HomeມູມໄອທີລາວGrand Theft Auto: Liberty City Stories ລົງສູ່ຮ້ານຄ້າ Android ແລ້ວ!!

Grand Theft Auto: Liberty City Stories ລົງສູ່ຮ້ານຄ້າ Android ແລ້ວ!!

Published on

image

ຍ້ອນກັບໄປເມື່ອເດືອນທັນວາປີກາຍນີ້ ເກມ Grand Theft Auto: Liberty City Stories ໄດ້ລົງໃຫ້ຫຼິ້ນໃນຮ້ານຄ້າຂອງລະບົບ iOS ມາກ່ອນແລ້ວ, ແຕ່ມາມື້ນີ້ພ້ອມທີ່ຈະໃຫ້ລະບົບປະຕິບັດການ Android ໄດ້ສຳຜັດກັນແລ້ວ!

image

image

ສຳລັບເກມ GTA: Liberty City Stories ເປີດໂຕຄັ້ງທຳອິດແມ່ນໃນເຄື່ອງເກມ PlayStation Portable ໃນປີ 2005, ໃນເວີຊັ່ນ iOS ແລະ Android, ທາງທີມງານ Rockstar ກໍໄດ້ປັບເພີ່ມຄວາມລະອຽດດ້ານສະພາບແວດລ້ອມ ພື້ນຜິວລວມໄປເຖິງແສງແລະເງົາໃຫ້ເໝາະກັບໜ້າຈໍສຳຜັດ ແລະການຄວບຄຸມຕ່າງໆກໍຖືກອອກແບບມາເພື່ອໜ້າຈໍສຳຜັດ ແລະຍັງຮອງຮັບການຕໍ່ມືເກມເຂົ້າໃນການຫຼິ້ນອີກນຳ

image

ໜຶ່ງຄຸນສົມບັດທີ່ເປັນຕາສົນໃຈຫຼາຍທີ່ທາງ Rockstar ໄດ້ນຳສະເໜີຄືການຊິງຂໍ້ມູນຂ້າມແພລັດຟອຣມ. ເຊິ່ງຈະເຮັດໃຫ້ເຮົາສາມາດຫຼິ້ນພາລະກິດໃດກໍໄດ້ເທິງເຄື່່ອງຫຼິ້ນ PS 2 ຫຼື PS 3, ແລະສາມາດມາຫຼິ້ນຕໍ່ຈາກສະມາດໂຟນ iOS/Android ໄດ້!!

image

image

*ສຳລັບໂທລະສັບສະເປັກຕ່ຳ ແລະກາງບາງລຸ້ນ ຄົງຈະຫຼິ້ນບໍ່ໄດ້ແນ່ນອນ (ລອງກັບ Huawei P8 Lite ແລ້ວເຂົ້າຫຼິ້ນບໍ່ໄດ້ ^^) ຕ້ອງຖ້າໃຫ້ທາງ Rockstar ອອກມາແກ້ໄຂໃຫ້ກ່ອນ ລວມໄປເຖິງຜູ້ທີ່ໃຊ້ Android 6 ກໍມີອາການດຽວກັນ

ສຳລັບລິ້ງດາວໂຫຼດ Grand Theft Auto: Liberty City For Android

  ໃຜທີ່ສົນໃຈກໍຮີບຊື້ໄວ້ເດີ້ເພາະຕອນນີ້ຢູ່ໃນຊ່ວງຫຼຸດລາ 40℅ ລາຄາໃນຕອນນີ້ແມ່ນ $3.99 ເທົ່ານັ້ນ!!

image

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...