Homeຂ່າວຕ່າງປະເທດຕຳຫລວດອົດສະຕຣາລີ ຍຶດຢາໄອ້ມູນຄ່າເກືອບ 900 ລ້ານໂດລາ ຍັດມາໃນຊິລິໂຄນເສີມນົມ!

ຕຳຫລວດອົດສະຕຣາລີ ຍຶດຢາໄອ້ມູນຄ່າເກືອບ 900 ລ້ານໂດລາ ຍັດມາໃນຊິລິໂຄນເສີມນົມ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກຸມພາຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດອົດສະຕຣາລີ ໄດ້ຖະແຫລງຜົນງານ ສາມາດກວດພົບ ແລະ ຍຶດຢາໄອ້ ລວມມູນຄ່າສູງເຖິງ 1.25 ຕື້ໂດລາອົດສະຕຣາລີ ຫລື ປະມານ 890.5 ລ້ານໂດລາສະຫະລັດຯ ຊຶ່ງສານເສບຕິດ methylamphetamine ນ້ຳໜັກກວ່າ 720 ກິໂລກຣາມ ໄດ້ຖືກເຊື່ອງໄວ້ກັບຊິລິໂຄນ ສຳລັບເສີມໜ້າເອິກແມ່ຍິງ ແລະ ວັດຖຸງານສີລະປະອື່ນໆອີກ ຊຶ່ງການກວດພົບຄັ້ງນີ້ ແມ່ນເປັນການກວດພົບ ສານເສບຕິດ methylamphetamine ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງອົດສະຕຣາລີ.

ພ້ອມດຽວກັນນີ້, ເຈົ້າໜ້າທີ່ຕຳຫລວດ ຍັງໄດ້ຈັບກຸມຜູ້ຖືກຫາຈຳນວນ 4 ຄົນ ທີ່ກ່ຽວຂ້ອງກັບຄະດີດັ່ງກ່າວ ຊຶ່ງໃນນັ້ນ ເປັນຊາວຮົງກົງ 3 ຄົນ ແລະ ຊາວຈີນ 1 ຄົນ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...