Homeຂ່າວການພັດທະນາລັດຖະບານຈະສ້າງອະນຸສາວະລີ ພະເຈົ້າໄຊເສດຖາທິຣາດ ທີ່ແຂວງອັດຕະປື!

ລັດຖະບານຈະສ້າງອະນຸສາວະລີ ພະເຈົ້າໄຊເສດຖາທິຣາດ ທີ່ແຂວງອັດຕະປື!

Published on

ພັກ-ລັດຖະບານ ກຽມກໍ່ສ້າງອະນຸສາວະລີ ພະເຈົ້າໄຊເສດຖາທິຣາດ ທີ່ແຂວງອັດຕະປື ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສຶກ ສາຮຽນຮູ້ເຖິງບັນດາຜົນງານ ຂອງບັນພະບູລຸດທີ່ສ້າງໄວ້ໃນອະດີດ ຈົນເປັນປະຫວັດສາດຂອງຊາດລາວເຮົາ.

ໃນວັນທີ 11 ກຸມພານີ້ ທີ່ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ແຂວງອັດຕະປື ຮ່ວມກັບສະຖາບັນວິທະຍາ ສາດແຫ່ງຊາດ ໄດ້ຈັດສຳມະນາທາງວິທະຍາສາດ ຜ່ານບົດຄົ້ນຄວ້າໂຄງການກໍ່ສ້າງອະນຸສາວະລີ ພະເຈົ້າໄຊເສດຖາທິຣາດ ທີ່ແຂວງອັດຕະປືຂຶ້ນ ໂດຍມີທ່ານ ດຣ. ນາມ ວິຍະເກດ  ເຈົ້າແຂວງອັດຕະປື, ທ່ານ ບຸນເຫຼືອ ອິນສີຊຽງໃໝ່ ຮອງຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ
ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ. ນາມ ວິຍະເກດ ໄດ້ກ່າວວ່າ: ເໝືອນດັ່ງບັນດາທ່ານທີ່ໄດ້ຊາບນຳກັນແລ້ວວ່າ ໃນສະໄໝສັກດີນາບູຮານ ອານາຈັກລາວລ້ານຊ້າງ ແມ່ນອານາຈັກໜຶ່ງທີ່ມີຄວາມເຂັ້ມແຂງ ແລະ ມີອານາເຂດທີ່ກວ້າງໃຫຍ່ໄພສານນັ້ນ ກໍຄື ສປປ ລາວ ໃນປະຈຸບັນ, ເພື່ອເປັນການອະນຸລັກປົກປັກຮັກສາມໍລະດົກ ທີ່ເປັນມູນເຊື້ອໄວ້ໃຫ້ໝັ້ນຄົງ ແລະ ຍາວນານ ບໍ່ໃຫ້ສູນຫາຍຈາກພວກເຮົາ ໄປໃຫ້ລູກຫຼານທີ່ເກີດມາຮຸ່ນຫຼັງ ໄດ້ສືບທອດ ແລະ ໄດ້ສຶກສາຮຽນ ຮູ້ທີ່ບັນພະບູລຸດຂອງຕົນ ໄດ້ສ້າງປະຫວັດສາດປະໄວ້ ຊຶ່ງເຕັມໄປດ້ວຍຄຸນຄ່າອັນປະເສີດ ທີ່ຫາໄດ້ຍາກໃນພິພົບ ແຫ່ງນີ້ ໃຫ້ຍືນຍົງຄົງຢູ່ໃນໃຈຂອງປະຊາຊົນລາວຕະຫຼອດໄປ.

4-1-1ດັ່ງນັ້ນ ພັກ-ລັດຖະບານ ເຫັນໄດ້ຄວາມສຳຄັນ ຈຶ່ງໄດ້ມີການຟື້ນຟູໂຄງການປັ້ນຫຼໍ່ ສົມເດັດພຣະເຈົ້າໄຊເສດຖາທິຣາດ ດ້ວຍທອງເຫຼືອງ ປະດິດສະຖານໄວ້ທີ່ແຂວງອັດຕະປືຢ່າງສົມກຽດ. ທ່ານ ດຣ. ນາມ ວິຍະເກດ ຍັງໄດ້ຮຽກຮ້ອງຜູ້ ເຂົ້າຮ່ວມສຳມະນາຄັ້ງນີ້ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລກປ່ຽນບົດຮຽນຢ່າງເລິກເຊິ່ງ ດ້ວຍຫຼັກຖານທາງດ້ານວິທະ ຍາສາດທີ່ເຊື່ອຖືໄດ້ ຕໍ່ກັບບັນຫາທີ່ຕັ້ງຂຶ້ນ ເພື່ອເຮັດໃຫ້ບັນຫາຕ່າງໆຈະແຈ້ງຂຶ້ນ ແລະ ເອກະພາບກັນ ເຮັດໃຫ້ການສຳມະນາ ດຳເນີນໄປຢ່າງມີປະສິດທິຜົນສູງ ແລະ ມີຜົນສຳເລັດ.

4-1-2ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...