Homeຂ່າວທ້ອງຖິ່ນເສັ້ນທາງຕານມີໄຊ-ໜອງບຶກ ເປ່ເພໜັກ! ວອນພາກສ່ວນກ່ຽວຂ້ອງ ຊ່ວຍແກ້ໄຂດ່ວນ!!

ເສັ້ນທາງຕານມີໄຊ-ໜອງບຶກ ເປ່ເພໜັກ! ວອນພາກສ່ວນກ່ຽວຂ້ອງ ຊ່ວຍແກ້ໄຂດ່ວນ!!

Published on

ຂປລ. ​​ຜູ້​ທີ່​ເຄີຍ​ສັນຈອນ​ໄປ​ມາ​ຕາມ​ເສັ້ນທາງ​ແຕ່ 4 ​ ແຍກ​ບ້ານ​ຕານ​ມີ​ໄຊ ຫາ 3 ​ແຍກ​ບ້ານ​ໜອງ​ບຶກ​ ຈະ​ຮູ້​ດີ​ວ່າ​ເສັ້ນທາງ​ດັ່ງກ່າວມີ​ການ​​ເປ່​ເພ​ຫລາຍ​ຈຸດ ​ແລະ ມີ​ຂີ້​ຝຸ່ນ​ໄງ່​ຕະຫລອດວັນ, ໜັກ​ທີ່​ສຸດ​ແມ່ນ​ໃນ​ໂມງ​ຮີບ​ດ່ວນ ເນື່ອງ​ຈາກ​ເສັ້ນ ທາງ​ດັ່ງກ່າວ ​ມີ​ຍານພາຫະນະ​ສັນຈອນ​ເປັນ​ຈຳນວນ​ຫລວງຫລາຍ ​ເຊິ່ງ​ໄດ້​ສ້າງ​ຄວາມ​ຍຸ້ງ​ຍາກ​ໃຫ້​ແກ່​ຜູ້​ສັນຈອນ​ໄປມາ ​ແລະ ປະຊາຊົນ​ທີ່​ອາ​ໄສ​ຢູ່​ຕາມ​ສອງ​ຝາກ​ທາງ. ຕໍ່​ກັບ​ບັນຫາ​ດັ່ງກ່າວ ຜູ້​ສັນຈອນ​ໄປມາ ​ແລະ ປະຊາຊົນທີ່​ອາ​ໄສ​ຢູ່​ຕາມ​ແຄມ​ທາງກໍ​ໄດ້​ຝາກ​ເຖິງ ​ພາກສ່ວນ​ກ່ຽວຂ້ອງຊ່ວຍແກ້​ໄຂ​​ຢ່າງ​ຮີບ​ດ່ວນ ຫລື ມີ​ມາດ​ຕະການ​ຫລຸດຜ່ອນ​ມົນ​ລະ​ພິດ ​ເພື່ອ​ຊ່ວຍ​ໃຫ້ ການສັນຈອນ​ມີ​ຄວາມ​ສະດວກ​ສະບາຍ ທັງ​ເຮັດ​ໃຫ້​ການດຳລົງ​ຊີວິດ​ຂອງ​ປະຊາຊົນ​ດີ​ຂຶ້ນ.

​ ປະຊາຊົນ​ທີ່​ອາ​ໄສ​ຢູ່​ສອງ​ຝາກ​ທາງ​ ໃຫ້​ຮູ້​ວ່າ: ​ເສັ້ນທາງ​ດັ່ງກ່າວ ​ເປ​່​ເພ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ, ເຄີຍ​ເຫັນ​ພະ ນັກງານ​ວິຊາ​ການ​ມາ​ສຳ​ຫລວດ​ຫລາຍ​ເທື່ອ ​ແລະ ​ເຄີຍ​ມີ​ການ​ສ້ອມ​ແປງ​ແກ້​ໄຂ ​ໂດຍ​ການ​ເກດ​ໜ້າ​ທາງ​ບໍລິ​ເວັນ​ທີ່​ເປັນ​ຂຸມ ຈຶ່ງ​ເຮັດ​ໃຫ້​ທາງ​ເສັ້ນນີ້​ມີຂີ້ຝຸ່ນ​ໄງ່​ຫລາຍ​ໃນ​ເວລາ​ແດດ​ອອກ ​ແຕ່​ເວລາ​ຝົນຕົກ​ຊ້ຳພັດ​ເປັນ​ຕົມ. ພ້ອມ​ນີ້​, ປະຊາຊົນ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ສາ​ເຫດ​ທີ່​ເຮັດ​ໃຫ້​ເສັ້ນທາງ​ດັ່ງກ່າວ​ເປ່​ເພ​ ອາດ​ເນື່ອງ​ມາ​ຈາກ​ມີ​ລົດ​ສັນຈອນ​ເປັນ​ຈຳນວນ​ຫລາຍ​ທັງ​ກາງ​ເວັນ ​ແລະ ຄືນ ​ໂດຍ​ສະ​ເພາະ​ແມ່ນ​ລົດ​ບັນທຸກ​ໜັກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...