Homeຂ່າວຕ່າງປະເທດສ​ປ​ຊ ​ເຕືອນ ທາງ​ໃຕ້​ຂອງ​ອາ​ຟຣິກາ​ຈະ​ພົບ​ກັບ​ໄພ​​ແລ້ງສຸດໆ ຈາກ​ຜົນ​ຂອງ​​ເອລ ນິນ​​ໂຢ ກະທົບ 49 ລ້າ​ນຄົນ

ສ​ປ​ຊ ​ເຕືອນ ທາງ​ໃຕ້​ຂອງ​ອາ​ຟຣິກາ​ຈະ​ພົບ​ກັບ​ໄພ​​ແລ້ງສຸດໆ ຈາກ​ຜົນ​ຂອງ​​ເອລ ນິນ​​ໂຢ ກະທົບ 49 ລ້າ​ນຄົນ

Published on

ອົງການ​ສະຫະ​ປະຊາ​ຊາດ​ (ສປຊ) ອອກ​ມາ​ເຕືອນ​ໃນ​ວັນ​ຈັນ​ທີ 15 ກຸມພາ ​ໂດຍ​ລະບຸ ຜູ້​ຄົນ​ກວ່າ 49 ລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ທາງ​ພາກ​ໃຕ້​ຂອງ​ທະ​ວີ​ບ​ອາ​ຟຣິກາ ຕົກ​ຢູ່​ໃນ​ພາວະ​ສ່ຽງ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາວະ​ໄພ​ແລ້ງ​ສຸດໆ​ໃນ​ປີ​ນີ້.

ລາຍ​ງາ​ສະບັບຫຼ້າ​ສຸດ​ຂອງ​ອົງການ​ອາຫານ​ໂລກ​ແຫ່ງ​ສະຫະ​ປະຊາ​ຊາດ (United Nations World Food Program : WFP) ທີ່​ມີ​ການ​ເຜີຍ​ແຜ່​ໃນ​ວັນ​ຈັນ 15 ກຸມພາລະບຸວ່າ ປະຊາຊົນ​ປະມານ 40 ລ້ານ​ຄົນທີ່ອາ​ໄສ​ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ຂອງ​ປະ​ເທດ​ຕ່າງໆ ທາງ​ພາກ​ໃຕ້​ຂອງ​ທະວີບອາ​ຟຣິກາ ຖື​ເປັນ​ປະຊາກອນ​​ສ່ຽງ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາວະ​ໄພ​ແລ້ງ​ທີ່​ສຸດ​ໃນ​ປີ​ນີ້.

ນອກຈາກ​ນັ້ນ ລາຍ​ງານ​ສະບັບ​ຫຼ້າ​ສຸດນີ້​ຍັງລະບຸ​ວ່າ ຜູ້​ທີ່​​ສ່ຽງ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຍັງ​ລວມ​ເຖິງ “ຄົນ​ທຸກ​ຍາກ​ໃນ​ເຂດ​ເມືອງ” ອີກ 9 ລ້ານ​ຄົນ​ໃນ​ພື້ນ​ທີ່​ດຽວ​ກັນ ຊຶ່ງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາ​ວະ​ໄພ​ແລ້ງ​ແສນ​ສາຫັດ​ໃນ​ປີ 2016 ນີ້ ​ໂດຍ​ທີ່​ໃນ​ຈຳນວນ​ນີ້​ມີ​ກວ່າ 14 ລ້ານ​ຄົນ​ທີ່​ເລີ່​ມປະ​ເຊີນ​ກັບພາວະ​ອົດ​ຢາກ​ຂາດ​ແຄນ​ອາຫານ ທີ່​ເປັນ​ຜົນ​ມາ​ຈາກ​ໄພ​ແລ້ງ​ໃນ​ພູມິ​ພາກ​ແຫ່ງ​ນີ້​ແດ່​ແລ້ວ.

ລາຍ​ງານ​ຂອງ​ໂຄງການ​ອາຫານ​ໂລກ​ລະບຸ​ວ່າ ພາວະ​ຄວາມ​ແຫ້ງ​ແລ້ງ​ຮຸນ​ແຮງ​ໃນ​ພູມິ​ພາກ​ອາ​ຟຣິກາ​ຕອນ​ໃຕ້​​ໃນ​ປີ​ນີ້ ​ເປັນ​ຜົນ​ພວງ​ໂດຍ​ກົງ​ຈາກ​ປາກົດການ “​ເອລ ນິນ​​ໂຢ” ທີ່​ມີຄວາ​ມຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ 35 ປີ ຊຶ່ງ​​ເຮັດ​ໃຫ້​ພູມິ​ພາກ​ນີ້​ຂອງ​ທະວີບ​ປະ​ເຊີນ​ກັບ​ພາ​ວະ​ຝົນ​ແລ້ງ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 1981 ​ເປັນ​ຕົ້ນ​ມາ ກົງກັນຂ້າມ​ກັບ​ສະ​ພາບ​ອາກາດ​ຮ້ອນ​ທີ່​ສຸດ​ທີ່​ຍູ້​ອຸນຫະພູມ​ໃຫ້​ພຸ່ງ​ສູ່​ລະດັບ​ສູງ​ສຸດ​ໃນ​ຮອບ​ຫຼາຍ​ປີ.

​ແລະ​ເມື່ອ​ບໍ່​ມີ​ຝົນ ລາຍ​ງານ​ຂອງໂຄງການ​ອາຫານ​ໂລກ​ລະບຸ​ວ່າ ບັນດາ​ພືດ​ພັນ​ແລະ​ຜົນ​ຜະລິດ​ທາງ​ການ​ກະ​ເສດ​ທັງຫຼາຍ​ໂດຍສ​ະ​ເພາະ​​ເຂົ້າ ​ແລະ​ເຂົ້າ​ສາລີ​ຕ່າງໆ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ກະທົບ​ຕໍ່​ຕ່ອງ​ໂສ້​ອາຫານ​ຂອງ​ປະຊາກອນ​ນັບ​ລ້ານ​ໃນ​ພື້ນ​ທີ່​ດັ່ງກ່າວ ຊຶ່ງ​​ເປັນ​ທີ່​ຕັ້ງ​ຂອງ​ຫຼາຍ​ປະ​ເທດທັງ ​ເລ​ໂຊ​ໂທ, ສະວາຊີ​ແລນ, ຊຳ​ບີ, ຊິ​ມບັບ​ເວ, ມາລາ​ວີ, ອາ​ຟຣິກາ​ໃຕ້, ອັງ​ໂກລາ, ​ໂມ​ຊຳ​ບິ​ກ, ມາ​ມິ​ບີ ​ແລະ ບອດ​ສະ​ວາ​ນາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...