spot_img
Homeຂ່າວພາຍ​ໃນຈະ​ເປີດ​ໃຊ້​ແລ້ວ ຂົວ​ປາກ​ແບງ-ເມືອງ​ເງິນ

ຈະ​ເປີດ​ໃຊ້​ແລ້ວ ຂົວ​ປາກ​ແບງ-ເມືອງ​ເງິນ

Published on

   ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງ​ປາກແບງຫາ ເມືອງ​ເງິນມາ​ປະ­ຈຸ​ບັນ​ໜ້າ​ວຽກ​ຕົວ​ຈິງຂອງ​ໂຄງ­ການ​ປະ­ຕິ­ບັດ​ໄດ້​ແລ້ວ 98,53%,ຂະ­ນະນີ້​ບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ​ພວມ​ສຸມ​ໃສ່​ໜ້າ​ວຽກ​ທີ່​ຍັງ​ຄ້າງ​ຄາ​ເປັນ­ຕົ້ນ​ວຽກ​ໜ້າ​ຂົວ ເພື່ອ​ກະ­ກຽມການ​ເປີດ​ນຳ​ໃຊ້​ຄາດ​ວ່າ​ໃນ​ທ້າຍ​ເດືອນ​ກຸມ­ພາ​ນີ້.

   ທ່ານ ລີ​ຢີ້ງ ໄຊ​ເຍ່ຍ​ຊ່າງ ຮອງ​ຫົວ­ໜ້າ​ໂຄງການ​ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ຂົວຂ້າມ​ນ້ຳ­ຂອງ​ລະ­ຫວ່າງ​ເມືອງ​ປາກ​ແບງ ແຂວງອຸ­ດົມ​ໄຊ ຫາ​ເມືອງ​ເງິນ ແຂວງ​ໄຊ​ຍະ​ບູ​ລີ​ທີ່​ໄດ້ ເລີ່ມ​ລົງ­ມື​ປະ­ຕິ­ບັດ​ມາ​ແຕ່​ທ້າຍ​ປີ 2012 ຊຶ່ງ​ປະກອບ​ມີ​ຄວາມ​ຍາວ​ທັງ​ໝົດ 379 ແມັດ ແລະ​ກວ້າງ 13 ແມັດ, ສ່ວນລວງ​ຍາວ​ຂອງ​ທາງ​ເຂົ້າ​ຂົວ​ທັງ​ສອງເບື້ອງ 321 ແມັດ, ມີ​ເສົາ​ທັງ​ໝົດ 8 ເສົາ, ມີ 7 ຊ່ວງ, ຊ່ວງ​ຍາວ​ສຸດ​ຂອງ​ຂົວ​ແມ່ນ 120 ແມັດ ແລະ​ຊ່ວງ​ສັ້ນ​ສຸດ 30 ແມັດ, ຫ່າງ​ຈາກ​ໜ້າ­ນ້ຳ 12,39 ແມັດ ຊຶ່ງ​ລວມມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ​ແມ່ນ 30,89 ລ້ານ​ໂດ​ລາ, ມາ​ຮອດ​ດຽວ­ນີ້​ສຳ­ເລັດ​ແລ້ວ 98,53%, ໃນ​ນີ້​ວຽກ​ທີ່​ສຳ­ເລັດ 100% ມີ​ໂຄງ​ສ້າງ​ພາກ­ສ່ວນ​ລຸ່ມ​ຂອງ​ຂົວ, ການກໍ່­ສ້າງ​ເສົາ, ການ​ເທ​ເບ​ຕົງ​ທາງ​ຄົນ​ຍ່າງ ແລະ​ວຽກ​ດິນ​ກັນ​ເຈື່ອນ​ໄດ້​ຈຳ­ນວນ​ໜຶ່ງ.

ຢ່າງ­ໃດ​ກໍ​ຕາມ ປະ­ຈຸ​ບັນ​ທາງ​ເຈົ້າຂອງ​ໂຄງ­ການ ແລະ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກຳລັງ​ເລັ່ງ​ໃສ່​ປະ­ຕິ­ບັດ​ວຽກ​ໜ້າ​ຂົວ​ໃຫ້​ສຳ ເລັດ​ຊ້າ​ສຸດ​ບໍ່​ໃຫ້​ເກີນ​ວັນ​ທີ 10 ກຸມ­ພາ​ນີ້ ແລະ​ອີງ­ໃສ່​ແຜນ­ການ​ໃນ​ການ­ຈັດ­ຕັ້ງ​ປະຕິ​ບັດ​ແມ່ນ​ຈະ​ສູ້​ຊົນ​ໃຫ້​ສຳ­ເລັດ​ໃນ​ທ້າຍເດືອນ​ນີ້​ພ້ອມ​ກຽມ​ເປີດ​ນຳ​ໃຊ້​ຢ່າງ​ເປັນທາງ​ການ.

ທ່ານ​ຮອງ​ຫົວ­ໜ້າ​ໂຄງ­ການ​ຍັງ​ໃຫ້​ຮູ້ຕື່​ມວ່າ: ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງປາກ​ແບງ ເມືອງ​ເງິນ​ເປັນ​ໜຶ່ງ​ໃນ​ຄວາມ ຫວັງ​ຂອງ​ປະ­ຊາ­ຊົນ​ທັງ​ສອງ​ແຂວງ​ທີ່ຢາກ​ມີ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ສະ­ດວກສະ­ບາຍ ແລະ​ກໍ​ເປັນ​ນະ­ໂຍ­ບາຍ​ໜຶ່ງ​ຂອງລັດ​ທີ່​ສຸມ​ໃສ່​ການ​ພັດ­ທະ­ນາ​ພື້ນ­ຖານໂຄງ​ລ່າງ​ໃຫ້​ນັບ​ມື້​ມີ​ການ​ພັດ­ທະ­ນາເປັນ​ກ້າວໆ​ໃນ​ໄລ­ຍະ​ໃໝ່, ສະ­ນັ້ນ​ໂຄງການ​ດັ່ງ­ກ່າວ​ຈິ່ງ​ເປັນ​ຂົວ​ຕໍ່​ເຊື່ອມ​ລະຫວ່າງ​ແຂວງ​ອຸ­ດົມ​ໄຊ​ຫາ​ແຂວງ​ໄຊ​ຍະບູ​ລີ ແລະ​ພາຍ­ຫຼັງ​ກໍ່­ສ້າງ​ສຳ­ເລັດ​ກໍ​ຈະ ກາຍ­ເປັນ​ຈຸດ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະ​ກິດ​ລະ­ຫວ່າງ​ແຂວງ​ພາກ​ເໜືອ​ຕົ້ນ­ຕໍແມ່ນ​ແຂວງ​ອຸ­ດົມ​ໄຊ ແລະ​ໄຊ​ຍະ​ບູ​ລີ ອອກສູ່​ຊາຍ​ແດນ​ປະ­ເທດ​ໄທ ຊຶ່ງ​ຈະ​ເຮັດ​ໃຫ້ການ​ຄ້າ​ລະ­ຫວ່າງ​ສອງ​ປະ­ເທດ​ນັບ​ມື້​ມີການ​ຮັດ­ກຸມ​ຫຼາຍ​ຂຶ້ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...