Homeຂ່າວຕ່າງປະເທດໂຕ​​ໂຢຕ້າ ຮຽກຄືນ​ລົດ 2,9 ລ້ານ​ຄັນ​ທົ່ວ​ໂລກ ​ຍ້ອນ​ສາຍຮັດ​ນິລະ​ໄພ​ເບາະ​ຫຼັງ​ບົກພ່ອງ

ໂຕ​​ໂຢຕ້າ ຮຽກຄືນ​ລົດ 2,9 ລ້ານ​ຄັນ​ທົ່ວ​ໂລກ ​ຍ້ອນ​ສາຍຮັດ​ນິລະ​ໄພ​ເບາະ​ຫຼັງ​ບົກພ່ອງ

Published on

ສຳນັກ​ຂ່າວ​ເອ​ເອຟພີລາ​ຍງານ​ວ່າ ​ໂຕ​​ໂຢຕ້າ ບໍລິສັດ​ຜູ້​ຜະລິດ​ລົດ​ຂອງ​ຍີ່ປຸ່ນ​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 18 ກຸມພາ​ວ່າ ​ໄດ້​ຮຽກ​ຄືນ​ລົດ​ທົ່ວ​ໂລກ 2,87 ລ້ານ​ຄັນ ​ເນື່ອງ​ຈາກ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ສາຍຮັດ​ນິລະ​ໄພ​ຊຶ່ງ​ຕິດ​ຕັ້ງ​ໄວ້​ຢູ່​​ເບາະ​ຫຼັງ​ອາດ​ຈີກ​ຂາດ​ໃນ​ຂະນະ​ທີ່​ລົດ​ຕຳ ​ເປັນ​ສາ​ເຫດ​ໃຫ້​ເກີດ​ການ​ບາດ​ເຈັບ​ໄດ້.

ການ​ຮຽກ​ຄື​ນຄັ້ງ​ນີ້ ລວມ​ເຖິງ​ລົດ​ອະ​ເນກປະສົງ​ເອສຢູ​ວີລຸ່ນ ​ໂຕ​​ໂຢຕ້າ ຣາຟ4 ທີ່​ຜະລິດ​ລະຫວ່າງ​ເດືອນ​ກໍລະກົດ 2005 ຈົນ​ເຖິງ​ເດືອນ​ສິງຫາ 2014 ​ແລະ​ລະຫວ່າງ​ເດືອນ​ຕຸລາ 2005 ​ແລະ​ເດືອນ​ມັງກອນ 2016 ​ແລະ​ລົດ​ເອສຢູ​ວີລຸ່ນ ​ໂຕ​​ໂຢຕ້າ ​ແວນ​ກາດ ທີ່​ຜະລິດ​ລະຫວ່າງ​ເດືອນ​ຕຸລາ 2005 ​ເຖິງ​ເດືອນມັງກອນ 2016 ​ໂດຍ​ຮຸ່ນ​ແວ​ນກາດ​ນັ້ນ​ອອກ​ຈຳໜ່າຍ​ສະ​ເພາະ​ໃນ​ຍີ່ປຸ່ນ.

ຖະ​ແຫຼ​ງການ​ທາງ​ອີ​ເມລຂອງ​ໂຕ​​ໂຢຕ້າ​ລະບຸ​ວ່າ “ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ໃນ​ເຫດການ​ທີ່​ເກີດ​ການ​ຕຳ​ແບບ​ຮຸນ​ແຮງ​ທາງ​ດ້ານ​ໜ້າ ​ສາຍ​ຮັດ​ນິລະ​ໄພ​ທີ່​ຄາດ​ບໍລິ​ເວນໜ້າ​ຕັກ​ອາດ​ສຽດ​ສີ​ກັບ​ຊິ້ນ​ສ່ວນ​ຂອງ​ເບາະ​ນັ່ງ​ທີ່​ເປັນ​ໂລຫະ​ແລະ​ເກີດ​ຈີກ​ຂາດ ຊຶ່ງ​ຫາກ​ສິ່ງ​ນີ້​ເກີດ​ຂຶ້ນ ສາຍຮັດ​ນິລະ​ໄພ​ກໍ​ຈະ​ບໍ່​ມີ​ແຮງ​ດຶງ​ໄວ້​ໃນ​ລະດັບ​ທີ່​ຄວນ​ຈະ​ເປັນ ຊຶ່ງ​ການ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ບາ​ດ​ເຈັບ”.

​ໂຄສົກ​ຍິງ​ຂອງ​ໂຕ​​ໂຢຕ້າ ລະບຸ​ວັນ​ດຽວ​ກັນ​ນີ້​ວ່າ ​ໂຕ​ໂຢຕ້າ​ໄດ້​ຮັບ​ລາຍ​ງານ​ເຫດ​ທີ່​ມີ​ການ​ຕຳ​ເກີດ​ຂຶ້ນ​ແລະ​ສາຍຮັດ​ນິ​ລະ​ໄພ​ຂອງ​ເບາະຫຼັງ​ຈີກ​ຂາດ​ເປັນ​ສ່ວນໆ 2 ກໍລະນີ ລວມ​ເຖິງ​ການ​ເສຍ​ຊີວິດ​ໃນ​ກາ​ນາ​ດາ ​ແລະ​ອຸບັດ​ເຫດ​ໃນ​ສະຫະລັດ​ທີ່​ຄົນ​ຂັບ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ລາວ​ລະບຸ​ວ່າ ຍັງ​ບໍ່​ແນ່​ໃຈ​ວ່າ ຄວາມ​ບົກພ່ອງ​ໃນ​ເລື່ອງ​ນີ້​ເປັນສາ​ເຫດ​ທີ່​ແທ້​ຈິງ.

ລົດ​ທີ່​ຮຽກ​ຄືນ​ເພື່ອກັບມາ​ແກ້​ໄຂ​ຂໍ້​ບຸກພ່ອງ​ຖືກ​ຈຸດ​ນີ້​ຢູ່​ໃນ​ທະວີບ​ອາ​ເມ​ລິ​ກາ​ເໜືອ 1,3 ລ້ານ​ຄັນ, 625.000 ຄັນ​ໃນ​ເອີຣົບດ 434.000 ຄັນ​ໃນ​ຈີນດ 117.000 ຄັນ​ໃນ​ຍີ່ປຸ່ນ ​ແລະ 307.000 ຄັນ​ໃນ​ພູມິ​ພາກ​ອື່ນໆ.

​ໂຕ​​ໂຢຕ້າລະບຸ​ວ່າ ຈະ​ນຳ​ຢາງ​ເຣຊິນ​ມາ​ອັດ​ຕັນ​ສ່ວນ​ທີ່​ເປັນ​ໂລຫະ​ຂອງ​ເບາະ​ບ່ອນ​ນັ່ງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສາຍຮັດ​ນິ​ລະ​ໄພ​ຂາດ​ເມື່ອ​ເກີດ​ການ​ຕຳ​ຂຶ້ນ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...