Homeຂ່າວເຫດການບັນດາທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງຕໍ່ປະທານປະເທດ

ບັນດາທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງຕໍ່ປະທານປະເທດ

Published on

ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ​ແຫ່ງ ​ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາຕັ້ງ ​ຂອງ​ບັນດາ​ເອກ​ອັກ​ຄະ​ລັດ​ຖະທູດ​ປະເທດ​ເພື່ອນ​ມິດ ໃນ​ວັນ​ທີ 11 ກຸມພາ 2016 ຢູ່​ທຳ​ນຽບ​ປະທານປະເທດ ເນື່ອງ​ໃນ​ໂອກາດ​ທີ່​ໄດ້ຮັບ​ການ​ແຕ່ງຕັ້ງ ​ໃຫ້​ມາ​ດຳລົງຕຳແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ຄົນໃໝ່ ປະຈຳ​ລາວ ເຊິ່ງ​ມີ​ລາຍ​ລະອຽດຄື: ເວລາ 9:00 ໂມງ ໄດ້ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ Takeshi Hikihara ເອກ​ອັກ​ຄະ​ຣາ​ຊະ​ທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມແຫ່ງ​ປະເທດຍີ່ປຸ່ນ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຢູ່​ນະຄອນຫຼວງ​ວຽງ​ຈັນ ລາວ-ຍີ່ປຸ່ນ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ ວັນ​ທີ 5 ມີນາ 1955.

ເວລາ 9:30 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Noppadon Theppitak ເອກ​ອັກ​ຄະ​ຣາ​ຊະ​ທູດ​ວິສາມັນ ຜູ້ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ໄທ ເຊິ່ງ​ມີ​ສຳນັກງານ​ສະຖານທູດຢູ່ນະຄອນຫຼວງ​ວຽງ​ຈັນ ລາວ-ໄທ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດນຳ​ກັນ ວັນ​ທີ 19 ທັນວາ 1950.

ເວລາ 10:30 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Stanislav Opiela ເອກອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ສະ​ໂລ​ວັກ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຢູ່ບາງກອກ ປະເທດ​ໄທ ລາວ-ສະໂລ​ວັກ ໄດ້​ສ້າງຕັ້ງ​ສາຍ​ພົວພັນການ​ທູດ​ນຳ​ກັນ ວັນ​ທີ 5 ກັນຍາ 1962.

ເວລາ 11:00 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Filimone Kau ເອກ​ອັກ​ຄະລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດເຕັມ​ແຫ່ງ​ປະເທດ​ຟິ​ຈິ ເຊິ່ງ​ມີ​ສຳນັກ​ງານ​ສະຖານທູດ​ຢູ່ເຊ​ອູນ ສ ເກົາຫຼີ ລາວ-ຟິ​ຈິ ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ ວັນທີ 27 ສິງຫາ 2010.

ເວລາ 14:30 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Patrick Simiyu ເອກ​ອັກຄະ​ລັດ​ຖະ​ທູດ​ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ເຄນ​ຢາ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຢູ່ບາງກອກ ລາວ-ເຄນ​ຢາ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ ວັນ​ທີ 11 ທັນວາ 2008.

ເວລາ 15:00 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Felix Denegri Boza ເອກອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີອຳນາດ​ເຕັມ​ແຫ່ງ​ປະເທດ​ເປ​ຣູ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຢູ່ບາງກອກ ລາວ-ເປ​ຣູ ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ນຳ​ກັນ​ວັນ​ທີ 27 ເມສາ 1989.

ເວລາ 15:30 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Staffan Herrstrom ເອກອັກ​ຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ຊູ​ແອດ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຢູ່ບາງກອກ ລາວ-ຊູ​ແອດ ໄດ້​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ ວັນ​ທີ 10 ຕຸລາ 1964.

ເວລາ 16:00 ໂມງ ໄດ້​ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຂອງທ່ານ Benjamin King ເອກ​ອັກຄະ​ລັດ​ຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ນູ​ແວນ​ເຊລັງ ເຊິ່ງ​ມີ​ສຳນັກງານ​ສະຖານທູດ​ຢູ່​ບາງກອກ ລາວ-ນູ​ແວນເຊ​ລັງ ໄດ້​ສ້າງຕັ້ງ​ສາຍ​ພົວພັນການ​ທູດ​ນຳ​ກັນ ວັນ​ທີ 7 ກຸມພາ 1963.

ເວລາ 16:30 ໂມງ ໄດ້ຕ້ອນຮັບ​ການ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງຂອງ​ທ່ານ​ນາງ Kshenuka Dhireni ເອກ​ອັກ​ຄະ​ລັດ​ຖະ​ທູດວິສາມັນ ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະເທດ​ສີ​ລັງກາ ເຊິ່ງ​ມີ​ສຳນັກງານສະຖານທູດ​ຢູ່​ບາງກອກ ລາວ-ສີ​ລັງກາ ໄດ້​ສ້າງຕັ້ງ​ສາຍ​ພົວພັນການ​ທູດ​ນຳ​ກັນ ວັນ​ທີ 20 ກໍ​ລະກົດ 1965.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...