spot_img
Homeຂ່າວພາຍ​ໃນລາວວາງຍຸດທະສາດປູກໄມ້ໃຫ້ໄດ້ 5 ແສນເຮັກຕາ ພາຍໃນປີ 2020

ລາວວາງຍຸດທະສາດປູກໄມ້ໃຫ້ໄດ້ 5 ແສນເຮັກຕາ ພາຍໃນປີ 2020

Published on

pr317_1

ໃນ​ຍຸດ​ທະ​ສາດ​ປ່າໄມ້​ຮອດ​ປີ 2020 ແມ່ນ​ປູກ​ໄມ້​ໃຫ້​ໄດ້ 500.000 ເຮັກຕາ, ຟື້ນ​ຟູ​ປ່າ​ໃຫ້​ໄດ້ 600.000 ເຮັກຕາ, ຍົກ​ລະດັບ​ຄວາມ​ປົກ​ຫຸ້ມ​ໃຫ້​ໄດ້ 60% ໃນ​ປີ 2015 ແລະ 70% ໃນ​ປີ 2020 ທັງ​ນີ້ ກໍ່​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ພັດທະນາ​ປ່າໄມ້ ແລະ ນຳ​ໃຊ້​ໄມ້​ປູກ​ຢ່າງ​ກວ້າງຂວາງ, ເຮັດ​ໃຫ້​ວຽກ​ງານ​ການ​ປູກ ແລະ ການ​ຟື້ນ​ຟູ​ປ່າ ກາຍເປັນ​ພັນທະ, ໜ້າທີ່ ແລະ ຄວາມ​ຮັບຜິດຊອບ​ຢ່າງ​ເປັນ​ຂະ​ບວນ​ການ ໃນ​ທົ່ວ​ສັງຄົມ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ແລະ ສືບຕໍ່​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ແຜນການ ປະຈຳ​ສົກ​ປີ 2013-2014 ກ່ຽວ​ກັບ​ການ​ປູກ​ໄມ້ ແລະ ການ​ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ ພ້ອມ​ທັງ​ເປັນ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ດ້ວຍ​ການ​ຊຸກຍູ້​ປຸກລະດົມ​ໃຫ້​ທົ່ວ​ປວງ​ຊົນ ສຸມ​ທຸກ​ກຳລັງ​ແຮງ ແລະ ທຶນຮອນ​ທີ່​ມີ ເຂົ້າ​ໃນ​ການ​ການຈັດຕັ້ງ​ປະຕິບັດ ໃຫ້​ບັນລຸ​ຜົນ​ຕາມ​ຕົວ​ເລກ​ຄາດໝາຍ​ຂອງ​ແຜນການ ແລະ ຍຸດ​ທະ​ສາດ​ຂອງ​ກະຊວງ​ກະສິກຳ ແລະ ປ່າໄມ້ ທີ່​ໄດ້​ກຳນົດ​ໄວ້.

ເພື່ອ​ປະຕິບັດ​ຕາມ​ຍຸດ​ທະ​ສາດ​ດັ່ງກ່າວ ໃຫ້​ບັນລຸ​ຜົນສຳເລັດ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ອອກ​ແຈ້ງ​ການ​ເຖິງ​ຫົວໜ້າ​ພະ​ແນກ​ກະສິກຳ ແລະ ປ່າໄມ້ ປະຈຳ​ແຂວງ ແລະ ນະຄອນຫຼວງ ໃນ​ຂອບ​ເຂດ​ທົ່ວ​ປະເທດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ແຜນການ​ປູກ​ໄມ້ ແລະ ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ ປະຈຳ​ສົກ​ປີ 2013-2014 ໂດຍ​ສະເພາະ​ແມ່ນ​ໃຫ້​ຊີ້​ນຳ-ນຳພາ​ຂະແໜງ​ປ່າໄມ້, ໜ່ວຍ​ງານ​ສົ່ງເສີມ​ປູກ​ໄມ້ ແລະ ການ​ລົງທຶນ​ປ່າໄມ້, ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ ໂດຍ​ປະສານ​ສົມທົບ​ກັບ​ໜ່ວຍ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ຄະນະ​ຮັບຜິດຊອບ​ການຈັດຕັ້ງ​ເຮັດ​ທົດ​ລອງ 3 ສ້າງ ເພື່ອ​ເຮັດ​ໜ້າທີ່​ໂຄສະນາ​ເຜີຍແຜ່​ແຈ້ງ​ການ​ສະບັບ​ນີ້ ແລະ ນິຕິ​ກຳ​ອື່ນໆ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ປ່າໄມ້ ທີ່​ໄດ້​ດຳເນີນ​ການຈັດຕັ້ງ​ປະຕິບັດ​ຢູ່​ຂັ້ນ​ບ້ານ ແລະ ກຸ່ມ​ບ້ານ ເປັນຕົ້ນ​ແມ່ນ​ວຽກ​ງານ​ປູກ​ໄມ້, ການ​ເກັບ​ແກ່ນ, ຜະລິດ​ເບ້ຍ​ໄມ້, ຂຶ້ນ​ທະບຽນ​ສ່ວນ​ປູກ​ໄມ້, ການ​ຄຸ້ມ​ຄອງ​ແຫຼ່ງ​ແກ່ນ​ພັນ​ໄມ້ ແລະ ການ​ປ້ອງ​ກັນ​ໄຟ​ໄໝ້​ລາມ​ປ່າ ປະຈຳ​ສົກ​ປີ 2013-2014 ໃຫ້​ໄດ້​ຕາມ​ແຜນທີ່​ລັດຖະບານ​ມອບ​ໝາຍ ເພື່ອ​ລາຍ​ງານ​ໃຫ້​ກົມ​ປ່າໄມ້ ໄດ້​ຮັບ​ຮູ້​ເປັນ​ແຕ່​ລະ​ໄລຍະ; ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ໂດຍ​ຕິດ​ພັນ​ກັບ​ນະໂຍບາຍ​ການ​ມອບ​ດິນ-ມອບ​ປ່າ ຫຼື ການ​ວາງ​ແຜນ​ໃຊ້​ທີ່​ດິນ​ກະສິກຳ ແລະ ປ່າໄມ້​ແບບ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ລວມ​ທັງ​ການ​ຈັດ​ສັນ​ປ່າໄມ້​ບ້ານ ຊຶ່ງ​ສາມາດ​ກຳນົດ​ໄດ້​ເຂດ​ປູກ​ໄມ້, ເຂດ​ຟື້ນ​ຟູ​ປ່າ ເພື່ອ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ, ເຂດ​ປູກ​ໄມ້​ເພື່ອ​ຮັກສາ​ແຫຼ່ງ​ນ້ຳ, ເຂດ​ປ້ອງ​ກັນ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ດິນ​ຈະ​ຖະ​ຫຼົ່ມ ແລະ ການ​ເຊາະ​ເຈື່ອນ ເພື່ອ​ຫຼຸດຜ່ອນ​ຜົນ​ກະທົບ​ທີ່​ອາດ​ຈະ​ເກີດ​ໃນຕໍ່ໜ້າ; ໃຫ້​ຂະແໜງ​ປ່າໄມ້​ປະຈຳ​ແຂວງ, ນະຄອນຫຼວງ​ນຳພາ​ໜ່ວຍ​ງານ​ສົ່ງເສີມ​ປູກ​ໄມ້, ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ ລົງ​ຕິດຕາມ​ເກັບ​ກຳ​ຄືນ​ແຫຼ່ງ​ແກ່ນ​ພັນ​ທີ່​ມີ​ແລ້ວ ແລະ ແຫຼ່ງ​ແກ່ນ​ພັນ​ທີ່​ພົບ​ໃໝ່​ພາຍ​ໃນ​ທ້ອງຖິ່ນ​ຂອງ​ຕົນ ແລະ ກຳນົດ​ແຜນ​ຄຸ້ມ​ຄອງ​ນຳ​ໃຊ້; ໃຫ້​ກະກຽມ​ສັງ​ລວມ​ຕົວ​ເລກ​ແຜນການ​ທີ່​ຈະ​ປູກ​ໄມ້ ໃນ​ວັນ​ທີ 1 ມິຖຸນາ 2014 ນີ້. ສຳລັບ​ຊະນິດ​ພັນ​ໄມ້​ທີ່​ຈະ​ນຳ​ມາ​ປູກ ແມ່ນ​ມອບ​ໃຫ້​ຂະແໜງ​ປ່າໄມ້​ເປັນ​ເຈົ້າ​ການ ປະສານ​ກັບ​ພາກສ່ວນ​ກ່ຽວຂ້ອງ, ຄັດ​ເອົາ​ເບ້ຍ​ໄມ້​ທີ່​ແຂງແຮງ​ທົນ​ທານ ແລະ ເໝາະ​ສົມ​ກັບ​ສະພາບ​ດິນ​ຟ້າ​ອາກາດ, ບ່ອນ​ໄດ້​ມີ​ເງື່ອນໄຂ​ແມ່ນ​ໃຫ້​ເລີ່ມ​ລົງມື​ປູກ​ເລີຍ. ພາຍຫຼັງ​ສຳເລັດ​ການ​ປູກ​ແລ້ວ ຕ້ອງ​ໄດ້​ມີ​ການ​ຕິດຕາມ, ກວດກາ ແລະ ປະ​ເມີນ​ຜົນ ພ້ອມ​ທັງ​ແນະນຳ​ເຕັກນິກ ການ​ບົວລະບັດ​ຮັກສາ​ຕົ້ນໄມ້​ໃຫ້​ເຕີບ​ໃຫຍ່ ພ້ອມ​ທັງ​ປູກ​ສ້ອມແຊມ​ຄືນ​ຕົ້ນໄມ້​ທີ່​ຕາຍ.

ພ້ອມ​ກັນ​ນີ້, ໃຫ້​ຂະແໜງ​ປ່າໄມ້​ປະຈຳ​ແຂວງ, ນະຄອນຫຼວງ ມອບ​ຄວາມ​ຮັບຜິດຊອບ​ຂາດ​ຕົວ ໃຫ້​ໜ່ວຍ​ງານ​ສົ່ງເສີມ​ປູກ​ໄມ້ ແລະ ການ​ລົງທຶນ​ດ້ານ​ປ່າໄມ້ ລົງ​ສົມທົບ​ກັບ​ຫ້ອງການ​ກະສິກຳ​ປ່າໄມ້​ເມືອງ ໃຫ້​ຄຳ​ແນະນຳ​ດ້ານ​ວິຊາ​ການ ກ່ຽວ​ກັບ​ວຽກ​ງານ​ປູກ​ໄມ້, ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ແຂງແຮງ​ຫຼາຍ​ກວ່າ​ເກົ່າ, ພ້ອມ​ນີ້ ກໍ່​ຕ້ອງ​ໄດ້​ກວດກາ, ເກັບ​ກຳ ແລະ ສັງ​ລວມ​ຄືນ ບັນດາ​ຂໍ້​ມູນ​ຕົວ​ເລກ​ການ​ປູກ​ໄມ້​ທີ່​ເປັນ​ສ່ວນ​ຂອງ​ລັດ, ກົມ​ກອງ​ລວມ​ໝູ່, ນັກ​ລົງທຶນ​ພາຍ​ໃນ ແລະ ຕ່າງປະເທດ, ບຸກຄົນ, ຄອບຄົວ ແລະ ພາກສ່ວນ​ຕ່າງໆ ໃນ​ໄລຍະ​ຜ່ານ​ມາ​ເຖິງ​ປັດຈຸບັນ ເພື່ອ​ຂຶ້ນ​ທະບຽນ​ສວນ​ປູກ​ໄມ້​ນຳ​ຂະແໜງ​ປ່າໄມ້​ປະຈຳ​ແຂວງ, ນະຄອນຫຼວງ ທີ່​ເຫັນ​ວ່າ​ໄດ້​ຕາມ​ມາດຕະຖານ ແລ້ວ​ລາຍ​ງານ​ໃຫ້​ກົມ​ປ່າໄມ້​ຮັບ​ຊາບ.

 

ທີ່ມາ  http://www.vientianemai.net/teen/khao/1/11506

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...