Homeຂ່າວການພັດທະນາຝຣັ່ງເປີດກອງທຶນເພື່ອຊວ່ຍເຫລືອ ອົງການຈັດຕັ້ງທາງສັງຄົມ ຢູ່ ສປປ ລາວ!

ຝຣັ່ງເປີດກອງທຶນເພື່ອຊວ່ຍເຫລືອ ອົງການຈັດຕັ້ງທາງສັງຄົມ ຢູ່ ສປປ ລາວ!

Published on

ຂປລ. ​ວັນ​ທີ 15 ກຸມພາ ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ເອກອັກຄະ​ລັດຖະທູດ​ຝຣັ່ງ ປະ​ຈໍາ ສປປ ລາວ ເປີດ​ກອງທຶນ​ໃໝ່​ເພື່ອ​ຊວ່ຍ​ເຫລື​ອ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ (PISCCA) ​ມູນຄ່າ 500.000​ເອີ​ໂຣ.

ທ່ານນາງ ​ໂກຣດິ​ນ ​​ເລີ​ດູ (Claudine Ledoux) ເອກອັກຄະ​ລັດຖະທູດ​ຝຣັ່ງ ປະ​ຈໍາສປປ ລາວ ​ກ່າວວ່າ: ປະ​ເທດ​ຝຣັ່ງຖື​ເອົາອົງການຈັດ​ຕັ້ງ​ທາງສັງຄົມ ເປັນ​ຄູ່​ຮວ່ມພັດທະນາ ​ເຊິ່ງອົງການ​​ດັ່ງກ່າວ​ ​ແມ່ນບໍ່​​ໄດ້ສັງກັດ​ລັດຖະບານ ຫລື NGO ​ໂດຍມີ​ພາລະ​ບົດບາດ​ສໍາຄັນ ໃນ​ການ​ເສີມຂະຫຍາຍການ​ພັດທະນາ ​ແລະ ຮັດ​ແໜ້ນຄວາມ​ສາມັກຄີ ດັ່ງ​ນັ້ນ, ປະທານາທິບໍດີ​ແຫ່ງສາທາລະນະ​ລັດ​ຝຣັ່ງ ຈຶ່ງ​ໄດ້​ຕົກລົງ​ອານຸມັດການ​ຊວ່ຍ​ເຫລື​ອ​ເພີ່ມ​ຕື່ມໂດຍຜ່ານ NGO​ ພາຍ​ໃນ​ປີ 2016.

​ທ່ານ ຟຣັງຊົວ ​ໂຮ​ນລອງ (François Hollande) ປະທານາທິບໍດີ​ ແຫ່ງ ສາທາລະນະ​ລັດ​ຝຣັ່ງ​ໄດ້​ເຫັນ​ດີ​ອະນຸມັດ​ທຶນ​ຈໍານວນ​ດັ່ງກ່າວ​ ເພື່ອຈັດ​ຕັ້ງ​ປະຕິບັດ​ໃນສປປ ລາວ. ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ສະຖານທູດຝຣັ່ງປະ ​ຈໍ​າສປປ ລາວ ​ໄດ້​ອະນຸມັດ​ທຶນຊ່ວຍ​ເຫລື​ອ 1 ລ້ານ​ກວ່າ​ເອີ​ໂຣໃຫ້​ແກ່​ສະມາ​ຄົມ​ຕ່າງໆ​ຂອງລາວ ​ໂດຍ​ນໍາ​ໃຊ້​ກອງທຶນທາງສັງຄົມ ​ເພື່ອການ​ພັດທະນາ​ເຂົ້າ​ໃນ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ຂະ​ແໜງ​ສາທາລະນະສຸກ, ວຽກ​ງານ​ຄວາມ​ສະ​ເໝີພາບ​ຍິງ–​ຊາຍ, ຊີວະ​ນາໆ​ພັນ, ວັດທະນະ​ທໍາ, ການ​ທອ່ງ​​ທ່ຽວແບບ​ອະນຸລັກ ຫລື ການ​ພັດທະນາ​ທ້ອງ​ຖິ່ນ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...