Homeຂ່າວພາຍ​ໃນມອບ-ຮັບສວນຊາກຸລະ ລາວ-ຍີ່ປຸ່ນ

ມອບ-ຮັບສວນຊາກຸລະ ລາວ-ຍີ່ປຸ່ນ

Published on

    ວັນ​ທີ 12 ກຸມ­ພາ 2016 ນີ້, ທີ່​ເມືອງ​ວຽງ​ໄຊ​ແຂວງ​ຫົວ­ພັນ​ໄດ້​ມິ​ພິ­ທີ​ມອບ-ຮັບ​ສວນ​ມິດ­ຕະ­ພາບ​ຊາ​ກຸ­ລະລາວ-ຍີ່­ປຸ່ນ​ຂຶ້ນໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານ ວັນ​ໄຊ ແພງ​ຊຸມ​ມາ ເລ­ຂາ​ຄະ­ນະບໍ­ລິ­ຫານ​ງານ​ພັກ​ແຂວງ ເຈົ້າ­ແຂວງ​ຫົວພັນ, ທ່ານ ທາ​ເຄ​ຊິ ຮີ​ຄີ​ຮາ​ຣະ ເອກ​ອັກ ຄະ​ລາ­ຊະ­ທູດ​ວິ­ສາ­ມັນ​ຜູ້​ມີ​ອຳ­ນາດ​ເຕັມແຫ່ງ​ປະ­ເທດ​ຢີ່​ປຸນ​ປະ­ຈຳ ສປປ ລາວ, ທ່ານ ແຫຼວ​ຄຳ ອິນ​ທະ​ວົງ ຮອງ​ພະແນກ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ເໜືອ​ກະຊວງ​ການ​ຕ່າງ­ປະ­ເທດ, ທ່ານ​ປະ­ທານສະ­ມາ­ຄົມ​ຄົນ​ພິ­ການ​ແຫ່ງ​ປະ­ເທດ​ຍີ່­ປຸ່ນ, ແຂກ​ຖືກ​ເຊີນ​ຈາກ​ແຂວງ, ການ​ນຳ ເມືອງ​ວຽງ​ໄຊ ຕະ­ຫຼອດ​ຮອດ​ມວນ​ຊົນຊາວ​ເມືອງ​ວຽງ​ໄຊ​ເຂົ້າ​ຮ່ວມ​ນຳ.

   ໂອ­ກາດ​ນີ້ ທ່ານ​ເຈົ້າ­ແຂວງ​ຫົວ­ພັນ ກ່າວ​ວ່າ: ໂຄງ­ການ​ກໍ່­ສ້າງ​ສວນ​ມິດ​ຕະ ພາບ​ຊາ​ກຸ­ລະ ລາວ-ຍີ່­ປຸ່ນ​ແຫ່ງ​ນີ້ ແມ່ນ ໄດ້​ຮັບ​ການ​ເຫັນ​ດີ​ສະ­ໜັບ­ສະ­ໜູນ​ຈາກ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວແລະ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ​ປະ­ເທດ​ຍີ່ ປຸ່ນ​ໃນ​ຕົ້ນ​ປີ 2013 ແຂວງ​ຫົວ­ພັນ​ໄດ້ ຮ່ວມ​ກັບ​ສະ­ຖານ­ທູດ​ຍີ່­ປຸ່ນ​ປະ­ຈຳ ສປປ ລາວ ແລະ ອົງ­ການ​ກ່ຽວ­ຂ້ອງ​ຈາກ​ປະ­ເທດ​ຍີ່­ປຸ່ນ​ເປັນ­ຕົ້ນ​ແມ່ນສະ­ມາ­ຄົມ​ໄຊ​ຕະ​ມະ-ລາວ, ສະ­ມາ­ຄົມ​ຄົນ​ພິ­ການ (ADDP), ສະ­ມາ­ຄົມ (Lionclup) ໄດ້​ພ້ອມ​ກັນ ປູກ​ທົດ​ລອງ​ຢູ່ 4 ຈຸດ​ຂອງ​ແຂວງ​ຫົວ­ພັນ​ຄື: ເຂດ ໜອງ​ຄ້າງ, ເຂດ​ສະ­ເຫຼີຍ, ເທ­ສະ​ບານ​ເມືອງ​ຊຳ​ເໜືອ ແລະ​ເທ­ສະ​ບານ​ເມືອງ​ວຽງ​ໄຊ, ຜ່ານ​ການ​ປູກ​ທົດ ລອງ​ເຫັນ​ວ່າ​ຢູ່​ຈຸດ​ເທ­ສະ​ບານ​ເມືອງ​ວຽງ​ໄຊ​ໄດ້​ຮັບຜົນ​ດີ​ກວ່າ​ໝູ່​ມີ​ຕົ້ນ​ຊາ​ກຸ­ລະ​ຈຳ­ນວນ​ໜຶ່ງ​ທີ່​ນຳ​ມາ​ປູກ ທົດ​ລອງ​ນັ້ນ​ໄດ້​ອອກ­ດອກ​ເບັ່ງ​ບານ​ຢ່າງ​ສວຍ​ສົດ ງົດ​ງາມ, ສ້າງ​ຄວາມ​ປະ​ທັບ​ໃຈ ແລະ​ເພິ່ງ​ພໍ­ໃຈ​ແກ່​ປະ ຊາ​ຊົນ​ຊາວ​ແຂວງ​ຫົວ­ພັນ​ເປັນ​ຢ່າງ​ຍິ່ງ.

ເພື່ອ​ສືບ­ຕໍ່​ຜັນ​ຂະ­ຫຍາຍ​ແຜນ­ການ​ຮ່ວມ ມື​ຂອງ​ສອງ​ລັດ­ຖະ­ບານ​ລາວ-ຍີ່­ປຸ່ນ, ແຂວງ​ຫົວ­ພັນ​ຈິ່ງ​ໄດ້​ເຊັນ​ສັນ­ຍາ​ກັບ​ບໍ­ລິ­ສັດ​ຮຶງ​ຟາດ​ກໍ່­ສ້າງ​ເປັນ​ຜູ້​ລົງ­ມື​ກໍ່­ສ້າງສວນ​ດອກ​ຊາ​ກຸ­ລະ​ແຫ່ງ​ນີ້ ຊຶ່ງ​ມີ​ເນື້ອ­ທີ່ ທັງ​ໝົດ 1,8 ເຮັກ­ຕາ​ໃນ​ນີ້: ກໍ່­ສ້າງ​ເນື້ອ ທີ່​ເຂດ​ຂຽວ 9.240 ຕາ​ແມັດ, ເນື້ອ­ທີ່ ທາງ​ຍ່າງ 5.323 ຕາ​ແມັດ, ເນື້ອ­ທີ່ ເດີ່ນ​ຈອດ​ລົດ 3.487 ຕາ​ແມັດ ສາ­ມາດ ປູກ​ຕົ້ນ​ຊາ​ກຸ­ລະ​ໄດ້ 350 ຕົ້ນ ແລະ​ມີມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 7,8 ຕື້​ກວ່າ ລ້ານ​ກີບ ໂດຍ​ເປັນ​ທຶນ​ສົມ­ທົບ​ລະ­ຫວ່າງລັດ­ຖະ­ບານ ແຫ່ງ ສປປ ລາວ ແລະ​ລັດຖະ​ບານ​ປະ­ເທດ​ຍີ່­ປຸ່ນ.

ໂຄງ­ການ​ກໍ່­ສ້າງ​ສວນ​ດັ່ງ­ກ່າວ​ໃຊ້​ເວ­ລາ​ກໍ່­ສ້າງ 12 ເດືອນ ຊຶ່ງ​ມີ­ໜ້າ​ວຽກ​ດັ່ງ­ນີ້: ບຸກ­ເບີກ, ປັບ​ພື້ນ​ທີ່ ແລະ​ຖົມ​ດິນ, ກໍ່­ສ້າງ ທາງ​ຍ່າງ​ພາຍ​ໃນ​ສວນ, ກໍ່­ສ້າງ​ລະ­ບົບ ຮ່ອງ​ລະ­ບາຍ​ນ້ຳ​ເສຍ, ຕິດ​ຕັ້ງ​ລະ­ບົບ​ໄຟ ຟ້າ-ນ້ຳ​ປະ­ປາ ແລະ​ວຽກ​ກໍ່­ສ້າງ​ປ້າຍ​ຊື່, ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ໄດ້​ສຳ­ເລັດ​ແລ້ວ 100%.

ທ່ານ ວັນ​ໄຊ ກ່າວ​ຕື່ມ​ວ່າໂຄງ­ການນີ້​ສຳ­ເລັດ​ໄດ້​ຍ້ອນ​ການ​ຮ່ວມ​ມື ແລະ​ເອົາໃຈ​ໃສ່​ຂອງ​ທຸກ​ພາກ­ສ່ວນ ລາວ-ຍີ່­ປຸ່ນ ຈິ່ງ​ເຮັດ​ໃຫ້­ການ​ກໍ່­ສ້າງ​ມີ​ຜົນ­ສຳ­ເລັດ ແລະ​ປະ­ຈຸ​ບັນ​ຕົ້ນ​ຊາ​ກຸ­ລະ​ກຳ­ລັງ​ເຕີບ​ໂຕ ແລະ​ຂະ­ຫຍາຍ­ຕົວ​ດີ, ໂຄງ­ການ​ນີ້​ໄດ້ກາຍ­ເປັນ​ຂີດ​ໝາຍ​ໃໝ່​ທີ່​ສຳ­ຄັນ​ທີ່​ສຸດ​ຕໍ່ກັບ​ການ​ຮ່ວມ​ມື​ຮອບ­ດ້ານ​ຂອງ​ສອງ​ປະເທດລາວ-ຍີ່­ປຸ່ນປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ແຂວງ​ຫົວ­ພັນ​ກໍ່​ຄື​ເມືອງ​ວຽງ​ໄຊ​ໃນ​ອະນາ​ຄົດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...