Homeຂ່າວຕ່າງປະເທດຂຶ້ນຊື່ວ່າເສລີ! ມະຫາວິທະຍາໄລເທັກຊັສຯ ອາເມຣິກາ ອະນຸຍາດໃຫ້ນັກສຶກສາ ພົກພາປືນເຂົ້າຫ້ອງຮຽນໄດ້!

ຂຶ້ນຊື່ວ່າເສລີ! ມະຫາວິທະຍາໄລເທັກຊັສຯ ອາເມຣິກາ ອະນຸຍາດໃຫ້ນັກສຶກສາ ພົກພາປືນເຂົ້າຫ້ອງຮຽນໄດ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກຸມພານີ້ວ່າ ໃນມື້ວານນີ້ (17 ກຸມພາ) ຄະນະບໍລິຫານງານ ມະຫາວິທະຍາໄລເທັກຊັສ ປະຈຳເມືອງອອສຕິນ (University of Texas at Austin) ລັດເທັກຊັສ ສະຫະລັດອາເມຣິກາ ໄດ້ມີມະຕິເຫັນດີ ອະນຸຍາດໃຫ້ນັກສຶກສາ ສາມາດພົກພາປືນເຂົ້າຫ້ອງຮຽນໄດ້ ຫລັງຈາກທີ່ລັດເທັກຊັສ ໄດ້ອອກກົດໝາຍ ຫ້າມບໍ່ໃຫ້ມະຫາວິທະຍາໄລ ອອກຄຳສັ່ງຫ້າມພົກພາປືນ ເມື່ອບໍ່ເທົ່າໃດເດືອນຜ່ານມາ.

ຫລັງຈາກການຕິດສັນໃຈດັ່ງກ່າວ ໄດ້ເຮັດໃຫ້ຄູອາຈານບາງຄົນ ໄດ້ຂູ່ຈະລາອອກຈາກການສອນ ດີກວ່າປ່ອຍໃຫ້ນັກສຶກສາ ພົກພາອາວຸດປືນເຂົ້າມາໃນຫ້ອງຮຽນ ໂດຍລະບຸວ່າ ອາວຸດຮ້າຍແຮງບໍ່ເປັນຜົນດີ ຕໍ່ບັນຍາກາດການຮຽນ-ການສອນ.

ທ່ານ ເກຣເກີຣີ ເຟນເວສ ອະທິການບໍດີ ມະຫາວິທະຍາໄລແຫ່ງດັ່ງກ່າວ ໄດ້ອອກຄຳຖະແຫລງວ່າ ” ຂ້າພະເຈົ້າບໍ່ຄິດວ່າ ການເອົາປືນເຂົ້າມາໃນມະຫາວິທະຍາໄລ ເປັນເລື່ອງທີ່ຖືກຕ້ອງ ໂດຍການຕັດສິນໃຈຄັ້ງນີ້ ຖືເປັນເລື່ອງທີ່ລຳບາກໃຈທີ່ສຸດຂອງຂ້າພະເຈົ້າ ນັບຕັ້ງແຕ່ດຳລົງຕຳແໜ່ງອະທິການບໍດີມາ … ຂ້າພະເຈົ້າເຫັນໃຈອາຈານ, ພະນັກງານ, ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງ ຊຶ່ງໄດ້ຍື່ນຄຳຮ້ອງ ສົ່ງອີເມວ ແລະ ຮວມຕົວກັນມາຮຽກຮ້ອງ ໃຫ້ຫ້າມພົກພາປືນເຂົ້າມາໃນສະຖານສຶກສາ ໂດຍສະເພາະໃນຫ້ອງຮຽນ. ”

ທັງນີ້ ໃນປີ 1966 ທີ່ມະຫາວິທະຍາໄລແຫ່ງດັ່ງກ່າວນີ້ ໄດ້ເກີດເຫດນັກສຶກສາຄົນໜຶ່ງ ກໍ່ເຫດໃຊ້ປືນກວາດຍິງ ພາຍໃນມະຫາວິທະຍາໄລ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 16 ຄົນ ແລະ ບາດເຈັບອີກ 30 ຄົນ.  ແນວໃດກໍຕາມ ມະຫາວິທະຍາໄລເທັກຊັສ ປະຈຳເມືອງອອສຕິນ ຈຳເປັນຕ້ອງໄດ້ອະນຸຍາດໃຫ້ພົກພາປືນ ເຂົ້າມາໃນຫ້ອງຮຽນໄດ້ ຫລັງຈາກທີ່ຝ່າຍນິຕິບັນຍັດຂອງລັດເທັກຊັສ ຊຶ່ງຖືກຂະໜານນາມວ່າ ລັດຄາວບອຍ ໄດ້ອອກກົດໝາຍເມື່ອເດືອນສິງຫາ 2015 ຜ່ານມາ ດ້ວຍການຫ້າມບໍ່ໃຫ້ມະຫາວິທະຍາໄລຂອງລັດ ເກືອດຫ້າມການພົກພາອາວຸດປືນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...