spot_img
Homeຂ່າວຕ່າງປະເທດອາເມຣິກາ-ກູບາ ລົງນາມຂໍ້ຕົກລົງ ເປີດຖ້ຽວບິນການຄ້າສອງຝ່າຍ ຄັ້ງທຳອິດໃນຮອບ 50 ປີ!

ອາເມຣິກາ-ກູບາ ລົງນາມຂໍ້ຕົກລົງ ເປີດຖ້ຽວບິນການຄ້າສອງຝ່າຍ ຄັ້ງທຳອິດໃນຮອບ 50 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກຸມພານີ້ວ່າ ສະຫະລັດອາເມຣິກາ ແລະ ສາທາລະນະລັດກູບາ ໄດ້ລົງນາມຂໍ້ຕົກລົງ ເລີ່ມເປີດໃຫ້ບໍລິການຖ້ຽວບິນການຄ້າລະຫວ່າງກັນ ຊຶ່ງເປັນຄັ້ງທຳອິດໃນຮອບ 50 ປີ ເລີ່ມຕັ້ງແຕ່ໄລຍະລະດູໃບໄມ້ປົ່ງຂອງປີນີ້ເປັນຕົ້ນໄປ ໂດຍຂໍ້ຕົກລົງສະບັບດັ່ງກ່າວ ຈະເຮັດໃຫ້ຖ້ຽວບິນການຄ້າ ທີ່ເດີນທາງໄປມາລະຫວ່າງສອງປະເທດ ເພີ່ມຂຶ້ນຢ່າງໜ້ອຍ 110 ຖ້ຽວຕໍ່ມື ຊຶ່ງຫລາຍກ່ວາປັດຈຸບັນເຖິງ 5 ເທົ່າ.

ທ່ານ ແອນໂທນີ ຟ໊ອກ ລັດຖະມົນຕີວ່າການກະຊວງຄົມມະນາຄົມ ສະຫະລັດອາເມຣິກາ ໄດ້ລະບຸວ່າ ຂໍ້ຕົກລົງຖ້ຽວບິນການຄ້າດັ່ງກ່າວ ເປັນເລື່ອງທີ່ສຳຄັນຫລາຍ ໃນຄວາມພະຍາຍາມຂອງສະຫະລັດຯ ທີ່ຈະຮ່ວມມືກັບກູບາ.

ທັງນີ້ ເນື່ອງຈາກທ້າຍປີ 2014 ເປັນຕົ້ນມາ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດອາເມຣິກາ ແລະ ທ່ານ ຣາອູນ ກາສໂຕຣ ປະທານປະເທດ ແຫ່ງ ສາທາລະນະລັດກູບາ ໄດ້ປະກາດວ່າ ທັງສອງຝ່າຍຈະເລີ່ມສ້າງຄວາມສຳພັນ ຊຶ່ງເປັນສັດຕູກັນມາກວ່າເຄິ່ງສະຕະວັດນັ້ນ ກັບຄືນມາສູ່ລະດັບປົກກະຕິ ໂດຍທີ່ ທ່ານ ໂອບາມາ ແລະ ກາສໂຕຣ ໄດ້ຈັດປະຊຸມຮ່ວມກັນເປັນຄັ້ງທຳອິດ ໃນເດືອນເມສາ 2015 ຜ່ານມາ ທີ່ປານາມາ ແລະ ຈັບມືກັນໃນກອງປະຊຸມ ນອກຮອບກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ເມື່ອເດືອນກັນຍາປີດຽວກັນອີກດ້ວຍ.

NjpUs24nCQKx5e1D7eFbUxbtVu6zzy0rJrvL6wU20HZ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...