Homeມຸມຂ່າວ AECຜູ້ນໍາອາຊຽນ-ສະຫະລັດເຫັນດີ ເພີ່ມທະວີຮັດແໜ້ນສາຍພົວພັນ ການຮ່ວມມືຫລາຍດ້ານ!

ຜູ້ນໍາອາຊຽນ-ສະຫະລັດເຫັນດີ ເພີ່ມທະວີຮັດແໜ້ນສາຍພົວພັນ ການຮ່ວມມືຫລາຍດ້ານ!

Published on

ຂປລ. ໃນວັນທີ 15 ກຸມພານີ້, ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເຊິ່ງໄດ້ຈັດຂຶ້ນທີ່ ຊັນນີແລນ, ລັດຄາລິຟໍເນຍ ສະຫະລັດອາເມລິກາ.

ກອງປະຊຸມສຸດຍອດຄັ້ງນີ້ໄດ້ດໍາເນີນເປັນເວລາ 2 ວັນ (ວັນທີ 15-16 ກຸມພາ 2016) ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ​ໃນ​ຖານະ​ທີ່ ສປປ ລາວ ເປັນປະທານອາຊຽນ​ໃນ​ປີນີ້ ແລະ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ.

ມື້ທຳ​ອິດຂອງກອງປະຊຸມ, ບັນ​ດາ​ຜູ້ນຳ​ຈາກ​ 10 ປະເທດສະມາຊິກອາຊຽນ ​ແລະ ສະຫະລັດອາ​ເມ​ລິ​ກາ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນຫາຕ່າງໆປິ່ນ​ອ້ອມ​ຫົວ​ຂໍ້ ​“ສົ່ງ​ເສີມ​ການເປັນປະຊາ​ຄົມ​​ເສດຖະກິດ​ອາຊຽນ ແຫ່ງນະວັດຕະກຳ ແລະ ຜູ້​ປະກອບ​ການ” ໂດຍ ​ມີ​ຈຸດປະສົງ​ ເພື່ອວາງ​ທິດ​ທາງ​ ໃຫ້​ແກ່​ການ​​ເສີມ​ຂະຫຍາຍ​ ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ ແລະ ການ​ຄ້າ-ການ​ລົງທຶນ ລະຫວ່າງ​ອາຊຽນ ແລະ ສະຫະລັດ ​ເປັນຕົ້ນ​ແມ່ນ​​​​ການ​​ແລກປ່ຽນບົດຮຽນ ແລະ ປະສົບ​ການທີ່​ດີ ກ່ຽວກັບ​ນະ​ໂຍບາຍ ການສົ່ງເສີມ​ການ​ຄ້າ-ການ​ລົງທຶນ, ເພີ່ມ ​ທະວີ​ການ​ຮ່ວມ​ມື ​​ໃນດ້ານການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງ​ເສີມການ ນໍາໃຊ້​ນະ​ວັດຕະ​ກຳທີ່​ກ້າວໜ້າ ​ແລະ ການເປັນຜູ້​ປະກອບ​ການ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​​ໄໝ ພ້ອມ​ນັ້ນ, ​ກອງ​ປະຊຸມ​ໄດ້​ຫາລື​ກ່ຽວ​ກັບ​ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ອື່ນໆ.​

ໃນຖານະທີ່ ສປປ ລາວເປັນປະທານຮ່ວມຂອງກອງປະຊຸມ, ທ່ານ ຈູມມາລີ ໄຊຍະສອນ ໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງອາຊຽນ ແລະ ສະຫະລັດອາ​ເມ​ລິ​ກາ ນັບແຕ່ສອງຝ່າຍ ໄດ້ສ້າງຕັ້ງສາຍພົວພັນນຳ​ກັນ ​ແລະ  ສິ່ງສຳຄັນ ສອງຝ່າຍໄດ້ເຫັນດີຍົກລະດັບການຮ່ວມມື ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2015. ກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ຈຶ່ງເປັນໂອກາດດີເຮັດໃຫ້ສອງຝ່າຍ ໄດ້ປຶກສາຫາລື ເພື່ອກຳນົດທິດທາງການຮ່ວມມື ອາຊຽນ-ສະຫະລັດອາ​ເມ​ລິ​ກາ ໃນອະນາຄົດ.​ ໃນ​ໂອກາດ​ດັ່ງກ່າວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນຕື່ມວ່າ: ທ່າມກາງເສດຖະກິດ​ໂລກ​ມີການຂະຫຍາຍຕົວ ມີລັກສະນະຊັກຊ້າ​ ແລະ ​​ບອບ​ບາງ ສະນັ້ນ, ອາຊຽນ ແລະ ສະຫະລັດ ຍິ່ງຕ້ອງໄດ້ ເພີ່ມທະວີການ ຮ່ວມມື ເພື່ອຮັກສາ ​ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ກໍຄືການພັດທະນາໃນພາກພື້ນ ແລະ ໃນໂລກ.    

ໃນຕອນຄ່ຳຂອງວັນທີ 15 ກຸມພາ 2016, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ເຊິ່ງຈັດໂດຍ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ຂອງສະຫະລັດອາ​ເມ​ລິ​ກາ ​ແລະ ໃນຕອນເຊົ້າຂອງວັນດຽວ ກັນ, ປະທານປະເທດເຮົາເຂົ້າໄດ້​ເຂົ້າພົບປະສອງຝ່າຍ ກັບ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດຍເນເຊຍ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລື ເພື່ອຮັດ ແໜ້ນການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ກໍຄື ການປະສານ ງານ ແລະ ຮ່ວມມືກັນ ເພື່ອຮັບປະກັນຜົນສຳເລັດ ຂອງການເປັນປະທານໝູນວຽນອາຊຽນ ຂອງສປປ ລາວ ໃນປີ 2016 ແລະ ເພື່ອຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ ຂອງອາຊຽນໃນຊຸມປີຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...