Homeຂ່າວຕ່າງປະເທດ70 ບໍລິສັດຍາດຊີງສຳປະທານທີ່ດິນສະຖານີລົດໄຟມຽນມາ

70 ບໍລິສັດຍາດຊີງສຳປະທານທີ່ດິນສະຖານີລົດໄຟມຽນມາ

Published on

     ນັກ​ລົງ­ທຶນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ຫຼາຍ​ກວ່າ 70 ບໍ­ລິ­ສັດ​ພາ­ກັນ​ຍາດ​ຊີງ​ປະ­ມູນ​ທີ່​ດິນ​ອ້ອມ​ຮອບ​ສະ­ຖາ­ນີ​ລົດ­ໄຟ​ຍ່າງ​ກຸ້ງ 160 ໄຣ່ ເພື່ອ​ນຳ­ໄປ​ພັດ­ທະ­ນາ​ເປັນ​ອາ­ຄານ, ສຳ­ນັກ­ງານ, ຄອນ​ໂດ​ມິ​ນຽມ, ໂຮງ­ແຮມ ແລະ ສູນ​ການ​ຄ້າ.

     ໜັງ­ສື­ພິມ​ອອນ​ລາຍ​ມຽນ​ມາ ອີ​ເລ​ຟ​ເວັນ​ລະ­ບຸ​ວ່າ ຂະ­ນະ​ນີ້​ຄະ­ນະ​ກຳ­ມະ­ການ​ກາງ​ຄັດ​ເລືອກ​ຜູ້​ເຂົ້າ​ສຳ​ປະ­ທານ​ທີ່​ດິນ​ອ້ອມ​ຮອບ​ສະ­ຖາ­ນີ​ລົດ­ໄຟ​ກາງ​ນະ­ຄອນ​ຢ່າງ​ກຸ້ງ​ຂອງ​ມຽນ​ມາ ໂດຍ​ຈະ​ມີ​ການ​ປະ­ກາດ​ລາຍ​ຊື່​ພາຍ​ໃນ​ເດືອນ​ນີ້ ໂດຍ​ມີ​ນັກ​ລົງ­ທຶນ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ສະ­ເໜີ​ລາຍ​ຊື່​ເຖິງ 70 ລາຍ. ຊຶ່ງ​ຈະ​ມີ​ການ​ປະ­ມູນ​ທີ່​ດິນ​ໃນ​ພື້ນ​ທີ່​ລວມ 160 ໄຣ່ ໂດຍ​ກຳ­ນົດ​ໃຫ້​ສ້າງ​ເປັນ​ອາ­ຄານ, ສຳ­ນັກ­ງານ, ໂຮງ­ແຮມ ແລະ ພື້ນ​ທີ່​ເພື່ອ​ການ​ຄ້າ, ຊຶ່ງ​ທີ່​ດິນ​ດັ່ງ­ກ່າວ​ມີ​ການ​ປະ­ມູນ​ໄປ​ແລ້ວ​ເທື່ອ​ໜຶ່ງ​ໃນ​ຕົ້ນ​ປີ 2015 ແຕ່​ຕ້ອງ​ຍົກ­ເລີກ​ການ​ປະ­ມູນ ແລະ ເປີດ​ການ​ປະ­ມູນ​ອີກ​ເທື່ອ​ໜຶ່ງ​ໃນ​ເດືອນ​ສິງ­ຫາ​ປີ​ທີ່​ຜ່ານ​ມາ.

ຜູ້​ເຂົ້າ​ຮ່ວມ​ການ​ປະ­ມູນ​ໃນ​ຮອບ​ທຳ​ອິດ​ເປັນ​ບໍ­ລິ­ສັດ​ຕ່າງ­ປະ­ເທດ ແລະ ທ້ອງ­ຖິ່ນ​ລວມ 34 ບໍ­ລິ­ສັດ ໂດຍ​ບໍ­ລິ­ສັດ​ຕ່າງ­ປະ­ເທດ​ມາ​ຈາກ​ມາ​ເລ​ເຊຍ, ສ ເກົາ­ຫຼີ, ໄຕ້​ຫວັນ, ສປ ຈີນ, ສິງ­ກະ­ໂປ, ສສ ຫວຽດ­ນາມ ແລະ ກາ​ນາ​ດາ ໂດຍ​ຄາດ​ວ່າ ບໍ­ລິ­ສັດ​ເຫຼົ່າ​ນີ້​ຈະ​ເຂົ້າ​ຮ່ວມ​ການ​ປະ­ມູນ​ໃນ​ຮອບ​ທີ 2 ອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...