Homeຂ່າວຕ່າງປະເທດອິນ​ເດຍ​ເປີດ​ຕົວ​ສະມາດ​ໂຟນ ຖືກ​ທີ່​ສຸດ​ໃນ​ໂລກບໍ່​ເຖິງ 30 ພັນ​ກີບ

ອິນ​ເດຍ​ເປີດ​ຕົວ​ສະມາດ​ໂຟນ ຖືກ​ທີ່​ສຸດ​ໃນ​ໂລກບໍ່​ເຖິງ 30 ພັນ​ກີບ

Published on

ບໍລິສັດ​ມື​ຖື​ນ້ອງ​ໃໝ່​​ໃນ​ອິນ​ເດຍ​ເປີດ​ຕົວ​ສະມາດ​ໂຟນລາຄາ​ຖືກ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ໃນ​ໂລກ​ເມື່ອ​ວານ​ນີ້ (17 ກຸມພາ) ​ໂດຍ​ມຸ່ງ​ສະ​ໜອງຄວາມ​ຕ້ອງການ​ຂອງ​ກຸ່ມ​ລູກ​ຄ້າ​ໃນ​ອິນ​ເດຍທີ່​ນິຍົມ​ອຸປະກອນ​ສື່ສານ​ລາຄາ​ປະຢັດ.

ຟຣີດອມ 251 ຊຶ່ງ​ພັດທະນາ​ຂຶ້ນ​ໂດຍ​ບໍລິສັດຣິງກິ​ງ ​ເບ​ວສ ຖືກ​ຕັ້ງ​ລາຄາ​ຈຳໜ່າຍ​ເອົາ​ໄວ້​ພຽງ 251 ຣີປີ ( ຕີ​ເປັນ​ເງິນ​ລາວ 29 ພັນ​ກວ່າ​ກີບ) ຫຼື​ພຽງ​ແຕ່ 1% ຂອງ​ລາຄາ​ໄອ​ໂຟນຮຸ່ນ​ຫຼ້າ​ສຸດ.

ຣິງກິ​ງ ​ເບ​ວສ ກໍ່​ຕັ້ງ​ຂຶ້ນ​ເມື່ອ​ເດືອນ​ກັນຍາ​ປີ 2015 ​ໂດຍ ​ໂມ​ຫິດ ກຸ​ມານ ​ໂກ​ເອລ ບັນດິດ​ຈາກ​ມະຫາວິທະຍາ​ໄລ​ອາມິ​ຕິ ​ແລະ​ເລີ່​ມ​ເປີດ​ຈຳໜ່າຍ​ໂທລະສັບ​ເຄື່ອນທີ່​ທາງ​ເວັບ​ໄຊ​ເມື່ອ 2-3 ອາທິດ​ທີ່​ຜ່ານ​ມາ ພາຍ​ໃຕ້​ຍີ່​ຫໍ້​ສິນຄ້າ “​ເບ​ວລ”.

ຟຣີດ​ອມ 251 ຄື​ຜະລິດ​ຕະພັນ​ຕົວ​ເດັ່ນ​ທີ່​ສຸດ​ຂອງ​ເຮົາ ​ແລະ​ຖື​ວ່າ​ເປັນ​ການ​ປະຕິວັດ​ວົງ​ການ​ໂທລະສັບ​ມື​ຖື​ເລີຍ​ກໍ​ວ່າ​ໄດ້ ​ໂຄສົກຍິງ​ໃຫ້​ສຳພາດ​ໃນ​ງານ​ເປີດ​ຕົວ​ຜະລິດ​ຕະພັນ​ທີ່​ນະຄອນຫຼວງ​ນິວ​ເດ​ລີ ປະຈຸ​ບັນຣິງກິ​ງ ​ເບ​ລສ ຍັງ​ຕ້ອງ​ໃຊ້​ວິ​ທີນຳ​ເຂົ້າ​ຊິ້ນ​ສ່ວນ​ອຸປະກອນ​ຈາກ​ຕ່າງປະ​ເທດ​ເພື່ອ​ນຳ​ມາ​ປະກອບ​ເອງ​ໃນ​ອິນ​ເດຍ ​ແຕ່​ບໍລິສັດ​ມີ​ນະ​ໂຍບາຍ​ທີ່​ຈຳໜ່າຍ​ຜະລິດ​ຕະພັນ​​ເມກ ອິນ ອິນ​ເດຍ 100% ​ໃຫ້​ໄດ້​ພາຍ​ໃນ 1 ປີ.

ສະມາດ​ໂຟນລາຄາ​ຖືກ​ຊຶ່ງ​ນຳ​ເຂົ້າ​ຈາກ​ຈີນ​ມີ​ຈຳໜ່າຍ​ທົ່ວ​ໄປ​ໃນ​ອິນ​​ເດຍ ​ແຕ່​ຜູ້​ຜະລິດ​ໃນ​ປະ​ເທດ​ກໍ​ເລີ່​ມຕົ້ນ​ເຂົ້າ​ມາ​ຊີ​ສ່ວນ​ແບ່ງ​ຕະຫຼາດ ​ໂດຍ​ຜະລິດ​ໂທລະສັບ​ຮຸ່ນ​ໃໝ່ໆ​ທີ່​ລາຄາ​ຈຳໜ່າຍ​ບໍ່​ເຖິງ 20 ​ໂດ​ລາສະຫະລັດ.

ອິນ​ເດຍ​ເປັນ​ຕະຫຼາດ​ອຸປະກອນ​ສື່ສານ​ທີ່​ໃຫຍ່​ເປັນ​ອັນ​ດັບ​ສອງ​ຂອງ​ໂລກ ​ແລະ​ມີ​ຜູ້​ລົງທະບຽນ​ໂທລະສັບ​ມື​ຖື​​ເຖິງ​ຫຼັກ 1.000 ລ້ານ​ຄົນ ​ເມື່ອ​​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

​ແນວ​ໃດ​ກໍ​ຕາມ ​ໃນ​ບາງ​ລັດ​ທີ່​ປະຊາກອນ​ສ່ວນ​ໃຫຍ່​ຖານະ​ທຸກ​ຍາກ​ເຊັ່ນ ລັດ​ພິຫານ ອັດຕາ​ການ​ເຂົ້າ​ເຖິງ​ໂທລະສັບ​ມື​ຖື​ຍັງ​ຢູ່​ພຽງ​ແຕ່ 54%.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...