Homeຂ່າວການສຶກສາງານສະຫລອງງານນະມັດສະການ ຜາສາດຫີນວັດພູຈໍາປາສັກ ຈັດຂຶ້ນຢ່າງຄຶກຄັກໃນປີນີ້!

ງານສະຫລອງງານນະມັດສະການ ຜາສາດຫີນວັດພູຈໍາປາສັກ ຈັດຂຶ້ນຢ່າງຄຶກຄັກໃນປີນີ້!

Published on

ຂປລ.ງານນະມັດສະການ ຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2016 ​ຈະໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ​ພ້ອມສະເຫລີມສະຫລອງ​ ຄົບຮອບ 15 ປີ ທີ່​ວັດ​ພູ​ຈຳປາ​ສັກ ​ໄດ້​ຮັບຮອງ​ເຂົ້າ​ເປັນ​ມໍລະ​ດົກ​ໂລກ ​ເຊິ່ງຈັດ​ຂຶ້ນ​ລະຫວ່າງ 16-22 ກຸມພານີ້, ໂດຍໄດ້​ຮັບ​ຄວາມ​ສົນ​ໃຈ​​ຈາກມວນຊົນທັງພາຍໃນ ແລະ ຕ່າງປະເທດ.

ໃນງານຈະ​ມີ​ຫລາຍ​ກິດກຳທີ່​ໜ້າ​ສົນ​ໃຈ​ເປັນ​ຕົ້ນ​ການແຂ່ງຂັນກິລາ, ກິລາພື້ນເມືອງ ແລະ ກິລາສາກົນ, ມີການສະແດງສິລະປະພາຍໃນ ແລະ ຕ່າງປະເທດ ດ້ວຍລະບົບແສງສີສຽງທີ່ທັນສະໄໝ, ການສາຍຮູບເງົາ, ເປີດຕະຫລາດນັດໃຫ້ ປະຊາຊົນ ແລະ ຊາວຄ້າຂາຍ ໄດ້ມີໂອກາດແລກປ່ຽນຊື້-ຂາຍສິນຄ້າປະເພດຕ່າງໆເຊິ່ງກັນ ແລະ ກັນ.

ນອກນັ້ນ, ຈະມີການທໍາບຸນໃສ່ບາດ ຕາມຮີດຄອງປະເພນີທີ່ເຄີຍ ຈັດຕັ້ງປະຕິບັດສືບທອດກັນ ມາຕັ້ງແຕ່ບູຮານນະການ.ດັ່ງນັ້ນຈຶ່ງຂໍເຊີນຊວນປະຊາ ຊົນລາວບັນດາເຜົ່າ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມງານດັ່ງກ່າວ​ໃນຄັ້ງນີ້ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...