Homeຂ່າວພາຍ​ໃນກຽມສະຫຼຸບຜົນສຳເລັດໂຄງການປະຕິສັງຂອນຫໍພະແກ້ວ ​ຄັ້ງ​ທີ III ໄລຍະທີ 1

ກຽມສະຫຼຸບຜົນສຳເລັດໂຄງການປະຕິສັງຂອນຫໍພະແກ້ວ ​ຄັ້ງ​ທີ III ໄລຍະທີ 1

Published on

  ໃນ​ວັນ​ທີ 16 ກຸມ­ພາ 2016 ທີ່ພິ​ພິ​ທະ​ພັນ​ຫໍ­ພະ­ແກ້ວ, ຄະ­ນະ​ຮັບ­ຜິດ­ຊອບໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ພິ​ພິ​ທະພັນ​ຫໍ­ພະ­ແກ້ວ ຄັ້ງ​ທີ III, ໄດ້​ຈັດ​ງານ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ກະ­ກຽມ​ການ​ຈັດ​ພິ­ທີ​ສະ­ຫຼຸບຜົນ­ສຳ­ເລັດ​ຂອງ​ການ​ສ້ອມ­ແປງໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ພິ​ພິ​ທະພັນ​ຫໍ­ພະ­ແກ້ວ​ຄັ້ງ​ທີ III, ໄລ­ຍະ 1 ພ້ອມ​ທັງສືບ­ຕໍ່​ແຜນ​ວຽກ​ໄລ­ຍະ 2 ແລະ​ໄລ­ຍະ 3, ໃນ​ວັນ​ທີ 21-22 ກຸມ­ພາ​ທີ່​ຈະ​ມາ​ເຖິງ​ນີ້.

   ການ​ຖະ­ແຫຼງ​ຂ່າວ​ຄັ້ງ​ນີ້​ຕາງ­ໜ້າ​ຄະນະ​ຮັບ­ຜິດ­ຊອບໂດຍ​ທ່ານ ສາຍ­ທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ ວຽງ​ຈັນ​ໃຫ້​ຮູ້​ວ່າ: ປະ­ຈຸ​ບັນ​ການ​ສ້ອມແປງ​ໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ພິ​ພິທະ​ພັນ​ຫໍ­ພະ­ແກ້ວຄັ້ງ​ທີ III, ໄລ­ຍະ 1 ແມ່ນໃກ້​ຈະ​ສຳ­ເລັດ​ແລ້ວໂດຍ​ໄດ້​ແບ່ງ​ວຽກອອກ​ເປັນ 3 ແຜນ​ງານຊຶ່ງ​ເລີ່ມ​ຕັ້ງ­ແຕ່​ມື້​ເລີ່ມ​ຕົ້ນຈົນ​ເຖິງ​ປະ­ຈຸ​ບັນຖື​ວ່າ​ສຳ­ເລັດ​ເກືອບ​ໝົດ​ແລ້ວ, ດັ່ງ­ນັ້ນໃນມື້​ວັນ­ເພັງ​ເດືອນ 3 ເປັນ​ວັນ​ບຸນ​ສຳ­ຄັນ​ທີ່​ສຸດ​ທາງ​ດ້ານ​ພຸດ​ທະ​ສາ­ສະ­ໜາ​ຄື​ວັນ​ບຸນມາ­ຄະ​ບູ­ຊາກົງ​ກັບ​ວັນ​ທີ 21 ກຸມ­ພາ​ນີ້, ດ້ວຍ​ເຫດ​ນັ້ນ​ທາງ​ຄະ­ນະ​ຮັບ­ຜິດ­ຊອບຈິ່ງ​ໄດ້​ຂໍ­ອະ­ນຸ­ຍາດ​ນຳ​ລັດ­ຖະ­ບານເພື່ອຈັດ​ພິ­ທີ​ສະ­ຫຼຸບ​ຜົນ­ສຳ­ເລັດ​ຂອງ​ການສ້ອມ­ແປງ​ໂຄງ­ການ​ບູ­ລະ­ນະ​ປະ­ຕິ​ສັງຂອນ​ພິ​ພິ​ທະ​ພັນ​ຫໍ­ພະ­ແກ້ວ ຄັ້ງ​ທີ III, ໄລ­ຍະ 1 ເພື່ອ​ໃຫ້​ມວນ​ຊົນ ແລະ​ພໍ່​ແມ່​ປະ­ຊາ­ຊົນ​ຜູ້ ທີ່​ຕິດ­ຕາມ​ຜົນ​ຂອງ​ການ​ສ້ອມ­ແປງ​ຂອງພວກ​ເຮົາ​ໃນ​ໄລ­ຍະ​ທີ 1 ຊຶ່ງ​ປະ­ກອບ​ມີຍອດ​ຊໍ່­ຟ້າ, ຫຼັງ­ຄາ, ເພ­ດານ, ເຕົ້າ​ຂອງ​ຫໍ ແລະ​ພື້ນ​ຈຳ­ນວນ​ໜຶ່ງ.

ໃນ​ວັນ­ເພັງ​ເດືອນ 3 ກົງ​ກັບ​ວັນ​ທີ 21 ກຸມ­ພາ ວັນ​ບຸນ​ມາ­ຄະ​ບູ­ຊາ​ນີ້, ທາງ​ພວກເຮົາຈິ່ງ​ແຈ້ງ​ເຖິງ​ການ​ນຳ​ແຕ່​ລະ​ຂັ້ນ, ລວມ​ທັງ​ພໍ່​ແມ່​ປະ­ຊາ­ຊົນ, ພໍ່­ຄ້າ​ຊາວ​ຂາຍ, ພະ­ນັກ­ງານ, ທະ­ຫານ, ຕຳ­ຫຼວດ​ຕະ­ຫຼອດຮອດ​ນັກ​ສຶກ​ສາ, ນັກ­ຮຽນ​ຮູ້​ປັນ­ຍາ​ຊົນທັງ­ຫຼາຍ​ຜູ້​ມີ​ຈິດ­ໃຈ​ໃສ​ສັດ­ທາ​ປະ­ກອບສ່ວນ​ໃນ​ການ​ສ້ອມ­ແປງ​ໄລ­ຍະ​ທີ 1 ຫຼື ຈະ ສືບ­ຕໍ່​ປະ­ກອບ­ສ່ວນ​ໃນ​ໄລ­ຍະ​ທີ 2 ແລະ​ທີ 3 ຢາກ​ມາ​ຮັບ​ຟັງ, ຊົມ​ຜົນ­ສຳ­ເລັດ​ໃນ​ໄລຍະ​ທີ 1 ໃນ​ວັນ​ທີ 21 ກົງ​ກັບ​ວັນ­ເພັງ 14 ຄ່ຳ ຊຶ່ງ​ພາຍ­ຫຼັງ​ພິ­ທີ​ສະ­ຫຼຸບ​ຜົນ­ສຳ­ເລັດແລ້ວ​ທາງ​ຄະ­ນະ​ຈິ່ງ​ຈະ​ສືບ­ຕໍ່​ດຳ­ເນີນ​ແຜນວຽກ​ໄລ­ຍະ 2 ແລະ​ໄລ­ຍະ 3 ໃນ​ວັນ­ເພັງ ຂອງ​ເດືອນ 3 ລວມ​ມີ​ວຽກ​ປັບ­ປຸງ​ພື້ນ, ຝາ​ລວ­ດລາຍ​ອັນ​ສວຍ​ສົດ​ງົດ​ງາມ, ມີ​ລະ ບົບ​ລະ­ບາຍ​ນ້ຳ, ລະ­ບົບ​ປອດ​ກັນ​ໄພ ແລະ ແສງ​ສະ­ຫວ່າງ, ດັ່ງ­ນັ້ນຈິ່ງ​ຢາກ​ໃຫ້​ທຸກ ພາກ­ສ່ວນ​ປະ­ກອບ­ສ່ວນ​ທຶນ­ຮອນ​ຕື່ມເພື່ອ​ເຮັດ​ໃຫ້​ໂຄງ­ການ​ປະ­ຕິ­ສັງ­ຂອນ​ສຳເລັດ​ທັນ​ໃນ​ເດືອນ 6 ນີ້.

ສຳ­ລັບ​ວັນ​ທີ 21 ເປັນ​ມື້​ສະ­ຫຼຸບ​ຜົນ​ສຳເລັດ​ການ​ສ້ອມ­ແປງ​ໂຄງ­ການ​ປະ­ຕິ​ສັງຂອນ, ສ່ວນ​ທີ 22 ກຸມ­ພາ ເປັນ​ມື້​ໃສ່​ບາດຖວາຍ​ສັງ​ຂະ​ທານ​ແດ່​ພະ­ສົງ​ຈຳ­ນວນ 41 ອົງ, ຢູ່​ທີ່​ພິ​ພິ​ທະ​ພັນ​ຫໍ­ພະ­ແກ້ວ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...