Homeຂ່າວການພັດທະນາຜູ້ໃຈບຸນ ຍັງສືບຕໍ່ປະກອບສ່ວນ ບູລະນະພະທາດຫຼວງ

ຜູ້ໃຈບຸນ ຍັງສືບຕໍ່ປະກອບສ່ວນ ບູລະນະພະທາດຫຼວງ

Published on

ໃນ​ທ້າຍ​ອາທິດ​ຜ່ານ​ມາ​ ໄດ້ມີ​ພິທີການ​ມອບ-ຮັບປັດ​ໄຈ​ທານ ຈາກ​ຄອບຄົວ​ຂອງ​ທ່ານ​ນາງ ຈັນທະ​ລາ ສຸ​ລິ​ສາ ເປັນ​ເງິນສົດ 500.000 ກີບ ທ່ານ​ນາງ ຄຳສຸກ ຈູມ​ມະນີ ຄຳ 1 ສະຫຼຶງ ແລະ ຄອບຄົວ​ທ່ານ​ນາງ ບຸນ​ນອງ ປະຖຳ​ມະ​ວົງ ຄຳ 1 ສະຫຼຶງ ຕາງໜ້າຮັບ​ໂດຍ​ທ່ານ ໂຄຈອນ ແກ້ວ​ມະນີ​ວົງ ຮອງ​ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຍາດ​ໂຍມ​ເຂົ້າ​ຮ່ວມ.

ທ່ານ ໂຄຈອນ ແກ້ວ​ມະນີ​ວົງ ກ່າວ​ວ່າ: ຜູ້​ທີ່​ເຫຼື້ອມ​ໃສ​ໃນ​ພຸດທະ​ສາສະໜາ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ​ຍັງ​ຫຼັ່ງໄຫຼ​ເຂົ້າ​ມາ​ປະກອບ​ສ່ວນ​ປັບປຸງ​ພະ​ທາດຫຼວງ​ທີ່ຊຸດໂຊມ ແລະ ບູລະນະ​ຄືນໃໝ່ ດ້ວຍ​ການ​ໂອບ​ຄຳ​ໃສ່​ຍອດ​ພະທາດຫຼວງ ເນື່ອງ​ໃນ​ໂອກາດ​ຄົບຮອບ 450 ປີ ນັບ​ແຕ່​ພະ​ເຈົ້າ​ໄຊເຊດ​ຖາ ນຳພາ​ປະຊາຊົນ​ບູ​ລະນະ ປັດຈຸບັນ ມີ​ຄຳ​ແລ້ວ​ທັງ​ໝົດ 10 ກິ​ໂລກ​ຣາມ 15 ບາດ 3 ສະຫຼຶງ ກັບ 9 ຫຸນ ສຳລັບ​ຜູ້​ໃຈ​ບຸນ​ທີ່ຕ້ອງການ​ປະກອບສ່ວນ ​ກໍ່​ສາມາດ​ເຂົ້າ​ມາ​ພົວພັນ​ໃນ​ພະ​ແນກຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ​ໄດ້​ໃນ​ໂມງ​ລັດ​ຖະ​ການ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...