spot_img
HomeມູມໄອທີລາວRinging Bells ເປີດໂຕ Freedom 251 ສະມາດໂຟນລາຄາພຽງແຕ່ 30.000 ກີບ!!

Ringing Bells ເປີດໂຕ Freedom 251 ສະມາດໂຟນລາຄາພຽງແຕ່ 30.000 ກີບ!!

Published on

ຂ່າວຫຼ້າສຸດໆໆບໍ່ໜ້າເຊື່ອເມື່ອ Ringing Bells ບໍລິສັດຜະລິດສະມາດໂຟນທ້ອງຖິ່ນໃນປະເທດອິນເດຍໄດ້ປະກາດເປີດໂຕ Freedom 251 ສະມາດໂຟນລາຄາສຸດໆໆໆໆໆຂອງຄຳວ່າຖືກ … ສຳລັບໃນປະເທດອິນເດຍເຊິ່ງມີລາຄາພຽງແຕ່ 251 ຣູປີເທົ່ານັ້ນ (30.000 ກີບ!!!)

image

  ສຳລັບ Freedom 251 ສະມາດໂຟນຈາກປະເທດອິນເດຍເຖິງລາຄາຈະຖືກແບບນີ້ແຕ່ສະເປັກຂອງໂຕເຄື່ອງຖືວ່າໃຊ້ໄດ້ເລີຍມາເບິ່ງນຳກັນເລີຍວ່າໂຕເຄື່ອງຈະມີສະເປັກແນວໃດແດ່.. ເລີ່ມຕົ້ນຈາກໜ້າຈໍຂະໜາດ 4 ນິ້ວຄວາມລະອຽດ 960p ໃຊ້ຈໍ IPS LCD, ຊິບປະມວນຜົນຄວາມໄວ 1.3GHz, RAM 1GB ແລະພື້ນທີ່ຈັດເກັບ 8GB (ສາມາດເພີ່ມ MicroSD ສູງສຸດ 32 GB) . ສ່ວນກ້ອງຫຼັງແມ່ນມີຄວາມລະອຽດ 3.2 ລ້ານພິກເຊວ ແລະກ້ອງໜ້າ 0.3 ລ້ານພິກເຊວ, ຮອງຮັບ 3G, ໃຊ້ໄດ້ 2 ຊິມ ແລະ ແບັດເຕີຣີໃຫ້ມາ 1450mAh. ໃຊ້ງານລະບົບປະຕິບັດການ Android 5.1 Lolipop

image

ສະມາດໂຟນລຸ້ນດັ່ງກ່າວນີ້ຈະເປີດໃຫ້ສັ່ງຈອງໃນວັນທີ 18 ກຸມພາ ຫຼືມື້ອື່ນນີ້ສະເພາະປະເທດອິນເດຍເທົ່ານັ້ນ!!!

image

*ຄວາມເຫັນສ່ວນຕົົວ: ຖ້າກ້າຂາຍໃນລາຄາແບບນີ້ສະແດງວ່າຕົ້ນທຶນໃນການຜະລິດອາດຈະຕ່ຳຫຼາຍກໍເວົ້າໄດ້ …ວ່າແຕ່ບໍລິສັດດັ່ງກ່າວຈະໄດ້ກຳໄລບໍ່ນໍ້?

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...