Homeຂ່າວພາຍ​ໃນສະເຫຼີມສະຫຼອງບຸນປີໃໝ່ລາວ ທຸກຄົນຕ້ອງມີສະຕິໃນການຂັບຂີ່

ສະເຫຼີມສະຫຼອງບຸນປີໃໝ່ລາວ ທຸກຄົນຕ້ອງມີສະຕິໃນການຂັບຂີ່

Published on

ສະເຫຼີມສະຫຼອງບຸນປີໃໝ່ລາວ ທຸກຄົນຕ້ອງມີສະຕິໃນການຂັບຂີ່

ເພື່ອ​ຫຼີກ​ລ້ຽງ​ບັນຫາ​ການ​ເກີດ​ອຸບັດເຫດ ທີ່​ມັກ​ຈະ​ເກີດ​ຂື້ນ​ໄລຍະ 7 ວັນ​ອັນຕະລາຍ ໃນ​ງານ​ບຸນ​ສະເຫຼີມສະຫຼອງ​ປີ​ໃໝ່​ລາວ ​ພສ 2557 ທີ່​ຈະ​ມາ​ເຖິງ​ນີ້ ກົມ​ໃຫຍ່​ຕຳຫຼວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ລົງ​ໂຄສະນາ-ປະຊາສຳພັນ ປຸກລະດົມ​ໃຫ້​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະໜົນ ເວົ້າ​ສະເພາະ​ຢູ່​ນະຄອນຫຼວງ​ວຽງ​ຈັນ ທີ່​ມີ​ການ​ຈະລາຈອນ​ນັບ​ມື້​ນັບ​ໜາ​ແໜ້ນ​ຂື້ນ​ທຸກໆ​ມື້ ໃຫ້​ມີ​ຄວາມ​ປອດ​ໄພ​ໃນ​ການ​ເດີນທາງ ແລະ ເພື່ອ​ເຮັດ​ໃຫ້ການ​ສະເຫຼີມສະຫຼອງ​ງານ​ບຸນປີໃໝ່​ໃນ​ປີ​ນີ້ ຂອງ​ພໍ່​ແມ່​ປະຊາຊົນ​ລາວ​ບັນດາເຜົ່າ ມີ​ຄວາມ​ປອດ​ໄພ ແລະ ເບີດ​ບານ​ມ່ວນຊື່ນ.

ການ​ລົງ​ໂຄສະນາ-ປະຊາສຳພັນ ປຸກລະດົມ​ໃຫ້​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະໜົນ ແມ່ນ​ປະຕິບັດ​ຕາມ​ຈຸດ​ຊຸມ​ຊົນ ແລະ ຈຸດ​ສ່ຽງ​ຕ່າງໆ​ເຊັ່ນ: 4 ແຍກ​ຫຼັກ 6 ໄຟ​ແດງ​ທາດຫຼວງ 3 ແຍກ​ຫ້ວຍ​ຫົງ 4 ແຍກ​ໂພນ​ຕ້ອງ 3 ແຍກ​ຈີ່ນາຍ​ໂມ້ 3 ແຍກ​ທາງ​ເຂົ້າ​ໂຮງຮຽນ​ດົງ​ຄຳ​ຊ້າງ ແລະ 3 ແຍກ​ສີ​ໄຄ ໄປ​ຄຽງ​ຄູ່​ກັບ​ປະຊາສຳພັນ​ກົດ​ລະບຽບ​ຈະລາຈອນ​ຂອງ​ເຈົ້າ​ໜ້າທີ່ ໄດ້​ມີ​ການ​ຖາມ-ຕອບ​ຄຳ​ຖາມ​ກ່ຽວ​ກັບ​ກົດ​ລະບຽບ​ການ​ສັນຈອນ ເພື່ອ​ຮັບ​ເອົາ​ຂອງ​ລາງວັນ.

ສຳລັບ​ງານ​ບຸນ​ສະເຫຼີມສະຫຼອງ​ປີ​ໃໝ່​ລາວ​ປີ​ນີ້ ທາງ​ກົມ​ໃຫຍ່​ຕຳຫຼວດ​ຈະລາຈອນ ແມ່ນ​ໄດ້​ມີ​ແຜນການ​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຕາມ​ທ້ອງ​ຖະໜົນ ເປັນຕົ້ນ​ແມ່ນ​ຈະ​ໄດ້​ປະຕິບັດ​ໜ້າທີ່​ຢູ່​ປະຈຳ​ຈຸດ ປະຈຳ​ປ້ອມ ປະຈຳ​ຈຸດ​ຄອຍ​ເຫດ​ສຸກ​ເສີນ ປະຈຳ​ຈຸດ​ເຂດ​ທີ່​ມີ​ຄວາມ​ຊັບ​ສົນ ໂດຍ​ສະເພາະ​ແມ່ນ​ຢູ່​ຕະຫຼາດ ສະຖານທີ່​ແຫຼ່ງ​ທ່ອງ​ທ່ຽວ ບ່ອນ​ທີ່​ອົງ​ການຈັດຕັ້ງ​ຕ່າງໆ​ຈະ​ຈັດ​ໃຫ້​ພໍ່​ແມ່​ປະຊາຊົນ​ໄປ​ຫຼີ້ນ​ເຊັ່ນ: ແຄມ​ຂອງ ແລະ ສະຖານທີ່​ອື່ນໆ ທາງ​ເຈົ້າ​ໜ້າທີ່​ຂອງ​ພວກ​ເຮົາ ແມ່ນ​ໄດ້​ຈັດ​ກອງ​ກຳລັງ​ເພື່ອ​ຮອງ​ຮັບ​ບັນຫາ​ຕ່າງໆ​ທີ່​ຈະ​ເກີດ​ຂື້ນ.

ນອກຈາກ​ນີ້ ກົມ​ຕຳຫຼວດ​ຈະລາຈອນ​ພວກ​ເຮົາ ຍັງ​ໄດ້​ອອກ​ໃບ​ແຈ້ງ​ການ​ໃຫ້​ເຈົ້າ​ໜ້າທີ່​ຕຳຫຼວດ​ຈະລາຈອນ​ທົ່ວ​ປະເທດ ໃຫ້​ມີ​ການ​ຫ້າງ​ຫາ​ກະກຽມ​ຈັດ​ສັນ​ກຳລັງ ເພື່ອ​ຮອງ​ຮັບ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ ເປັນຕົ້ນ​ແມ່ນ​ການ​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຕາມ​ຖະໜົນຫຼວງ ໂດຍ​ສະເພາະ ຕາມ​ຖະໜົນ 13 ເໜືອ 13 ໃຕ້ ແລະ ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ຕ່າງໆ ເພື່ອ​ກວດກາ​ເບິ່ງ​ອຸບັດເຫດ​ທາງ​ຍາວ​ບໍ່​ໃຫ້​ເກີດ​ຂື້ນ ເປັນຕົ້ນ​ແມ່ນ ມີ​ການ​ມືນ​ເມົາ​ແລ້ວ​ຂັບ​ຂີ່​ລົດ​ໂດຍສານ ລົດ​ບັນທຸກ ລົດ​ຂົນສົ່ງ​ສີນ​ຄ້າ​ຕ່າງໆ ສະນັ້ນ ໂດຍ​ໄດ້​ຈັດ​ກຳລັງ​ໜຶ່ງ​ຂື້ນ​ມາ​ສະເພາະ ເພື່ອ​ຈັດ​ສັນ​ບັນຫາ​ດັ່ງກ່າວ​ນີ້.

ການ​ສະເຫຼີມສະຫຼອງ​ງານ​ບຸນປີໃໝ່ 2013 ທີ່​ຜ່ານ​ມາ ທົ່ວ​ປະເທດ​ມີ​ອຸບັດເຫດ​ເກີດ​ຂື້ນ​ທັງ​ໝົດ 181 ກໍລະນີ ພາຫະນະ​ເປ່​ເພ 302 ຄັນ ມີ​ຄົນ​ບາດເຈັບ 330 ຄົນ ແລະ ເສຍ​ຊີວິດ 23 ຄົນ ສະເພາະ​ໃນ​ນະຄອນຫຼວງ​ວຽງ​ຈັນ ມີ​ອຸບັດເຫດ​ເກີດ​ຂື້ນ​ທັງ​ໝົດ 34 ກໍລະນີ ພາຫະນະ​ເປ່​ເພ 65 ຄັນ ມີ​ຄົນ​ບາດເຈັບ 60 ຄົນ ແລະ ເສຍ​ຊີວິດ 2 ຄົນ.

 

ທີ່ມາ  http://www.vientianemai.net/teen/khao/1/11505

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...