Homeຂ່າວພາຍ​ໃນຍົກຍ້າຍ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ລມຕ. ກະຊວງສາທາຯ ໄປຮັບໜ້າທີ່ໃໝ່!

ຍົກຍ້າຍ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ລມຕ. ກະຊວງສາທາຯ ໄປຮັບໜ້າທີ່ໃໝ່!

Published on

ວັນທີ 16 ກຸມພານີ້ ກະຊວງສາທາລະນະສຸກ ໄດ້ຈັດພິທີປະກາດຍົກຍ້າຍ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງລັດຖະມົນຕີຊ່ວຍວ່າການຄົນໃໝ່ຂຶ້ນ ທີ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ໂດຍອີງຕາມຄຳສັ່ງຂອງ ກົມການເມືອງສູນກາງພັກ ລະບັບເລກທີ 26/ກມສພ, ລົງວັນທີ 17 ຕຸລາ 2015 ແລະ ລັດຖະດຳລັດຂອງ ປະທານປະເທດສະບັບເລກທີ 213/ປປທ ລົງວັນທີ 15 ທັນວາ 2015 ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່, ໂດຍໄດ້ຍົກຍ້າຍສະຫາຍ ສຈ ດຣ ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການລັດຖະບານ, ດັ່ງນັ້ນຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ ແລະ ດຳລັດນາຍົກ ລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ສະບັບເລກທີ 41 / ນຍ ລົງວັນທີ 12 ກຸມພາ 2016, ໂດຍໄດ້ແຕ່ງຕັ້ງສະຫາຍ ຄຳພອນ ພຸດທະວົງ ເປັນລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກຜູ້ໃໝ່ ແລະ ພ້ອມນັ້ນ ໃນພິທີຍັງໄດ້ທາບທາມບັນດາພະນັກງານລັດຖະກອນ ແລະ ສະມາຊິກພັກຂອງກະຊວງສາທາລະນະສຸກ ເພື່ອຄັດເລືອກເອົາລັດຖະມົນຕີຊ່ວຍວ່າ ການກະຊວງສາທາລະນະສຸກຄົນໃໝ່, ຊຶ່ງຄາດວ່າການຄັດເລືອກຈະສຳເລັດ ໃນໄວໆນີ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...