Homeຂ່າວຕ່າງປະເທດສະຫລົດ! ເຈົ້າບ່າວອິນເດຍ ເສຍຊີວິດຄາງານດອງ ຍ້ອນຖືກລູກຫລົງ ຈາກການຍິງປືນສະຫລອງ!

ສະຫລົດ! ເຈົ້າບ່າວອິນເດຍ ເສຍຊີວິດຄາງານດອງ ຍ້ອນຖືກລູກຫລົງ ຈາກການຍິງປືນສະຫລອງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກຸມພາຜ່ານມານີ້ວ່າ ທ້າວ ອາມິດ ຣັສໂຕກີ ເຈົ້າບ່າວຊາວອິນເດຍ ອາຍຸ 28 ປີ ເສຍຊີວິດລະຫວ່າງພິທີງານດອງ ເນື່ອງຈາກຖືກລູກປືນ ທີ່ຖືກຜູ້ຮ່ວມງານຍິງຂຶ້ນ ເພື່ອສະຫລອງງານແຕ່ງດອງ ຢູ່ລັດອຸດຕະຣະປະເທດ ໂດຍການຍິງປືນໃນພິທີງານແຕ່ງດອງນີ້ ແມ່ນເປັນສິ່ງທີ່ນິຍົມເຮັດຢູ່ປະເທດອິນເດຍ ອັນເປັນສາເຫດເຮັດໃຫ້ ມີການເສຍຊີວິດເກີດຂຶ້ນ ເປັນແຕ່ລະໄລຍະ ຍ້ອນຖືກລູກຫລົງ.

ແຫລ່ງຂ່າວໄດ້ລະບຸວ່າ ເຈົ້າບ່າວຕົກລົງຈາກຫລັງມ້າທັນທີ ເມື່ອຖືກລູກກະສຸນປືນເຂົ້າບໍລິເວນຫົວ  ຈາກນັ້ນຈຶ່ງຖືກນຳຕົວສົ່ງໂຮງໝໍ ແຕ່ກໍບໍ່ສາມາດຊ່ວຍຊີວິດໄວ້ທັນ ເຮັດໃຫ້ເຂົາເສຍຊີວິດ ໃນຂະນະທີ່ຢູ່ໂຮງໝໍ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...