Homeຂ່າວຕ່າງປະເທດ​ໂຕ​​ໂຢຕ້າ ​ເລີ່​ມຕົ້ນ​ຜະລິດ​ໃນ​ປະ​ເທດ​​ແລ້ວ

​ໂຕ​​ໂຢຕ້າ ​ເລີ່​ມຕົ້ນ​ຜະລິດ​ໃນ​ປະ​ເທດ​​ແລ້ວ

Published on

​ໂຕ​​ໂຢຕ້າ ມໍ​ເຕີ ​ເດີນ​ເຄື່ອງ​ການ​ຜະລິດ​ລົດ​ອີກ​ຄັ້ງ​ທີ່​ໂຮງງານ​ປະກອບຊິ້ນ​ສ່ວນ​ໃນ​ຍີ່ປຸ່ນ ຫຼັງ​ຂາດ​ຊິ້ນ​ສ່ວນ​ໃນ​ການ​ຜະລິດ.

ກ່ອນ​ໜ້າ​ນີ້ ​ໂຕ​​ໂຢຕ້າ ປະກາດ​ລະ​ງັບ​ການ​ຜະລິດ​ໃນ​ໂຮງງານ​ຂອງ​ບໍລິສັດ​ທັງ​ໝົດ 16 ​ແຫ່ງ​ຕັ້ງ​ແຕ່​ວັນ​ທີ 8-13 ກຸມພາ ​ເນື່ອງ​ຈາກ​ເຫດ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ທີ່​ໂຮງງານ​ເຫຼັກ​ທາງ​ຕອນ​ກາງຂອງ​ປະ​ເທດນັ້ນ ສົ່ງ​ຜົນ​ໃຫ້​ໂຕ​​ໂຢຕ້າ​ຂາດ​ແຄນ​ເຫຼັກ​ຊະນິດ​ພິ​ເສດ​ໃນ​ການ​ຜະລິດ ​ໂດຍ​ເຫດ​ລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 8 ມັງກອນ ທີ່​ໂຮງງານ​ຜະລິດ​ເຫຼັກ​ຊຶ່ງ​ບໍລິຫານ​ຈັດການ​ໂດຍ​ບໍລິສັດ​​​ເຄືອ​ຂ່າຍ​ໂຕ​​ໂຢຕ້າກໍ​ຄື ອາ​ອິຊິ ສະຕີ​ລ.

ການ​ລະງັບ​ການ​ຜະລິດ​ດັ່ງກ່າວ​ເຊື່ອ​ວ່າ​ສົ່ງ​ຜົນ​ກະທົບ​ຕໍ່​ລົດ​ປະມານ 70.000-80.000 ຄັນ ​ເມື່ອ​ຄິດ​ໄລ​ຕາມ​ກຳລັງ​ການ​ຜະລິດ​ຂອງ​ໂຕ​​ໂຢຕ້າ​ທີ່ 13.000 ຄັນ​ຕໍ່​ວັນ ​ໂດຍ​ເດືອນ​ກຸມພາ​ແລະ​ມີນາ​ເປັນ​ໄລຍະ​ທີ່​ມີ​ການຜະລິດ​ຄຶກຄັກ​ຫຼາຍທີ່​ສຸດ​ສຳລັບ​ຜູ້​ຜະລິດ​ລົດ ​ເນື່ອງ​ຈາກ​ຄຳ​ສັ່ງ​ຜະລິດລົດ​ໃໝ່​ມີ​ທ່າ​ອຽງ​ປັບ​ຕົວ​ຂຶ້ນ​ກ່ອນ​ເລີ່​ມປີ​ການ​ເງິນ​ໃໝ່​ໃນ​ເດືອນ​ເມສາ.

ທັງ​ນີ້ ນັບ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໂຕ​​ໂຢຕ້າ​ລະງັບ​ການ​ຜະລິດ​ທັງ​ໝົດ​ໃນ​ປະ​ເທດ ນັບ​ຕັ້ງ​ແຕ່​ທີ່​ເກີດ​ເຫດ​ແຜ່ນດິນ​ໄຫວ​ແລະ​ສຶນາ​ມິ​ເມື່ອ​ປີ 2014 ທາງ​ຕ​າ​ເວັນ​ອອກສຽງ​ເໜືອ​ຂອງ​ຍີ່ປຸ່ນ​ຈົນ​ສົ່ງ​ຜົນ​ກະທົບ​ຕໍ່​ບ້ວງໂຊ້​ອຸປະ​ທານ.

ດ້ານ​ອາ​ອິຊິ ສະຕີ​ລ ​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້​ວ່າ ​ໂຮງງານ​ຜະລິດ​ເຫຼັກ​ຂອງ​ທາງ​ບໍລິສັດ ຊຶ່ງ​ຕັ້ງ​ຢູ່​​ເມືອງ​ໂຕ​ຄາ​ອິ ​ແຂວງ​ອາ​ອິຊິ ຈະ​ເລີ່​ມກັບ​ມາ​ທຳ​ການ​ຜະລິດ​ໃນ​ວັນ​ທີ 29 ມີນາ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...