍາຕໍ່ອີກຫຼາຍສາກໃນລັດຄວີນສແລນ ອົດ​ສະຕຣາລີ ໂດຍຫວຽດນາມເປັນປະເທດທີສາມ.

king kong (4)

     ຫວຽດນາມເອັກສເພຣສກ່າວວ່າ ການຖ່າຍທໍາຮູບເງົາເລື່ອງ ຄິງຄອງພາກສອງໃນປະເທດ ເປັນໂອກາດອັນດີທີ່ຈະໄດ້ເຜີຍແຜ່ສິ່ງດີໆອອກສູ່ສາຍຕາຄົນທົ່ວໂລກ ສ້າງຊື່່ສຽງແກ່ປະເທດ ແລະປະຊາຊົນຫວຽດນາມ ຄາດວ່າຮູບເງົາຕອນໃໝ່ຈະເຂົ້າສາຍໃນເດືອນມີນາປີໜ້າ.

ກຣໍລີລາຍັກ ຜ່ານສາຍຕາຂອງຄົນທັງໂລກມາຕະຫຼອດ ວ່າກັນວ່າໃນພາກສອງນັ້ນ ບໍລິສັດຂອງຄິງຄອງກໍາລັງຈະປ່ຽນພາບລັກສະນະໄປ ແຕ່ຮູບລັກສະນະຍັງຄົງຄືເກົ່າ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...