Homeຂ່າວຕ່າງປະເທດອົງການອະນາໄມໂລກລະບຸ ຕ້ອງໃຊ້ເງິນກວ່າ 450 ຕື້ກີບ ເພື່ອຕໍ່ສູ້ກັບໄວຣັສຊິກ້າ!

ອົງການອະນາໄມໂລກລະບຸ ຕ້ອງໃຊ້ເງິນກວ່າ 450 ຕື້ກີບ ເພື່ອຕໍ່ສູ້ກັບໄວຣັສຊິກ້າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ກຸມພານີ້ວ່າ ອົງການອະນາໄມໂລກ ຫລື WHO ໄດ້ອອກມາເປີດເຜີຍວ່າ ຈົນຮອດປັດຈຸບັນນີ້ ອົງການອະນາໄມໂລກ ຕ້ອງໄດ້ນຳໃຊ້ເງິນ ປະມານ 457.7 ຕື້ກີບ ໃນການຕໍ່ສູ້ກັບໄວຣັສຊີກ້າ ໂດຍຈຳນວນີ້ຈະຕ້ອງໄດ້ນຳໃຊ້ ຮອດເດືອນມິຖຸນາ ເພື່ອຮີບຮ້ອນຜະລິດຢາວັກແຊັງ ແລະ ເພື່ອກວດວິເຄາະວ່າ ເຊື້ອໄວຣັສດັ່ງກ່າວທີ່ມີຍຸງລາຍເປັນພາຫະນະນັ້ນ ແຜ່ລະບາດໄດ້ຄືແນວໃດ ເພື່ອຊອກຫາວິທີການຄວບຄຸມການແຜ່ລະບາດ.

ອົງການອະນາໄມໂລກລະບຸວ່າ ງົບປະມານຈຳນວນດັ່ງກ່າວ ຈະຈັດສັນໃຫ້ແກ່ສຳນັກງານໃຫຍ່ ແລະ ສຳນັກງານປະຈຳພາກພື້ນ ຂອງອົງການອະນາໄມໂລກ ຕະຫລອດຮອດໜ່ວຍງານທີ່ເຮັດວຽກຮ່ວມກັນເຊັ່ນ ອົງການກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ ຫລື ອຸຍນີເຊບ ຊຶ່ງຫວັງວ່າຈະໄດ້ຮັບການສະໜັບສະໜູນ ຈາກບັນດາປະເທດ ແລະ ໜ່ວຍງານຜູ້ບໍລິຈາກຕ່າງໆ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...