Homeຂ່າວທ້ອງຖິ່ນເຊ​ກອງ ​ມີ​ໂຮງ­ງານປຸງ​ແຕ່ງ​ໄມ້ 35 ແຫ່ງ

ເຊ​ກອງ ​ມີ​ໂຮງ­ງານປຸງ​ແຕ່ງ​ໄມ້ 35 ແຫ່ງ

Published on

 

ວັນ​ທີ 18 ກຸມ­ພາ ນີ້ ທ່ານ ພັນ​ທອງ ພິມ​ທຸມ­ມາ ລັດ­ຖະ­ມົນ­ຕີ​ຊວ່ຍ​ວ່າ­ການ​ກະຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ  ພ້ອມຄະ­ນະ​ລົງ​ຊຸກ­ຍູ້​ວຽກ​ງານ​ປັບ­ປຸງ ແລະ ດັດ­ສົມ​ໂຮງ­ງານ​ປຸງ​ແຕ່ງ​ໄມ້​ຢູ່​ແຂວງ​ເຊກອງ ໂດຍ​ການ​ຕ້ອນ­ຮັບ​ຂອງທ່ານ ເຫຼັກໄຫຼ ສີ­ວິ­ໄລ ຮອງ​ເຈົ້າ­ແຂວງ​ເຊ​ກອງ​ຜູ້​ຊີ້ນຳ​ວຽກ​ງານ​ເສດ­ຖະ­ກິດ, ມີ​ສະ­ພາ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ​ແຂວງ, ຮອງເຈົ້າ­ເມືອງ 4 ຕົວ​ເມືອງ, ຄະ­ນະ​ກຳ­ມະ­ການ​ປັບ­ປຸງ ແລະ​ດັດ­ສົມໂຮງ­ງານ​ປຸງ​ແຕ່ງ​ໄມ້​ແຂວງ-ເມືອງ ພ້ອມ​ດ້ວຍ​ຄະ­ນະ​ພະ​ແນກ​ອ້ອມ​ຂ້າງແຂວງ​ເຂົ້າ​ຮ່ວມ.

ທ່ານ ສິມ​ມາ ດ້ວງ​ເສລີ ຮອງ​ຫົວໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ ແຂວງ​ເຊ​ກອງ​ໄດ້​ກ່າວ​ວ່າ: ໃນ​ປະ­ຈຸ​ບັນ ທົ່ວ​ແຂວງ​ເຊ​ກອງ​ມີ​ໂຮງ­ງານ​ປຸງ​ແຕ່ງໄມ້ ທັງ​ໝົດ 35 ແຫ່ງ ມີ​ໂຮງ­ງານ​ປຸງແຕ່ງ​ໄມ້ 13 ແຫ່ງ ແລະ​ໂຮງ­ງານ​ເຟີ​ນີເຈີ​ຂະ­ໜາດ​ນອ້ຍ​ແບບ​ຄອບ­ຄົວ 22 ແຫ່ງ, ໂຮງ­ງານ​ເຟີ​ນີ​ເຈີ​ຂະ­ໜາດ​ນ້ອຍ​ແບບຄອບ­ຄົວ​ທີ່​ບໍ່​ໄດ້​ຮັບ​ການ​ອະ­ນຸ­ຍາດ ມີ 61 ຫົວ­ໜ່ວຍ, ສ່ວນ​ເປົ້າ​ໝາຍ​ການ​ຜະ­ລິດແມ່ນ​ຜະ­ລິດ​ຮັບ​ໃຊ້​ໃນ​ເຂດ​ກຸ່ມ​ບ້ານ ແລະ​ເມືອງ ໃນ​ນັ້ນ​ຜະ­ລິດ​ຕະ​ພັນ​ຕົ້ນ­ຕໍແມ່ນ​ປະ­ເພດ​ໄມ້​ວົງ​ກົບ, ບານ​ປະ­ຕູ, ບານ​ປ່ອງ­ຢ້ຽມ, ຕູ້, ໂຕະ, ຕັ່ງ ໂດຍ​ນຳ ໃຊ້​ໄມ້​ທີ່​ເກັບ​ຊື້​ຈາກ​ປະ­ຊາ­ຊົນ ໂດຍ​ຜ່ານການ​ຕິດ­ຕາມ, ກວດ­ກາ ແລະ​ການ​ເກັບກຳ​ຂໍ້​ມູນຂອງ​ຄະ­ນະ​ກຳ­ມະ­ການ​ປັບ­ປຸງ ແລະ​ດັດ­ສົມ​ໂຮງ­ງານ​ປຸງ​ແຕ່ງ​ໄມ້​ຂັ້ນແຂວງ-ເມືອງ​ໃນ​ໄລ­ຍະ​ຜ່ານ​ມາ ໄດ້​ຊີ້ນຳ ແລະ​ເອື້ອ​ອຳ­ນວຍ​ຄວາມ​ສະ­ດວກໃຫ້​ບັນ­ດາ​ໂຮງ­ງານ​ອຸດ­ສາ­ຫະ­ກຳ​ປຸງແຕ່ງ​ໄມ້ ແລະ​ເຟີ​ນີ​ເຈີ ຢູ່​ແຂວງ​ເຊ​ກອງໄດ້​ມີ​ການ​ພັດ­ທະ­ນາ​ຕົນ​ເອງ ແລະ​ມີ​ການເຄື່ອນ​ໄຫວ​ພາຍ​ໃຕ້​ລະ­ບຽບ​ກົດ­ໝາຍ, ພັດ­ທະ­ນາ​ສີ­ມື​ແຮງ​ງານ, ມີ​ຂະ​ບວນ​ການປຸງ​ແຕ່ງ, ລະ­ບົບ​ມາດ­ຕະ­ຖານ​ໂຮງ­ງານຖືກ​ປັບ­ປຸງ​ດີ​ຂື້ນ​ກວ່າ​ເກົ່າ, ໂຮງ­ງານ​ປຸງແຕ່ງ​ໄມ້​ສາ­ມາດ​ປະ­ກອບ­ສ່ວນ​ເຂົ້າ​ໃນການ​ສ້າງ​ລາຍ​ຮັບ​ຂອງ​ແຂວງ​ໄປ​ພ້ອມໆກັບ​ການ​ສ້າງ​ສີ­ມື​ແຮງ​ງານ ແລະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ມາ​ໃຊ້​ແຮງ​ງານໄດ້​ຫຼາຍ​ກວ່າ 300 ຄົນ, ເຮັດ​ໃຫ້​ປະ­ຊາຊົນ​ມີ​ລາຍ​ຮັບ​ທີ່​ໝັ້ນ­ຄົງ​ຖາ­ວອນ ແລະ​ລົບລ້າງ​ຄວາມ­ທຸກ​ຍາກ​ໄດ້​ໃນ​ລະ­ດັບ​ໜຶ່ງ ນອກ­ຈາກ​ນີ້ ຍັງ​ສາ­ມາດ​ຫຼຸດ­ຜ່ອນ​ການສົ່ງ​ອອກ​ເປັນ​ວັດ­ຖຸ​ດິບ​ໄມ້​ຫັນ​ມາ​ສົ່ງອອກ​ຜະ­ລິດ​ຕະ​ພັນ​ໄມ້​ສຳ­ເລັດ​ຮູບ ແລະ ເຄິ່ງ​ສຳ­ເລັດ​ຮູບ​ໄປ​ຕ່າງ­ປະ­ເທດ​ເພື່ອສ້າງ​ມູນ​ຄ່າ​ເພີ່ມ​ຫຼາຍ​ຂຶ້ນ.

ໃນ​ໂອ­ກາດ​ດຽວ​ກັນ ທ່ານ ພັນ​ທອງ ພິມ​ທຸມ­ມາ ຍັງ​ໄດ້​ກ່າວ​ເນັ້ນ​ໃຫ້​ຄະ­ນະ​ກຳມະ​ການ​ປັບ­ປຸງ ແລະ​ດັດ­ສົມ​ໂຮງ­ງານປຸງ​ແຕ່ງ​ໄມ້​ຂັ້ນ​ແຂວງ-ເມືອງ ແລະ​ຂະແໜງ​ການ​ທີ່​ກ່ຽວ­ຂ້ອງ​ຈົ່ງ​ພ້ອມ​ກັນ​ນຳ ເອົາ​ນິ­ຕິ​ກຳ​ຕ່າງໆ​ທີ່​ກະ­ຊວງ​ອຸດ​ສາ​ຫະ ກຳ​ການ​ຄ້າ​ວາງ​ອອກ​ໄປ​ເຜີຍ­ແຜ່  ພ້ອມທັງ​ເອົາ­ໃຈ­ໃສ່​ຕິດ­ຕາມ​ກວດ­ກາ​ບັນ­ດາໂຮງ­ງານ​ປຸງ​ແຕ່ງ​ໄມ້, ເຟີ​ນີ​ເຈີ ເຄື່ອນໄຫວ​ທີ່​ບໍ່​ຖືກ­ຕ້ອງ​ໃຫ້​ເຂົ້າ​ສູ່​ລະ­ບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ ເພື່ອ​ການ​ຄຸ້ມ​ຄອງ ແລະ​ການ​ປົກ​ປັກ​ຮັກ­ສາລວມ​ທັງ​ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ໃຫ້​ຍືນ​ຍົງ.

ທີ່ມາ: ນສພ ເສດຖະກິດ-ສັງຄົມ

logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...