Homeຂ່າວຕ່າງປະເທດເກີດເຫດດັກຊຸ້ມຍິງລົດຢູ່ແມັກຊິກ ເສຍຊີວິດຢ່າງໜ້ອຍ 13 ຄົນ ຄາດຝີມືພໍ່ຄ້າຢາເສບຕິດ!

ເກີດເຫດດັກຊຸ້ມຍິງລົດຢູ່ແມັກຊິກ ເສຍຊີວິດຢ່າງໜ້ອຍ 13 ຄົນ ຄາດຝີມືພໍ່ຄ້າຢາເສບຕິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກຸມພາຜ່ານມານີ້ວ່າ ເກີດເຫດກຸ່ມມືປືນ ດັກຊຸ້ມຍິງໂຈມຕີລົດກະບະຄັນໜຶ່ງ ດ້ວຍປືນອາກ້າ ໃນເຂດເທດສະບານເມືອງຊານ ອິກນາຊິໂອ ທາງພາກຕາເວັນຕົກສຽງເໜືອ ຂອງປະເທດແມັກຊິກ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ໃນນັ້ນເປັນແມ່ຍິງ 4 ຄົນ.

ທັງນີ້ ເຈົ້າໜ້າທີ່ຕຳຫລວດແມັກຊິກລະບຸວ່າ ພື້ນທີ່ດັ່ງກ່າວແມ່ນເປັນເຂດອິດທິພົນ ຂອງກຸ່ມພໍ່ຄ້າຢາເສບຕິດ ຊຶ່ງຕາມສະຖິຕິແລ້ວ ໃນໄລຍະ 10 ປີຜ່ານມາ ມີຜູ້ເສຍຊີວິດ ແລະ ສູນຫາຍຫລາຍກວ່າ 100,000 ຄົນ ພາຍໃນປະເທດນີ້ ເນື່ອງຈາກຄວາມຮຸນແຮງ ຂອງຂະບວນການຄ້າຂາຍຢາເສບຕິດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...