spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ແຜ່ນດິນໄຫວໄຕ້ຫວັນ ທະລຸເກືອບຮ້ອຍຄົນ ຂະນະທີ່ຍັງສູນຫາຍອີກ 30!

ຍອດຜູ້ເສຍຊີວິດ ແຜ່ນດິນໄຫວໄຕ້ຫວັນ ທະລຸເກືອບຮ້ອຍຄົນ ຂະນະທີ່ຍັງສູນຫາຍອີກ 30!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກຸມພານນີ້ວ່າ ຄວາມຄືບໜ້າຂອງການຄົ້ນຫາຮ່າງຜູ້ເສຍຊີວິດ ຈາກເຫດແຜ່ນດິນໄຫວ ຢູ່ເກາະໄຕ້ຫວັນ ເມື່ອວັນເສົາທີ 6 ກຸມພາຜ່ານມາ ຫລ້າສຸດເພີ່ມຂຶ້ນເປັນ 94 ຄົນແລ້ວ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພ ຍັງມີຄວາມພະຍາຍາມ ທີ່ຈະຄົ້ນຫາຮ່າງຜູ້ປະສົບໄພຢ່າງຕໍ່ເນື່ອງ ໂດຍຍັງຄົງມີຍອດຜູ້ສູນຫາຍຢູ່ອີກ ປະມານ 30 ຄົນ ຊຶ່ງຄາດວ່າຈະພົບຜູ້ລອດຊີວິດນັ້ນ ແມ່ນເປັນໄປໄດ້ຍາກ.

ແຫລ່ງຂ່າວຍັງລາຍງານອີກວ່າ ໃນມື້ວານນີ້ (11 ກຸມພາ) ເຈົ້າໜ້າທີ່ຕຳຫລວດໄຕ້ຫວັນ ໄດ້ເຂົ້າຄວບຄຸມຕົວ ຜູ້ບໍລິຫານບໍລິສັດຮັບເໝົາກໍ່ສ້າງ ທີ່ຮັບເໝົາກໍ່ສ້າງຕຶກ ເຫວີຍກ່ວນຈຶນຫລົງ ຫລື ໂກລເດັ້ນ ດຣາກ້ອນ ຊຶ່ງເປັນຕຶກທີ່ໄດ້ຮັບຄວາມເສຍຫາຍຫລາຍທີ່ສຸດ ໃນເຫດການແຜ່ນດິນໄຫວຄັ້ງນີ້ແລ້ວ ພ້ອມຕັ້ງຂໍ້ຫາປະໝາດເລິ່ນເລີ້ ໃນການວາງໂຄງສ້າງຂອງຕຶກ ບໍ່ຖືກຕ້ອງຕາມແບບມາດຖານ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...