Homeຂ່າວພາຍ​ໃນບໍລິສັດເບຍລາວ ຊຸກຍູ້ໃຫ້ຊາວນາ ຜະລິດເຂົ້າເປັນສິນຄ້າ!

ບໍລິສັດເບຍລາວ ຊຸກຍູ້ໃຫ້ຊາວນາ ຜະລິດເຂົ້າເປັນສິນຄ້າ!

Published on

ຂປລ. ບໍລິສັດ​ເບຍ​ລາວ ​ຈຳກັດ ​ຈະ​ຊື້​ເຂົ້າຈ້າວຈຳນວນ 26.000 ​ໂຕນ ມູນ​ຄ່າ​ລວມທັງໝົດ 103 ຕື້​ກວ່າ​ກີ​ບ ​ໃນ​ສົກ​ປີ 2016-2017 ຈາກ​ຜູ້​ສະໜອງ​ເຂົ້າ 9 ບໍລິສັດ ​ເພື່ອ​ສືບ​ຕໍ່​ສົ່ງ​ເສີມ​ການ​ນຳ​ໃຊ້​ວັດຖຸ​ດິບ ​ທີ່​ມີ​ຢູ່​ພາຍ​ໃນ​ປະ​ເທດ ຊຸກຍູ້​​ໃຫ້​ຊາວນາ​ຮັບ​ຮູ້ການ​ຜະລິດ​ເຂົ້າ​ເປັນ​ສິນຄ້າ ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ ​ແລະ ຍືນ​ຍົງ​, ຍ້ອນ​ວ່າປະມານ 75% ຂອງ​ປະ ຊາຊົນ​ລາວ ​ແມ່ນ​ຖື​ອາຊີບ​ຊາວນາ ​ແລະ ກະສິກຳ​ເປັນ​ສ່ວນ​ໃຫຍ່ ​ເຊິ່ງກວມ​ເອົາ 25% ຂອງ​ການ​ປະກອບສ່ວນ​ເຂົ້າ​ໃນGDP.

ພິທີ​ເຊັນ​ສັນຍາ​ຊື້​ເຂົ້າດັ່ງກ່າວ, ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 10 ກຸມພານີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ລະຫວ່າງ​ ທ່ານ ສູນ​ທອນ ພົມມະ​ຈັກ ຮອງ​ຜູ້ອຳນວຍການ​ໃຫຍ່ ​ບໍລິສັດ​ເບຍ​ລາວ ຈຳກັດ ​ແລະ ຜູ້ຕາງ​ໜ້າໃຫ້​ຜູ້​ສະໜອງ​ເຂົ້າ 9 ບໍລິສັດ ອັນ​ປະກອບ​ມີ ​ວິ​ສາ​ຫະກິດ​ສ່ວນ​ບຸກຄົນ​ໂຮງສີ​ເຂົ້າ​ນາງ​ ຈັນ​ເພງ,  ​ໂຮງສີ​ເຂົ້ານາງ​ ຫລຽນ​ຄຳ, ​ໂຮງສີ​ເຂົ້າ​ໂຊກ​ໄຊ, ​ໂຮງສີ​ເຂົ້າໜອງ​ທອງ, ກຸ່ມ​ໂຮງສີ​ເຂົ້າຄຳ​ມ່ວນ​ພັດທະນາ, ບໍລິສັດ​ພັນ​ເພັດ​ ພັດທະນາ​ກະສິກຳ ຈຳກັດ, ບໍລິສັດ​ລາວ​ກະ​ເສດ 2000 ຈຳກັດ, ບໍລິສັດ ທີ​ເອັນ​ຈີ ສົ່ງ​ເສີມ​ຂາ​ອອກ–ຂາ​ເຂົ້າຈຳກັດ ​ແລະ ບໍລິສັດ​ພັດທະນາ​ດູ​ອີດ ກະສິກຳ​ ຈຳກັດ ​ໂດຍ​ມີ ທ່ານ ຮສຈ.ດຣ ລິນ​ຄຳ ດວງ​ສະຫວັນ ຫົວໜ້າ​ພະ​ແນ​ກກະສິກຳ-​ປ່າ​ໄມ້ ​ແລະ ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້່າຮ່ວມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...