Homeຂ່າວພາຍ​ໃນຄະນະຜູ້ແທນວິທະຍາຄານນາຍທະຫານບົກຄຸນມິງ ຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານນາຍທະຫານບົກ

ຄະນະຜູ້ແທນວິທະຍາຄານນາຍທະຫານບົກຄຸນມິງ ຢ້ຽມຢາມ ແລະ ເຮັດວຽກຢູ່ວິທະຍາຄານນາຍທະຫານບົກ

Published on

fri25apr3

ວັນທີ 23 ເມສາ 2014 ນີ້, ຄະນະຜູ້ແທນວິທະຍາ ຄານນາຍທະຫານບົກຄຸນມິງ ສປ ຈີນ ນຳໂດຍສະຫາຍພັນ ເອກ ຫ່ວງສາງເຈຍ, ຫົວໜ້າ ການທະຫານວິທະຍາຄານ ນາຍທະຫານບົກຄຸນມິງພ້ອມ ດ້ວຍຄະນະໄດ້ຢ້ຽມຢາມ ແລະເຮັດວຽກຢູ່ ວນບໂດຍໃຫ້ ກຽດຕ້ອນຮັບຂອງສະຫາຍ ພົນຈັດຕະວາ ຜາລົມ ລິນທອງ, ຄະນະພັກກະຊວງປ້ອງກັນ ປະເທດ, ຫົວຫນ້າ ການເມືອງ ວນບ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການເຂົ້າຮ່ວມ ຕ້ອນຮັບ.
ໂອກາດນີ້ສະຫາຍຫົວ ຫນ້າການເມືອງ ວນບ ໄດ້ ແຈ້ງສະພາບການໂດຍຫຍໍ້ ກ່ຽວກັບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດຂອງວິທະຍາ ຄານ ເຊິ່ງເມື່ອກ່ອນສະໄຫມ ສົງຄາມເອີ້ນວ່າໂຮງຮຽນກົມ ມະດຳ ນາມວິລະບຸລຸດຊາດ ລາວໃນເມື່ອກ່ອນ ຈົນມາເຖິງ ວນບ ໃນປັດຈຸບັນ ເຊິ່ງວິທະ ຍາຄານແຫ່ງນີ້ແມ່ນສະຖາ ບັນຫນຶ່ງທີ່ເປັນບ່ອນອົບຮົມ ຫັດແອບຮ່ຳຮຽນກໍ່ສ້າງນາຍ ທະຫານກອງທັບປະຊາຊົນ ລາວ.
ຈາກນັ້ນຄະນະຜູ້ແທນທັງ ສອງຝ່າຍໄດ້ໄປທ່ຽວຊົມເບິ່ງ ການສະແດງສາທິດພາກ ສະຫນາມຫັດແອບວິຊາສິ ລະປະຍຸດ-ຍຸດທະວິທີທະ ຫານຮາບຂັ້ນບຸກຄົນ ແລະ ທ່ຽວຊົມຫ້ອງຮຽນຂອງນັກ ສຶກສານຳອີກ. ໂອກາດດັ່ງ ກ່າວຄະນະຜູ້ແທນທັງສອງ ຝ່າຍຍັງໄດ້ພົບປະແລກປ່ຽນ ຖອດຖອນບົດຮຽນດ້ານຂໍ້ມູນ ຂ່າວສານເຂົ້າໃນການພົວພັນ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດ ສອງກອງທັບ ລາວ-ຈີນ, ຈີນ- ລາວ ເວົ້າລວມເວົ້າສະເພາະ ວິທະຍາຄານນາຍທະຫານ ບົກຂຸນມິງກັບ ວນບ ໃຫ້ນັບມື້ ແຫນ້ນແຟ້ນຂຶ້ນເລື້ອຍໆ.

ທີ່ມາ ຫນັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...