Homeຂ່າວເຫດການປະທານປະເທດ ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດລາວ ຄົນໃໝ່ປະຈຳ ສປ ຈີນ ແລະ ສ ສິງກະໂປ

ປະທານປະເທດ ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດລາວ ຄົນໃໝ່ປະຈຳ ສປ ຈີນ ແລະ ສ ສິງກະໂປ

Published on

ຂປລ. ເມື່ອບໍ່​ດົນມານີ້, ທີ່ທຳນຽບປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງໃຫ້ ທ່ານ ນາງ ວັນດີ ບຸດທະສະວົງ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ຈີນ, ​ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ນະຄອນຫລວງປັກກິ່ງ ແລະ ມອບສານຕາຕັ້ງໃຫ້ ທ່ານ ຄອນເພັງ ທຳມະ​ວົງ ​ເພື່ອ​ດຳລົງ​ຕຳ​ແໜ່​ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດເຕັມ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສິງກະໂປ ເຊິ່ງມີສຳນັກງານ​ສະຖານເອກອັກຄະລັດຖະທູດ ຕັ້ງຢູ່ສິງກະໂປ. DSC_6218 thout 1ໃນໂອກາດດັ່ງກ່າວ, ທ່ານປະທານປະເທດໄດ້ສະ​ແດງ​ຄວາມຍິນດີ ແລະ ຊົມເຊີຍຕໍ່ບັນດາທ່ານ ເອກອັກຄະ​ລັດຖະທູດຄົນໃໝ່ ທີ່ຈະໄປປະຈຳຢູ່ສອງປະເທດດັ່ງກ່າວ, ພ້ອມທັງ ໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ກ່ຽວກັບການປະຕິບັດໜ້າທີ່ການທູດ ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ພາລະກິດ ແຫ່ງການ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທັງເປັນ ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເປັນກ້າວໆ.

ບັນດາທ່ານເອກອັກຄະລັດຖະທູດ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະສຸມທຸກຄວາມພະຍາຍາມ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ສຳເລັດ​ຜົນ ແລະ ສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ-ສປ ຈີນ ແລະ ສປປ ລາວ-ສ ສິງກະໂປ ເພື່ອນຳເອົາຜົນປະໂຫຍດສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນລາວ.

ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ ສ ສິງກະໂປ ໃນວັນທີ 2 ທັນວາ 1974.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...