spot_img
Homeຂ່າວພາຍ​ໃນລະນຶກວັນສາກົນໂຄສະນາຕ້ານລະເບີດບໍ່ທັນແຕກ

ລະນຶກວັນສາກົນໂຄສະນາຕ້ານລະເບີດບໍ່ທັນແຕກ

Published on

1-8

ພິທີຖະແຫຼງຂ່າວ ເພື່ອລະນຶກເຖິງວັນທີ 4 ເມສາ ວັນ ສາກົນໂຄສະນາຕ້ານລະເບີດ ບໍ່ທັນແຕກ ໄດ້ຈັດຂຶ້ນໃນວັນທີ 3 ເມສານີ້ ຢູ່ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໂດຍການຖະ ແຫຼງຂອງທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳ ຫ້ອງວ່າການລັດຖະບານ ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກຂັ້ນສູນກາງ ປະທານ ຄຊກລ ແລະ ທ່ານ ມິນຟາມ ຜູ້ຕາງໜ້າອົງການສະຫະປະ ຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ.
ທ່ານ ບຸນເຮືອງ ດວງພະຈັນ ກ່າວວ່າ: ວັນທີ 4 ເມສາຖື ເປັນວັນສາກົນເພື່ອຕ້ານລະເບີດບໍ່ທັນແຕກ ແລະ ຊ່ວຍ ເຫຼືອຜູ້ຖືກ ເຄາະຮ້າຍຈາກລະ ເບີດບໍ່ທັນແຕກໃນທົ່ວໂລກ, ອົງການ ສປຊ ໄດ້ປະກາດໃຫ້ ທົ່ວໂລກຮັບຮູ້ຢ່າງເປັນທາງ ການຢູ່ກອງປະຊຸມໃຫຍ່ ສປຊ ໃນວັນທີ 8 ທັນວາ 2005 ຊຶ່ງ ການຈັດພິທີລະນຶກເຖິງວັນດັ່ງ ກ່າວ ສປປ ລາວ ໄດ້ຮ່ວມກັບວົງ ຄະນາຍາດສາກົນຈັດຕັ້ງຂຶ້ນ ເປັນຄັ້ງທີ 9, ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະ ທົບ ຈາກລະເບີດບໍ່ທັນແຕກ ຢ່າງໜັກໜ່ວງ ລະເບີດບໍ່ທັນ ແຕກເປັນ ປັດໄຈຕົ້ນຕໍອັນໜຶ່ງທີ່ກົດໜ່ວງການທຳມາຫາກິນ ແລະ ການສ້າງສາພັດທະນາ ຕ່າງໆ ອັນເຮັດໃຫ້ປະຊາຊົນ ທຸກຍາກ ສະແດງອອກຄື: ໃນຈຳນວນ 46 ເມືອງທີ່ທຸກຍາກທີ່ສຸດມີເຖິງ 41 ເມືອງທີ່ມີລະເບີດບໍ່ທັນແຕກຕົກຄ້າງຢູ່ ຊຶ່ງ ເຮັດໃຫ້ປະຊາຊົນຜູ້ບໍລິສຸດ ສ່ວນໃຫຍ່ທຳ ມາຫາກິນຢູ່ຕາມທົ່ງໄຮ່ທົ່ງນາ ແລະ ເກັບເຄື່ອງ ປ່າຂອງດົງຖືກເຄາະຮ້າຍເສຍ ຊີວິດ ແລະ ບາດເຈັບເປັນຈຳນວນ ຫຼວງຫຼາຍສະເລ່ຍປີ 2008 ຄືນ ຫຼັງປະມານ 300 ຄົນຕໍ່ປີ.
ທ່ານ ບຸນເຮືອງ ດວງພະຈັນ ຍັງກ່າວອີກວ່າ: ໜ່ວຍງານໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກໄດ້ ລົງຢ້ຽມຢາມ ເພື່ອໂຄສະນາ ໃຫ້ປະຊາຊົນລາວບັນດາເຜົ່າຮູ້ ເຖິງຜົນຮ້າຍຂອງລະເບີດບໍ່ທັນ ແຕກຢູ່ບ້ານຕ່າງໆ ຈຳນວນ 17 ພັນເທື່ອ/ບ້ານ, ມີຈຳນວນຜູ້ ເຂົ້າຮ່ວມຮັບຟັງປະມານ 3 ລ້ານຄົນ ໃນນັ້ນມີເດັກນ້ອຍ ປະມານ 1,6 ລ້ານຄົ, ຈາກຜົນ ງານໃນການເກັບກູ້ ແລະ ສຸມ ໃສ່ເຮັດການສຶກສາຫຼຸຸດຜ່ອນ ຄວາມສ່ຽງໄພດັ່ງກ່າວໄດ້ເຮັດ ໃຫ້ຈຳນວນຜູ້ຖືກເຄາະຮ້າຍໄດ້ ຫຼຸຸດລົງຈາກ 118 ຄົນ ໃນປີ 2010 ເຫຼືອ 99 ຄົນໃນປີ 2011, 56 ຄົນ ປີ 2012 ແລະ 41 ຄົນ ໃນປີ 2013.

 

ທີ່ມາ  http://www.pasaxon.org.la/Index/4-4-14/Content6.html

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...