Homeຂ່າວເຫດການທູດລາວປະຈຳອິນເດຍ ໃຫ້ສຳພາດຄົບຮອບ 60 ປີ ການພົວພັນການທູດລາວ-ອິນເດຍ

ທູດລາວປະຈຳອິນເດຍ ໃຫ້ສຳພາດຄົບຮອບ 60 ປີ ການພົວພັນການທູດລາວ-ອິນເດຍ

Published on

ຂປລ. ເນື່ອງໃນໂອກາດຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ – ອິນເດຍ (2/2/ 1956-2/2/2016) ຂຶ້ນໃນວັນທີ 8 ກຸມພາ ນີ້ ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳນະຄອນຫລວງນິວແດນລີ, ທ່ານ ສຸທຳ ສາກົນນິຍົມ ໄດ້ໃຫ້ສຳພາດໃຫ້ແກ່ວາລະສານປະຈຳໄຕມາດ ” ອາດແລນ “(ARTLAND) ​ເຊິ່ງເປັນວາລະສານທີ່ມີຈຳນວນພິມຈຳໜ່າຍສູງ ແລະ ໄດ້ຮັບຄວາມນີຍົມກ້ວາງຂວາງ ຢູ່ພາຍໃນປະເທດອິນເດຍ.

ໃນໂອກາດໃຫ້ສຳພາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ຫວນຄືນປະຫວັດສາດໂດຍຫຍໍ້ ແຫ່ງການຕໍ່ສູ້ຂອງປະຊາຊົນລາວ ເພື່ອຄວາມເປັນເອກະລາດ ແຫ່ງຊາດ ​ເຊິ່ງໃນພາລະກຳດັ່ງກ່າວນີ້ ປະເທດອິນເດຍ ກໍຄືປະຊາຊົນອິນເດຍ ໄດ້ມີການປະກອບສ່ວນອັນສຳຄັນ ຢູ່ໃນຄະນະກຳມະການກວດກາສາກົນ ແລະ ທັງ ໃນຖານະເປັນປະເທດຂະບວນການບໍ່ຮວມກຸ່ມ ທີ່ໃຫ້ການສະໜັບສະໜູນ ການຕໍ່ສູ້ອັນເປັນທຳຂອງປະຊາຊົນລາວ, ການພົວພັນຮ່ວມມືອັນດີ, ມີຜົນປະໂຫຍດຮ່ວມກັນ ລະຫວ່າງ ສປປ ລາວ ແລະ ອິນເດຍ ໃນແຕ່ລະຂົງເຂດ ລວມທັງການຮ່ວມມືກັນໃນກອບວຽກງານອາຊຽນ ​ເຊິ່ງມັນໄດ້ເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການສ້າງສາພັດທະນາເສດຖະກິດ- ສັງຄົມ ຂອງ ສປປ ລາວ.

ນອກຈາກ​ນັ້ນ, ທ່ານທູດຍັງໄດ້ກ່າວເຖິງຄວາມເປັນມາຂອງສາສະໜາພຸດ, ວັດທະນະທຳອັນດີງາມຂອງຊາດ ແລະ ປະຊາຊົນລາວ ໃນປະຈຸບັນ ທີ່ຖືກຳເນີດຕົ້ນຕໍ ຈາກສະໄໝບູຮານອິນເດຍ ທີ່ພະເຈົ້າຊີວິດອະໂສກມະຫາລາດ ໄດ້​ເຜີຍແຜ່ເຂົ້າມາເຖິງສຸວັນນະພູມປະເທດ ແລະ ໜຶ່ງໃນນັ້ນມີປະເທດລາວ ທີ່ໄດ້ຮັບອິດທິພົນ ແຫ່ງພຸດທະສາສະໜາດັ່ງກ່າວ ແລະ ມາເຖິງປະຈຸບັນ ຄວາມຮັກຫອມຖະນຸບຳລຸງສາສະໜາພຸດ, ວັດວາອາຮາມ, ສິນລະປະວັນນະຄະດີ, ວັນນະກຳ, ພາສາໄດ້ກາຍເປັນສາຍສຳພັນອັນແໜ້ນແຟ້ນ ແຫ່ງການພົວພັນ ລະຫວ່າງສອງປະເທດລາວ ແລະ ອິນເດຍ ໃຫ້ງອກງາມ ຕະຫລອດຮອດຮ່ອງຮອຍຮູບປັ້ນ ການກໍ່ສ້າງອາຮາມຮິນດູ ກໍໄດ້ເປັນປັດ​ໄຈໜຶ່ງຢືນຢັນເຊັ່ນກັນ ເຖິງອະລິຍະທຳ ແລະ ສະຖາປັດຕະຍາກຳຂອງອິນເດຍ ຢູ່ໃນແຜ່ນດິນຂອງລາວບູຮານ ເຖິງປະຈຸບັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...