spot_img
Homeຄວາມງາມສາລະພັດວິທີ ຊ່ວຍໃຫ້ຜິວຂາວ

ສາລະພັດວິທີ ຊ່ວຍໃຫ້ຜິວຂາວ

Published on

ເຊື່ອວ່າຫລາຍຄົນຄົງຢາກໃຫ້ຜິວຂາວ ສົດໃສມີນີ້ພວກເຮົາມາທົດລອງໃຊ້ວິທີແບບທຳມະຊາດ ເພື່ອຊ່ວຍໃຫ້ຜິວຂາວຂຶ້ນ ດ້ວຍວິທີຕ່າງໆດັ່ງຕໍ່ໄປນີ້:

ວິທີເຮັດໃຫ້ຜິວຂາວດ້ວຍ ສູດໂຢເກີ໋ດປະສົມໝາກນາວ :

ໃຫ້ນຳ ນໍ້າໝາກນາວ ປະສົມກັບ ໂຢເກີ໋ດ ແລ້ວນຳມາທາຜິວ ປະໄວ້ປະມານ20 ນາທີ ໝາກນາວຈະຊ່ອຍກຳຈັດເຊລຜິວເກົ່າ ເຜີຍຜິວໃໝ່ທີ່ສົດໃສກວ່າເກົ່າສ່ວນໂຢເກິ໋ດຈະຊ່ອຍບໍ່ໃຫ້ລະຄາຍເຄືອງຜິວ.

ວິທີເຮັດໃຫ້ຜິວຂາວດ້ວຍ ສູດກ້ວຍຫອມປະສົມນົມສົດ :

ໃຫ້ນຳເອາກ້ວຍຫອມ ແລະ ນົມສົດມາບົດໃສ່ກັນ ແລ້ວນຳໄປໂພະຕາມຜິວໜັງໃນບໍລິເວນທີ່ຕ້ອງການ ກ້ວຍຫອມ ແລະ ນົມສົດຈະຊ່ອຍໃຫ້ຜິວຂາວນວນງາມ.

ວິທີເຮັດໃຫ້ຜິວຂາວດ້ວຍ ສູດໝາກຫຸ່ງປະສົມນົມສົດ :

ໃຫ້ນຳເອົາໝາກຫຸ່ງ ແລະ ນົມສົດ ມາບົດປົນກັນ ແລ້ວນຳໄປໂພະຕາມໃບໜ້າແລະ ຕາມຜິວກາຍ ປະໄວ້ປະມານ 20 ນາທີແລ້ວລ້າງອອກ ສູດນີ້ແມ່ນຄ້າຍຄືກັບສູດກ້ວຍຫອມປະສົມນົມສົດ.

ວິທີເຮັດໃຫ້ຜິວຂາວດ້ວຍ ສູດນໍ້າເຜິ້ງປະສົມ ໂຢເກິ໋ດ :

ໃຫ້ນຳເອົານໍ້າເຜິ້ງ ແລະ ໂຢເກິ໋ດມາປະສົມ ແລ້ວຄົນໃຫ້ເຂົ້າກັນ ຈາກນັ້ນນຳໄປທາຕາມໃບໜ້າ ແລະ ຜິວກາຍ ປະໄວ້ປະມານ 30 ນາທີແລ້ວລ້າງອອກນໍ້າເຜິ້ງ ແລະ ໂຢເກິ໋ດຈະຊ່ອຍໃຫ້ຜິວຂາວ ແລະ ນິ້ມນວນຂຶ້ນ.

ວິທີເຮັດໃຫ້ຜິວຂາວດ້ວຍ ສູດນໍ້າມັນໝາກພ້າວ (ກະທິ) :

ສູນີ້ບໍ່ຍາກ ນຳເອົານໍ້າມັນໝາກພ້າວໄປທາຕາມຜິວກາຍໄດ້ເລີຍ ເປັນສູດບູຮານທີ່ໃຊ້ໄດ້ຜົນ ນໍ້າມັນໝາກພ້າວຈະຊ່ວຍໃຫ້ຜິວຂາວ ນິ້ມນວນ ຊຸ່ມຊື່ນ.

 

ຂໍ້ມູນຈາກ http://www.vtetoday.la/

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...