spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊາຍໄທຄາດຕະກຳຍິງລາວ ແລ້ວຫລົບໜີ ສຸດທ້າຍໄປບໍ່ລອດ ຖືກຈັບຄາດ່ານຢູ່ຈຳປາສັກ!

ຊາຍໄທຄາດຕະກຳຍິງລາວ ແລ້ວຫລົບໜີ ສຸດທ້າຍໄປບໍ່ລອດ ຖືກຈັບຄາດ່ານຢູ່ຈຳປາສັກ!

Published on

ເຈົ້າໜ້າທີ ປກສ ເມືອງສຸຂຸມາ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນວັນທີ 30 ມັງກອນ 2016 ນີ້ ໄດ້ຮັບເກີດເຫດຄາດຕະກຳຂື້ນ ທີ່ບ້ານຫຽງ ເມືອງສຸຂຸມາ ແຂວງຈຳປາສັກ ຜູ້ເສຍຊີວິດຊື່ ນາງ ບົວຄຳ ອາຍຸ 51 ປີ, ຢູ່ບ້ານ ແລະ ເມືອງດັ່ງກ່າວ, ສ່ວນຜູ້ກໍ່ເຫດຄາດຕະກຳຄື: ທ້າວ ທອງຄຳ ອາຍຸ 75 ປີ ສັນຊາດໄທ ຢູ່ບ້ານທ່າມ່ວງ ເມືອງເດດອຸດົມ ຈັງຫວັດອຸບົນລາຊະທານີ ຊຶ່ງເປັນຄູ່ຮັກກັນ.

ຜ່ານການສອບສວນ ຄາດຕະກອນຮັບສາລະພາບວ່າ: ຕົນໄດ້ລົງມືຄາດຕະກຳ ນາງ ບົວຄຳ ແທ້ ຍ້ອນຄວາມໂມໂຫ ຕໍ່ການໄລ່ຕົນເອງໜີອອກຈາກເຮືອນ, ພ້ອມທັງບອກວ່າຂ້ອຍມີແຟນໃໝ່ແລ້ວ ຕໍ່ໄປຫ້າມບໍ່ໃຫ້ມາຫາອີກ ຕົນຈຶ່ງເກີດຄວາມຄຽດ ພໍຮອດທ່ຽງຄືນຂອງມື້ດຽວກັນ ຕົນຈຶ່ງໄດ້ລົງມືຄາດຕະກຳ ໃນເວລາທີ່ຜູ້ຕາຍນອນຫຼັບຢູ່ ໂດຍການໃຊ້ມີດປາດຄໍ 1 ບາດ, ຈາກນັ້ນຕົນເອງກໍໄດ້ຫຼົບໜີ ກ່ອນຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ ໄດ້ ທີ່ດ່ານຜ່ານແດນຊ່ອງຕາອູ່.

ເຈົ້າໜ້າທີ ປກສ ເມືອງດັ່ງກ່າວໃຫ້ຮູ້ອີກວ່າ: ທ້າວ ທອງຄຳ ໄດ້ເຂົ້າມາລາວແຕ່ປີ 2013 ໂດຍໃຊ້ບັດປະຊາຊົນ ເປັນເອກະສານຢັ້ງຢືນ ຂໍອະນຸຍາດເຈົ້າໜ້າທີ່ທັງສອງປະເທດທີ່ປະຈຳຢູ່ດ່ານທ້ອງຖິ່ນ ຊ່ອງຕາອູ ແລະ ໄດ້ມາມັກຮັກກັບ ນາງບົວຄຳ ແລະ ຢູ່ນຳກັນແບບຜົວເມຍໄດ້ໄລຍະໜຶ່ງ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...