HomeມູມໄອທີລາວBlackblaze ເຜີຍ​ລາຍ​ງານ​ການ​ໃຊ້​ຮາດ​ດິສ WD ​ຄອງ​ດັບ​ໜຶ່ງ​ຄວາມ​ໄວສູງ​ສຸດ

Blackblaze ເຜີຍ​ລາຍ​ງານ​ການ​ໃຊ້​ຮາດ​ດິສ WD ​ຄອງ​ດັບ​ໜຶ່ງ​ຄວາມ​ໄວສູງ​ສຸດ

Published on

Blackblaze (ບໍ​ສັດ​ໃຫ້​ບໍລິການ​ເກັບ​ຂໍ້​ມູນ​​ເທິງ​ຄຣາວ) ​ເປີ​ດ​ເຜີຍ​ລາຍ​ງານ​ກ່ຽວ​ກັບ​ການ​ໃຊ້​ຮາດ​ດິສຂອງ​ບໍລິສັດ ຊຶ່ງ​ໃນ​ລາຍ​ງານ​ໄດ້​ກ່າວ​ເຖິງ Failure Rate (ອັດຕາ​ຄວາມ​ໄວ) ຂອງ​ຮາດ​ດິສ​ແຕ່​ລະ​ຍີ່​ຫໍ້ທີ່​ບໍລິສັດ​ນຳ​ໃຊ້​ໄວ້ນຳ.

​ໂດຍ​ພາຍ​ໃນ​ສູນ​ຂໍ້​ມູນ​ຂອງ Backblaze ມີ​ການ​ໃຊ້​ຮາ​ດດິສ 4 ຍີ່​ຫໍ້ ​ໄດ້​ແກ່ Seagate, Western Digital (WD), Toshiba ​ແລະ HGST.

2

ຈາກ​ລາຍ​ງານ​ຂອງ​ທາງ Backblaze  ຜົນ​ໂດຍ​ລວມຂອງ​ການ​ໃຊ້​ວຽກ​ຮາດ​ດິສ​ແຕ່​ລະ​ຍີ່​ຫໍ້​ຕັ້ງ​ແຕ່​ເດືອນ​ເມສາປີ 2013 ​ເຖິງ​ສິ້ນ​ປີ 2015 ປາກົດ​ວ່າ​ຍີ່​ຫໍ້​ທີ່​ມີ Failure Rate ສູງ​ສຸດ​ຕົກ​ເປັນ​ຂອງ​ຮາດ​ດິສຈາກ ​Western Digitalໂດຍ​ມີ ​Failure Rate ເຖິງ​ປະມານ​ຮ້ອຍ​ລະ 7 ຂອງ​ຮາດ​ດິສຈຳນວນ 1.681 ໜ່ວຍ.

ລຳດັບ​ຕໍ່​ມາ​ເປັນ​ຮາດ​ດິສຂອງ Seagate ທີ່​ມີ Failure Rate ປະມານ​ຮ້ອຍ​ລະ 4 ຈາກ​ຮາດດິສຈຳນວນ 31.400 ໜ່ວຍ.

​ໃນ​ຂະນະ​ທີ່​ຮາ​ດດິສຂອງ HGST ມີ Failure Rate ພຽງ​ຮ້ອຍ​ລະ 1 ຈາກ​ຮາດ​ດິສຈຳນວນ 22.905 ໜ່ວຍ.

ນີ້​ອາດ​ເປັນ​ຂໍ້​ມູນ​ສ່ວນ​ໜຶ່ງ​ໃນ​ການ​ຕັດສິນ​ໃຈ​ຊື້​ຮາດ​ດິສ​ໃໝ່​ຂອງ​ທ່ານ.

ບົດຄວາມຫຼ້າສຸດ

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...