Homeຂ່າວເຫດການມອບ-ຮັບ ກະດູກ ແລະ ສິ່ງເສດເຫລືອ ທະຫານອາເມຣິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ

ມອບ-ຮັບ ກະດູກ ແລະ ສິ່ງເສດເຫລືອ ທະຫານອາເມຣິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ

Published on

ຂປລ.ໃນວັນທີ 16 ກຸມພານີ້, ທີ່ສະໜາມບິນສາກົນປາກເຊ ແຂວງຈໍາປາສັກ ໄດ້ຈັດພິທີມອບ-ຮັບກະດູກ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຈາກຜົນການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນການຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ໃນປາງສົງຄາມຢູ່ລາວ, ຄັ້ງທີ 2 ປະຈໍາສົກປີ 2015-2016, ມີຄື ຢູ່ກໍລະນີ 2000 ບໍລິເວນບ້ານອາລາງນ້ອຍ, ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ກໍລະນີ 0393 ບໍລິເວນບ້ານອຸດົມໄຊ ເມືອງ ສະໜາມໄຊ, ແຂວງອັດຕະປື.

ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຜູ້ຊີ້ນຳວຽກງານ MIA,ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດອາເມລິກາ ແມ່ນທ່ານ Daniel A. Clune, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເປັນຜູ້ກ່າວຮັບ, ໃນພິທີ່ດັ່ງກ່າວ, ຍັງມີ ທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ທ່ານ ພົນຕີ ອ່ອນສີ ແສນສຸກ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ, ພະນັກງານທ້ອງຖິ່ນ ທີ່ກ່ຽວຂ້ອງຂອງລາວ ພ້ອມດ້ວຍພະນັກງານວິຊາການ ລາວ-ອາເມລິກາ ທີ່ປະຕິບັດວຽກງານຕົວຈິງ ໃນພາກສະໜາມຈໍານວນໝຶ່ງເຂົ້າຮ່ວມ.

ໂດຍສືບຕໍ່ປະຕິບັດນະໂຍບາຍມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍຄືຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງ ຂໍຂອງລັດຖະບານອາເມລິກາ ໃນການແກ້ໄຂບັນຫາດັ່ງກ່າວ, ຕະຫລອດໄລຍະເວລາ 31 ປີ ແຫ່ງ ການຮ່ວມມືສອງຝ່າຍ ລາວ-ອາເມລິກາ ໃນການດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຮັບຜົນ 50% ຂອງຈໍານວນຜູ້ຫາຍສາບສູນທັງໝົດ. ອີງຕາມຕົວເລກທີ່ຝ່າຍອາເມລິກາ ແຈ້ງຝ່າຍລາວ ຊາບ, ທະຫານອາເມລິກາ ທີ່ຫາຍຊາບສູນໃນປາງສົງຄາມຢູ່ລາວທັງໝົດມີ 537 ຄົນ.ນັບແຕ່ສອງຝ່າຍ ໄດ້ມີການ ຮ່ວມມືກັນມາແຕ່ປີ 1985 ຈົນເຖິງ ປັດຈຸບັນ, ລັດຖະບານລາວໄດ້ມອບສິ່ງເສດເຫລືອ ທະຫານອາເມລິກາ ທີ່ເສຍຊີວິດຢູ່ລາວ ແລ້ວຈຳນວນ 271 ຄົນ, ເພື່ອສົ່ງຄືນໃຫ້ແກ່ຄອບຄົວຂອງພວກກ່ຽວ ນໍາໄປທໍາພິທີທາງສາສະໜາ ຕາມການຮ້ອງຂໍຂອງປະ ຊາຊົນອາເມລິກາ, ສ່ວນອີກ 302 ຄົນທີ່ຍັງເຫລືອແມ່ນຈະໄດ້ຮ່ວມກັນສືບຕໍ່ສໍາຫລວດ ແລະ ຄົ້ນຫາໃນການປະຕິບັດງານຄັ້ງຕໍ່ໄປ.

ການທີ່ທັງສອງຝ່າຍລາວ-ອາເມລິກາໄດ້ຮັບຜົນສຳເລັດອັນດີດັ່ງກ່າວ,ໃນວຽກງານການສໍາຫລວດ ແລະ ຂຸດຄົ້ນ ກໍຍ້ອນຄວາມເອົາໃຈໃສ່ ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວທຸກໆຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ ແລະ ການຮ່ວມ ມືອັນດີຂອງປະຊາຊົນບັນດາເຜົ່າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...