Homeຂ່າວຕ່າງປະເທດທຳນຽບຂາວເຜີຍ ບາຣັກ ໂອບາມາ ຈະຢ້ຽມຢາມຫວຽດນາມ ເດືອນພຶດສະພານີ້!

ທຳນຽບຂາວເຜີຍ ບາຣັກ ໂອບາມາ ຈະຢ້ຽມຢາມຫວຽດນາມ ເດືອນພຶດສະພານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກຸມພາຜ່ານມານີ້ວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ຈະເດີນທາງຢ້ຽມຢາມ ສາທາລະນະລັດສັງຄົມນິຍົມຫວຽດນາມ ໃນເດືອນພຶດສະພາທີ່ຈະມາເຖິງນີ້ ຊຶ່ງເປັນໄປຕາມແຜນການເດີນທາງ ເພື່ອຢ້ຽມຢາມບັນດາປະເທດອາຊີ ແລະ ຕອບສະໜອງຕາມຄຳເຊີນຂອງ ທ່ານ ຫງວຽນເຕິນຢຸງ ນາຍົກລັດຖະມົນຕີຫວຽດນາມ ໃນລະຫວ່າງພົບປະກັນຢູ່ ກອງປະຊຸມສຸດຍອດຜູ້ນຳສະຫະລັດອາເມຣິກາ-ອາຊຽນ ທີ່ລັດກາລິຟໍເນຍ.

ເຈົ້າໜ້າທີ່ທຳນຽບຂາວໄດ້ລະບຸວ່າ ” ປະທານາທິບໍດີ ແລະ ນາຍົກລັດຖະມົນຕີຢຸງ ໄດ້ຫາລືກັນເຖິງ ການສ້າງສາຍພົວພັນຢ່າງຕໍ່ເນື່ອງ ລະຫວ່າງ ສະຫະລັດຯ ແລະ ຫວຽດນາມ ຕະຫລອດປີ 2015 ຜ່ານມາ ຊຶ່ງເປັນວາລະຄົບຮອບ 20 ປີ ຂອງການສະຖາປະນາ ຄວາມສຳພັນທາງການທູດ ”

 

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...