spot_img
Homeຂ່າວຕ່າງປະເທດສາທາລະນະສຸກອັງກິດລະບຸ ມີປະຊາຊົນຕິດເຊື້ອໄວຣັສຊິກ້າ 4 ກໍລະນີ ນັບແຕ່ຕົ້ນປີຜ່ານມາ

ສາທາລະນະສຸກອັງກິດລະບຸ ມີປະຊາຊົນຕິດເຊື້ອໄວຣັສຊິກ້າ 4 ກໍລະນີ ນັບແຕ່ຕົ້ນປີຜ່ານມາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກຸມພານີ້ວ່າ ອົງການ​ສາທາລະນະ​ສຸກ​ແຫ່ງ​ລັດ​ຂອງອັງກິດ (PHE) ​​ໄດ້ອອກມາລະບຸວ່າ ທາງການກວດພົບຜູ້ຕິດເຊື້ອ ຢ່າງ​ໜ້ອຍ​ສຸດ​ມີ 4 ກໍລະນີ​ ທີ່ຕິດ​ໄວຣັສຊິກ້າ (Zika) ຢູ່​ປະ​ເທດ​ອັງກິດ ​ນັບ​ແຕ່​ເດືອນມັງກອນເປັນຕົ້ນມາ ​ແລະ ຕົວ​ເລກ​ດັ່ງກ່າວ​ ອາດ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ ​ເມື່ອ​ປະຊາຊົນ​ຊາວອັງກິດ ເດີນທາງໄປ​ທ່ອງ​ທ່ຽວ​ ຢູ່​ບັນດາ​ເຂດ​ທີ່ເກີດ​ການ​ລະບາດ ໃນທະວີບອາ​ເມ​ຣິ​ກາລາ​ຕິນ ແລະ ກັບຄືນ​ເມືອ​ປະ​ເທດ.

​ແນວໃດ​ກໍ​ຕາມ ທ່ານ​ ນາງ ດິນລີ ມໍແກນ ສະມາຊິກ​ຂອງ PHE ​ໄດ້​ເວົ້າ​ວ່າ ການ​ແຜ່​ລະບາດ​​​ຂອງໄວຣັສຊິກ້າ ຈະສາມາດເກີດຂຶ້ນ​ຢູ່ອັງກິດ ​ແມ່​ນເປັນໄປໄດ້ໜ້ອຍທີ່​ສຸດ ຍ້ອນ​ໄວຣັສຊິກ້າ ​ແຜ່​ລະບາດໂດຍ​​ຍຸງ Aedes ເປັນພາຫະນະ ​ຊຶ່ງຍຸງ​ປະ​ເພດ​ນີ້ ສາມາດ​ຄົງ​ຕົວ​ຢູ່​ເຂດ​ຮ້ອນ​ເທົ່າ​ນັ້ນ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...